ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກອງປະຊຸມ ລະດັບ ລັດຖະມົນຕີທ່ອງ ທ່ຽວຂອງ ອາຊຽນ ຮັບຮອງເອົາຖະແຫຼງ ການຮ່ວມ ປາກເຊ


ນຳ້ຕົກຄອນພະເພັງ ແມ່ນໜຶ່ງໃນຈຳນວນນຳ້ຕົກທີ່ໃຫຍ່ທີ່ສຸດ
ໃນໂລກ ຕັ້ງຢູ່ແຂວງ ຈຳປາສັກ, ລາວ.
ນຳ້ຕົກຄອນພະເພັງ ແມ່ນໜຶ່ງໃນຈຳນວນນຳ້ຕົກທີ່ໃຫຍ່ທີ່ສຸດ ໃນໂລກ ຕັ້ງຢູ່ແຂວງ ຈຳປາສັກ, ລາວ.

ກອງປະຊຸມລະດັບລັດຖະມົນຕີ ດ້ານການທ່ອງທ່ຽວຂອງ ອາຊຽນ ຮັບຮອງເອົາ ຖະແຫຼງ ການຮ່ວມ ປາກເຊ ທີ່ໄດ້ວາງເປົ້າໝາຍທີ່ຈະເຊື່ອມໂຍງການທ່ອງທ່ຽວ ແບບອະນຸລັກໃນ ທົ່ວ ອາຊຽນ ໃຫ້ໄດ້ຢ່າງແທ້ຈິງ.

ທ່ານ ສູນ ມະນີວົງ ຫົວໜ້າກົມພັດທະນາການທ່ອງທ່ຽວ ໃນກະຊວງຖະແຫຼງ ຂ່າວ ວັດທະ ນະທຳ ແລະ ການທ່ອງທ່ຽວ ຖະແຫຼງຢືນຢັນວ່າ ກອງປະຊຸມ ໂຕະມົນລະດັບລັດຖະມົນຕີ ດ້ານການທ່ອງທ່ຽວໃນ ອາຊຽນ ຊຶ່ງເປັນພາກ ສ່ວນໜຶ່ງໃນງານມະຫາກຳການທ່ອງທ່ຽວ ແບບອະນຸລັກຂອງ ອາຊຽນ ທີ່ຈັດ ຂຶ້ນຢູ່ເມືອງປາເຊ ແຂວງຈຳປາສັກ ເມື່ອທ້າຍເດືອນ ມິຖຸນາທີຜ່ານມາ ໄດ້ມີ ມະຕິຮັບຮອງເອົາຖະແຫຼງການຮ່ວມປາກເຊ ທີ່ໄດ້ວາງເປົ້າໝາຍທີ່ຈະເຊື່ອມ ໂຍງການທ່ອງທ່ຽວ ແບບອະນຸລັກໃນ ອາຊຽນ ໃຫ້ໄດ້ໄວທີ່ສຸດ ແລະ ຢ່າງເປັນ ຮູບປະທຳ ດັ່ງທີ່ທ່ານສູນໄດ້ໃຫ້ການອະທິບາຍວ່າ.

"ໃນງານມະຫາກຳການທ່ອງທ່ຽວອະນຸລັກ ອາຊຽນ ປີ 2016 ນີ້ ກອງປະຊຸມ ໂຕະມົນ ລັດຖະມົນຕີທ່ອງທ່ຽວ ອາຊຽນ ຊຶ່ງຈຸດໝາຍເປົ້າໝາຍຫຼັກຂອງ ກອງປະຊຸມໂຕະມົນ ລັດຖະມົນຕີທ່ອງທ່ຽວ ອາຊຽນ ຊຶ່ງຈັດຂຶ້ນຢູ່ທີ່ເມືອງ ປາກເຊນີ້ ແມ່ນເວົ້າເລື່ອງການຮັບ ຮອງເອົາຖະແຫຼງການປາກເຊ ກ່ຽວກັບ ການທ່ຽວທ່ຽວອະນຸລັກ ຊຶ່ງບັນດາລັດຖະມົນ ຕີທ່ອງທ່ຽວ 10 ປະເທດ ອາ ຊຽນ ໄດ້ເຫັນດີເປັນເອກະພາບແລ້ວກະສະໜັບສະໜູນ ທັງຮັບຮອງເອົາຖະ ແຫຼງການປາກເຊ."

ທັງນີ້ໂດຍທາງການ ລາວ ຍັງໄດ້ນຳສະເໜີໃຫ້ກອງປະຊຸມຮັບຮອງເອົານຳ້ຕົກ ຕາດ ຄອນ ພະເພັງ ຢູ່ໃນເຂດເມືອງໂຂງ ໃຫ້ເປັນເຂດທ່ອງທ່ຽວແບບອະນຸ ລັກຂອງ ອາຊຽນ ອີກດ້ວຍ ເນື່ອງຈາກວ່າ ນຳ້ຕົກຕາດຄອນພະເພັງ ຖືເປັນ ນຳ້ຕົກຕາມທີ່ກວ້າງໃຫຍ່ທີ່ສຸດໃນໂລກ ທີ່ມີຄວາມກວ້າງເຖິງ 10.7 ກິໂລແມັດ ແລະ ຖືເປັນຈຸດທີ່ໂດດເດັ່ນ ທີ່ຈະພັດທະນາໃຫ້ ເປັນເຂດການທ່ອງທ່ຽວແບບ ອະນຸລັກຂອງ ອາຊຽນ ເພື່ອຈະດຶງດູດເອົານັກທ່ອງທ່ຽວໃຫ້ ເຂົ້າມາໃນ ລາວ ຫຼາຍຂຶ້ນນັບມື້.

ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ວາງເປົ້າໝາຍທີ່ຈະ ດຶງດູດເອົາ ຊາວຕ່າງຊາດໃຫ້ເດີນທາງເຂົ້າມາທ່ອງທ່ຽວໃນ ລາວ ໃຫ້ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ໂດຍສະ ເພາະແມ່ນປີ 2020 ທີ່ເປັນປີສິ້ນສຸດການຈັດຕັ້ງປະ ຕິບັດແຜນການພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ ໄລຍະ 5 ປີ ຄັ້ງທີ່ 8 ນັ້ນຈະດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດ ໃຫ້ໄດ້ເຖິງ 6 ລ້ານ ຄົນໂດຍຈະເຮັດໃຫ້ພາກການທ່ອງທ່ຽວ ແລະ ບໍລິການມີລາຍຮັບ ຫຼາຍ ກວ່າ 953 ລ້ານໂດລາໃນປີ 2020 ດັ່ງກ່າວ.

ທັງນີ້ເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວໃຫ້ໄດ້ຢ່າງແທ້ຈິງນັ້ນ ທາງ ການ ລາວ ກໍໄດ້ວາງແຜນການພັດທະນາໃນ 3 ດ້ານດ້ວຍກັນຄື ການຄຸ້ມ ຄອງການທ່ອງທ່ຽວ ການ ໂຄສະນາການທ່ອງທ່ຽວ ການພັດທະນາແຫຼ່ງ ທ່ອງທ່ຽວ ແລະ ສະຖານບໍລິການຕ່າງໆ ທີ່ສະດວກສະບາຍ ແລະ ການຮັບປະ ກັນຄວາມປອດໄພໃຫ້ກັບນັກທ່ອງທ່ຽວໃຫ້ໄດ້ຢ່າງ ຄັກແນ່ ລວມເຖິງການມີ ບ່ອນພັກເຊົາ ສຳລັບຮອງຮັບນັກທ່ອງທ່ຽວຊາວຕ່າງຊາດໄດ້ຢ່າງ ພຽງພໍ ກັບຄວາມຕ້ອງການທີ່ເພີ່ມຂຶ້ນດ້ວຍ ໂດຍໃນ ລາວ ມີໂຮງແຮມ ແລະ ບ້ານ ພັກຈຳ ນວນ 2,426 ແຫ່ງ ແລະ ມີຫ້ອງພັກລວມເຖິງ 44,600 ກວ່າຫ້ອງໃນປີ 2015 ທີ່ຜ່ານມາ.

ໂດຍການມີຈຳນວນຫ້ອງພັກດັ່ງກ່າວ ເຮັດໃຫ້ພາກບໍລິການ ແລະ ທ່ອງທ່ຽວ ຂອງ ລາວ ສາມາດຮອງຮັບນັກທ່ອງທ່ຽວຊາວຕ່າງຊາດ ໄດ້ເພີ່ມຂຶ້ນຈາກ 2.7 ລ້ານກວ່າຄົນໃນປີ 2011 ເປັນ 4.1 ລ້ານກວ່າຄົນໃນປີ 2014 ແລະ ຫຼາຍກວ່າ 4.3 ລ້ານຄົນໃນປິ 2015 ທັງ ຍັງເຮັດໃຫ້ພາກບໍລິການ ແລະ ການທ່ອງທ່ຽວ ມີລາຍຮັບເພີ່ມຂຶ້ນຈາກ 560 ລ້ານໂດລາ ໃນປີ 2014 ເປັນຫຼາຍກວ່າ 670 ລ້ານໂດລາໃນປີ 2015 ອີກດ້ວຍ.

ພ້ອມກັນນີ້ ຈຳນວນນັກທ່ອງທ່ຽວຊາວຕ່າງຊາດ ແລະ ລາຍຮັບດັ່ງກ່າວຍັງຖື ເປັນສະພາ ວະທີ່ເພີ່ມຂຶ້ນຈາກປີ 2012 ໃນອັດຕາສະເລ່ຍເຖິງ 60 ເປີເຊັນ ແລະ 65 ເປີເຊັນ ຕາມ ລຳດັບຊຶ່ງເປັນຜົນຈາກການພັດທະນາໃນຫຼາຍ ດ້ານເພື່ອອຳນວຍຄວາມສະດວກໃຫ້ແກ່ ນັກທ່ອງທ່ຽວເຊັ່ນ ຮ້ານອາຫານ, ການບໍລິການຂົນສົ່ງ ແລະ ການບໍລິການນຳທ່ຽວ ດັ່ງຈະ ເຫັນໄດ້ຈາກການທີ່ ລາວ ມີບໍລິສັດທ່ອງທ່ຽວຫຼາຍກວ່າ 340 ບໍລິສັດໃນປະຈຸບັນ.

ແຕ່ຢ່າງໃດກໍຕາມ ພາກບໍລິການ ແລະ ທ່ອງທ່ຽວໃນ ລາວ ກໍຍັງຈຳເປັນຈະ ຕ້ອງດຳເນີນ ການພັດທະນາດ້ານຊັບພະຍາກອນມະນຸດໃຫ້ພຽງພໍ ແລະ ເທົ່າທັນກັບການເພີ່ມຂຶ້ນຂອງ ຈຳນວນນັກທ່ອງທ່ຽວຊາວຕ່າງຊາດທີ່ເດີນ ທາງເຂົ້າມາໃນ ລາວ ຫຼາຍຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນໃນຖານະທີ່ ລາວ ກໍເປັນສະມາຊິກໜຶ່ງໃນປະຊາຄົມ ອາຊຽນ ດ້ວຍ ນັ້ນ.

ນອກຈາກນັ້ນ ລັດຖະບານ ລາວ ຍັງໄດ້ໃຫ້ຄວາມສຳຄັນເປັນພິເສດ ໃນການ ເສີມສ້າງ ຄວາມຮ່ວມມືດ້ານການທ່ອງທ່ຽວກັບປະເທດເພື່ອນບ້ານ ໂດຍຫຼ້າສຸດ ລັດຖະມົນຕີດ້ານ ການທ່ອງທ່ຽວຂອງ ມຽນມາ, ລາວ, ໄທ, ກຳປູເຈຍ ແລະ ຫວຽດນາມ ກໍໄດ້ຕົກລົງກັນຢູ່ທີ່ ນະຄອນຫຼວງ ເນປີດໍ ຂອງ ມຽນມາ ເພື່ອ ເສີມຂະຫຍາຍການຮ່ວມມືໃນດ້ານການທ່ອງ ທ່ຽວຢ່າງຮອບດ້ານ ດ້ວຍການ ພັດທະນາ 5 ປະເທດໃຫ້ເປັນເປົ້າໝາຍດຽວກັນ ເພື່ອຮອງຮັບນັກທ່ອງທ່ຽວ ທັງໃນ ອາຊຽນ ດ້ວຍກັນ ແລະ ພູມີພາກອື່ນໆໃນທົ່ວໂລກໃຫ້ໄດ້ໄວທີ່ ສຸດ.

ຫາກແຕ່ວ່າບັນຫາທີ່ຍັງເປັນອຸປະສັກຕໍ່ການພັດທະນາການທ່ອງທ່ຽວ ລະຫວ່າງ 5 ປະເທດ ໃນເວລານີ້ ກໍຄືການທີ່ຍັງບໍ່ສາມາດນຳໃຊ້ລະບົບ Single Visa ຮ່ວມ ກັນໄດ້ໃນການຈັດ ຕັ້ງປະຕິບັດຕົວຈິງ.

XS
SM
MD
LG