ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງປະຊຸມ ສຸດຍອດ ອາຊ່ຽນ ໄຂຂຶ້ນ ທີ່ Bandar Seri Begawan (ວີດີໂອ)


ກອງປະຊຸມສຸດຍອດອາຊ່ຽນ ທີ່ນະຄອນ Bandar Seri Begawan ປະເທດບຣູນາຍ (9 ຕຸລາ 2013)
ກອງປະຊຸມສຸດຍອດອາຊ່ຽນ ທີ່ນະຄອນ Bandar Seri Begawan ປະເທດບຣູນາຍ (9 ຕຸລາ 2013)
ບັນດາຜູ້ນຳ 10 ປະເທດສະມາຊິກ ຂອງສະມາຄົມບັນດາປະຊາ
ຊາດ ໃນເຂດເອເຊຍຕາເວັນອອກສຽງໃຕ້ຫຼືອາຊ່ຽນ ເລີ້ມປະຊຸມ
ປະຈຳປີໃນວັນພຸດມື້ນີ້ ສ່ວນຜູ້ນຳລັດຖະບານຈາກປະເທດອື່ນໆ
ເຊັ່ນຈີນ ຍີ່ປຸ່ນ ແລະເກົາຫລີໃຕ້ ຈະເຂົ້າຮ່ວມປະຊຸມໃນມື້ຕໍ່ໄປຢູ່
ໃນກອງປະຊຸມສຸດຍອດ ຂອງເຂດເອເຊຍຕາເວັນອອກ ແຕ່ຢູ່ໃນ
ກອງປະຊຸມປີນີ້ຈະບໍ່ມີປະທານາທິບໍດີສະຫະລັດທ່ານບາຣັກ ໂອ
ບາມາ ທີ່ໄດ້ຍົກເລີກການເດີນທາງ ທ່າມກາງການປະເຊີນໜ້າທີ່
ຍັງດຳເນີນຢູ່ຕໍ່ມາ ກ່ຽວກັບ ເລື່ອງງົບປະມານ ທີ່ກຸງວໍຊິງຕັນ. ຜູ້ສື່
ຂ່າວວີໂອເອ Steve Herman ມີລາຍງານກ່ຽວກັບເລື່ອງນີ້ຈາກ
ບຣູນາຍ ດັ່ງໄພສານ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນ
ອັນດັບຕໍ່ໄປ.


ກອງປະຊຸມສຸດຍອດຂອງສະມາຄົມອາຊ່ຽນແລະກອງປະຊຸມສຸດຍອດເອເຊຍຕາເວັນອອກ ທີ່ມີຂຶ້ນຕິດຕໍ່ກັນນັ້ນ ແມ່ນນຳເອົາພວກຜູ້ນຳ ຂອງປະເທດຕ່າງໆ ເຂົ້າມານັ່ງຢູ່ໃນຫ້ອງດຽວ
ກັນເພື່ອສົນທະນາຫາລືກ່ຽວກັບເລື່ອງຍຸດທະສາດ ພ້ອມທັງບັນຫາການເມືອງແລະເສດຖະ
ກິດ ທີ່ມີຄວາມເປັນຫ່ວງກັງວົນຮ່ວມກັນ.

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານ John Kerry ກ່າວຕໍ່ພວກນັກຂ່າວໃນມື້ວັນ ເສົາແລ້ວທີ່ກອງປະຊຸມສຸດຍອດຂອງພວກຜູ້ນໍາອົງການ APEC ທີ່ເກາະບາຫຼີ ປະເທດອິນ ໂດເນເຊຍວ່າ ເຖິງແມ່ນປະທານາທິບໍດີໂອບາມາ ບໍ່ສາມາດໄປຮ່ວມ ກອງປະຊຸມ APEC ແລະອາຊ່ຽນໄດ້ກໍຕາມ ແຕ່ທ່ານເຊື່ອວ່າ ສະຫະລັດຍັງສືບຕໍ່ມີຄວາມພາກພູມໃຈ ແລະຈະ
ບໍ່ສູນເສຍອິດທິພົນແມ່ນແຕ່ໜ້ອຍດຽວ ຫລືທິດທາງທີ່ພວກເຮົາພວມທຳການຕໍ່ສູ້ ເພື່ອຈະ ກ້າວໄປສູ່ນັ້ນ.

KERRY ASIA
please wait
Embed

No media source currently available

0:00 0:00:47 0:00


ອະດີດຜູ້ບັນຊາການ ກອງທັບສະຫະລັດ ໃນເຂດມະຫາສະມຸດປາຊີຟິກ ພົນເຮືອເອກເບ້ຍ
ບຳນານ Dennis Blair ກ່າວວ່າເອເຊຍບໍ່ຄວນມອງເບິ່ງການຍົກເລີກແຜນການເດີນທາງ ໄປຢ້ຽມຢາມເທື່ອຫຼ້າສຸດ ຂອງປະທານາທິບໍດີວ່າ ເປັນການບໍ່ໃຫ້ຄວາມສຳຄັນທ່າມກາງທີ່ ມີການປິດການປະຕິບັດງານຂອງລັດຖະບານລົງເປັນບາງສ່ວນນັ້ນ.

ພົນເຮືອເອກເບ້ຍບຳນານ Blair ເວົ້າວ່າ “ມັນບໍ່ໄດ້ມີຜົນສະທ້ອນ ຕໍ່ເຂດເອເຊຍ ແຕ່ ຢ່າງໃດ ທີ່ວ່າບັນຫາເຫຼົ່ານີ້ ໄດ້ເກີດຂຶ້ນ ໃນເວລາທີ່ປະທານາທິບໍດີພ ຽງແຕ່ບໍ່ສາ
ມາດຈະອອກໄປຈາກກຸງວໍຊິງຕັນ ເປັນເວລາດົນໆໄດ້ທໍ່ນັ້ນ.”


ພາຍໃນສະມາຄົມອາຊ່ຽນເອງ ກໍມີການແບ່ງແຍກ ກ່ຽວກັບບັນຫານຶ່ງທີ່ມີຄວາມຫຼໍ່ແຫຼມສຳ
ຄັນທີ່ສຸດ ນັ້ນກໍຄືວ່າຈະແກ້ໄຂບັນຫາການຂັດແຍ້ງທີ່ພົວພັນກັບຈີນແລະຫຼາຍໆປະເທດສະ ມາຊິກຂອງອາຊ່ຽນແບບໃດ ກ່ຽວກັບເລື່ອງໝູ່ເກາະຫີນ ໃນເຂດທະເລຈີນໃຕ້.

ທ່ານ Ian Storey ເປັນເຈົ້າໜ້າທີ່ຄົນສຳຄັນ ທີ່ສະຖາບັນການສຶກສາກ່ຽວກັບເຂດເອເຊຍ
ຕາເວັນອອກສຽງໃຕ້ ທີ່ສິງກະໂປ.

ທ່ານ Storey ເວົ້າວ່າ “ບາງປະເທດກໍອ້າງກຳມະສິດ ບາງປະເທດກໍບໍ່ໄດ້ອ້າງ. ບາງ ປະເທດມີຄວາມສຳພັນທີ່ໃກ້ຊິດກັບຈີນ ແລະພວກເຂົາເຈົ້າບໍ່ຢາກເຮັດໃຫ້ຄວາມ ສຳພັນກັບຈີນຊຸດໂຊມລົງ ແຕ່ກໍເອົາທ່າທີຢ່າງແຂງກະດ້າງ ກ່ຽວກັບທະເລຈີນໃຕ້. ບາງປະເທດ ຄືຟີລິບປິນແລະຫວຽດນາມ ຕ້ອງການຢາກໃຫ້ມີກົດການການປະພຶດ ປະຕິບັດທີ່ເຂັ້ມແຂງ ມີອຳນາດແລະຮອບດ້ານ ດັ່ງນັ້ນສະມາຄົມອາຊ່ຽນກໍຕ້ອງໄດ້ ບັນລຸຄວາມເຫັນທີ່ເປັນເອກກະສັນກັນທີ່ສຸດເພື່ອໃຫ້ສະມາຊິກທຸກປະເທດພໍໃຈ.”

ເວລາການສົນທະນາຫາລືຢ່າງເປັນທາງການກ່ຽວກັບກົດການປະພຶດປະຕິບັດລະຫວ່າງບັນ ດາຜູ້ຕາງໜ້າຂອງປະເທດ ໃນເຂດເອເຊຍຕາເວັນອອກສຽງໃຕ້ ແລະຈີນ ເລີ້ມຂຶ້ນໃນເດືອນ
ແລ້ວນີ້ ພວກເຈົ້າໜ້າທີ່ຈີນໄດ້ໃຊ້ອຸບາຍເອົາຊະນະອາຊ່ຽນ ອີງຕາມທ່ານ Storey.

ທ່ານ Storey ເວົ້າວ່າ “ເຖິງແມ່ນມີລາຍງານຢູ່ໃນອົງການຂ່າວຕ່າງໆວ່າ ໄດ້ມີຄວາມ ກ້າວໜ້າເກີດຂຶ້ນກໍຕາມ ແຕ່ຄວາມຈິງແລ້ວມັນເປັນໄຊຊະນະທາງດ້ານການທູດສຳ ລັບຈີນ ຊຶ່ງໃນນັ້ນພວກເຂົາເຈົ້າຈະສາມາດບົງການກ່ຽວກັບກຳນົດເວລາແລະຂອບ ເຂດ ຂອງການເຈລະຈາກັນ ໃນອະນາຄົດ. ຜົນຂອງມັນກໍຄືວ່າ ການປຶກສາຫາລືນີ້ ແມ່ນຈະຍືດເຍື້ອຍາວນານ ໂດຍອາດຈະໃຊ້ເວລານຶ່ງຫາສອງຫລືອາດຮອດສາມປີ ກໍເປັນໄດ້.”

ທ່ານ Wang Dong ອາຈານສອນ ທີ່ສະຖາບັນການສຶກສານາໆຊາດ ຂອງມະຫາວິທະຍາ
ໄລປັກກິ່ງ ກ່າວວ່າ ຫາກມີຜູ້ໃດທີ່ຄາດວ່າ ຈະມີການຕົກລົງ ກັນໄດ້ໃນໄລຍະສັ້ນແລ້ວ ກໍຄົງ ເປັນຄົນທີ່ໄຮ້ດຽງສາ.

ທ່ານ Wang ເວົ້າວ່າ “ທ່ານສາມາດວາດພາບໄດ້ແນວໃດວ່າ ບັນຫາຂັດແຍ້ງ ນີ້ຈະ ໄດ້ຮັບການແກ້ໄຂພາຍ ໃນປີໜ້າ ສອງປີ ຫຼືສາມປີ? ມັນເປັນໄປບໍ່ໄດ້ຍ້ອນວ່າມັນ ຫຍຸ້ງຍາກຫຼາຍແລະມັນກໍພົວພັນກັບຫລາຍໆຝ່າຍຄືມີທັງຈີນແລະບາງປະເທດໃນ ກຸ່ມອາຊ່ຽນ ແລະແມ່ນກະທັງບາງປະເທດໃນຂົງເຂດອື່ນເຊັ່ນວ່າຍີ່ປຸ່ນ ຕ່າງກໍຕ້ອງ ການທີ່ຈະສວຍໂອກາດກ່ຽວກັບບັນຫາຂັດແຍ້ງລະຫວ່າງຈີນກັບຟີລິບປິນລະຫວ່າງ ຈີນກັບຫວຽດນາມ ແລະໃນທໍານອງດຽວກັນ ສະຫະລັດກໍມີສ່ວນໄດ້ສ່ວນເສຍຢູ່ໃນ ນັ້ນດ້ວຍ.”

ສ່ວນໄດ້ສ່ວນເສຍກໍຄື 80 ເປີເຊັນ ຂອງທະເລຈີນໃຕ້ ຊຶ່ງອ້າງກຳມະສິດໂດຍຈີນ.

ໃນຕອນປິດກອງປະຊຸມອາຊ່ຽນ ຢູ່ກຳປູເຈຍໃນປີກາຍນີ້ ການຂັດແຍ້ງກັນພາຍ ໃນກ່ຽວກັບ ວ່າຈະແກ້ໄຂແບບໃດຕໍ່ບັນຫາຂັດແຍ້ງກ່ຽວກັບເລື່ອງເຂດນໍ້າແດນດິນທາງທະເລໄດ້ພາໃຫ້ ກຸ່ມດັ່ງກ່າວ ບໍ່ສາມາດອອກຖະແຫຼງການຮ່ວມໄດ້ ເປັນເທື່ອທຳອິດ ໃນປະຫວັດສາດ 45 ປີ ຂອງສະມາຄົມອາຊ່ຽນ.

ສ່ວນສາດສະດາຈານ Wang Jianwei ຫົວໜ້າຄະນະທີ່ສຶກສາກ່ຽວກັບເລື່ອງລັດຖະບານ ແລະພາກລັດ ທີ່ມະຫາວິທະຍາໄລ Macau ໃຫ້ຂໍ້ສັງເກດວ່າ ປະທານປະເທດຈີນ ທ່ານສີ ຈິ້ນຜິງ ໄດ້ກ່າວວ່າ ຈີນ ແລະບັນດາປະເທດອາຊ່ຽນ ມີເອກກະລັກ ແລະຊະຕາກຳຮ່ວມກັນ. ທ່ານເວົ້າວ່ານີ້ແມ່ນຢໍ້າໃຫ້ເຫັນວ່າຄວາມສຳພັນຂອງປັກກິ່ງກັບບັນດາປະເທດອາຊ່ຽນແມ່ນ ກວ້າງໄກໄປກວ່າບັນຫາຂັດແຍ້ງ ໃນເຂດທະເລຈີນໃຕ້.

ໃນຂະນະທີ່ປະເທດຕ່າງໆພວມເຂົ້າຮ່ວມການເຈລະຈາໃນອາທິດນີ້ ບັນຫາທີ່ສຳຄັນກໍແມ່ນ ວ່າ ບັນຫາຂັດແຍ້ງທາງທະເລ ຂອງປະເທດເຫຼົ່ານີ້ ຈະພິສູດໃຫ້ເຫັນອີກເທື່ອນຶ່ງວ່າ ຍັງເປັນ ເລື່ອງທີ່ຕົກລົງກັນບໍ່ໄດ້ຫຼືບໍ່ ທັງໆທີ່ບັນດາປະເທດເຫຼົ່ານີ້ມີຜົນປະໂຫຍດຮ່ວມ ໃນເລື່ອງການ ຄ້າແລະການເຕີບໂຕທາງດ້ານເສດຖະກິດ.

ASEAN Summit
please wait
Embed

No media source currently available

0:00 0:01:03 0:00
XS
SM
MD
LG