ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັນດາ ລມຕ ASEAN ສົນທະນາກັນ ເລື້ອງທະເລຈີນໃຕ້ ແລະອື່ນໆ ຢູ່ມຽນມາ (ວີດີໂອ ພາສາລາວ/ອັງກິດ)


ASEAN Ministers to Discuss South China Sea, Other Issues
please wait

No media source currently available

0:00 0:02:57 0:00

ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ​ ຂອງ​ເຫລົ່າ​ປະ​ເທດ​ເອ​ເຊຍ
​ຕາ​ເວັນ​ອອກ ສຽງ​ໃຕ້ ຕະຫລອດ​ທັງຄູ່​ຕຳ​ແໜ່​ງຈາກ ສະຫະລັດ​
ອາ​ເມຣິກາ ຈີນ ​ແລະອີກ​ຫລາຍ​ປະ​ເທດ ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ນະ
ຄອນຫລວງ​ເນ​ປີ​ຕໍ ຂອງ​ປະ​ເທດ​ມຽນມາ ​ໃນ​ອາທິດ​ນີ້ ​ເພື່ອ​ປະ
ກອບສ່ວນ​ໃນ​ກອງ​ປະຊຸມ​ສຳຄັນ​ສອງ​ບັ້ນ ອັນ​ຮວມທັງ​ກອງ​ປະ
ຊຸມ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ຂອງພາກ​ພື້ນ ທີ່​ປະກອບ​ດ້ວຍ 27
ປະ​ເທດ​ສະມາຊິກ​ນັ້ນ. Steve Herman ຜູ້​ສື່​ຂ່າວ​ວີ​ໂອ​ເອ ມີ
​ລາຍ​ງານ​ມາ​ຈາກ​ບາງກ​ອກ ກ່ຽວ​ກັບ​ຄວາມ​ຄາດໝາຍ​ຕ່າງໆ​
ຈາກກອງ​ປະຊຸມ​ເຫລົ່າ​ນັ້ນ ຮວມທັງ​ບັນຫາ​ຂັດ​ແຍ້​ງ​ຕ່າງໆນຳ ​
ເຊັ່ນ​ການ​ຍາດແຍ່ງກັນ​ອ້າງ​ເອົາ​ກຳມະສິດ​ໃນ​ດິນແດນ​ຢູ່​ທະ​ເລ
​ຈີນ​ໃຕ້. ​ດາຣາ​ມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ລິງໂດຍກົງ

ກອງ​ປະຊຸມທີ່ກຳລັງດຳເນີນໄປຢູ່​ມຽນມາ​ນັ້ນ ​ແມ່ນ​ມີ​ຂຶ້ນ​ໃນຂະ​ນະ​ທີ່ສະມາຄົມ ASEAN
ສືບ​ຕໍ່​ການກະກຽມ​ຕ່າງໆ ​ເພື່ອ​ຮວມ​ເຂົ້າກັນ​ເປັນ​ປະຊາ​ຄົມ​ເສດຖະກິດ ຫລື AEC ​ໃນ​ປີໜ້າ
ກໍ​ຄື 2015 ຊຶ່ງ​ຈະມາ​ພ້ອມ​ກັບການ​ຜ່ອນຜັນ​ຂໍ້​ຈຳກັດ ຕໍ່​ການ​ຄ້າ​ແລະ​ແຮງ​ງານ​ຂ້າມ​ຊາຍແດນ.

ແຕ່ເຖິງ​ແມ່ນ​ວ່າ ການ​ປ່ຽນແປງ​ສ່ວນ​ໃຫຍ່ຢູ່​ໃນ​ຂົງ​ເຂດ​ ຈະ​ຖື​ກຂັບ​ດັນໂດຍ​ເລື້ອງຕະຫລາດ​
ກໍ​ຕາມ ​ແຕ່ກໍ​ມີ​ຫລາຍໆ​ບັນຫາໂຕ້​ແຍ້​ງກັນທາງ​ການເມືອງ ທີ່​ແບ່ງ​ແຍກ​ບັນດາ​ສະມາຊິກ​ຂອງ ASEAN.

ການ​ຜິດ​ຖຽງ​ກັນ​ເລື້ອງ​ທະ​ເລ​ຈີນ​ໃຕ້ ​ແມ່ນໄດ້ຢູ່​ໃນ​ອັນ​ດັບ​ສູງ​ສຸດ​ຂອງ​ລາຍການ​ສົນທະນາກັນ
ຢູ່​ໃນ​ກອງ​ປະຊຸມ​ສຳຄັນໆ​ທັງ​ໝົດ​ຂອງ​ອາ​ຊ່ຽນ ​ໃນ​ປີ​ນີ້.

ນັກ​ການ​ທູດ​ອັນ​ດັບ​ສູງ​ສຸດ​ຂອງ​ສະຫະລັດ​ສຳ​ຫລັບ​ເອ​ເຊຍ​ຕາ​ເວັນ​ອອກ ກໍຄື​ລັດ​ຖະມົນຕີ
ຊ່ວຍ​ວ່າການ​ກະຊວງ​ຕ່າງປະ​ເທດ Daniel Russel ກ່າວ​ວ່າ ການ​ທີ່​ຈີນເອົາ​ຖານ​ເຈາະນ້ຳ
ມັນ​ໄປຕິດ​ຕັ້ງ​ໄວ້ຊົ່ວຄາວ ຢູ່​ໃນເຂດ​ນ່ານນ້ຳ​ທີ່​ຫວຽດນາມ​ກໍອ້າງ​ເອົາ​ກຳມະສິດ​ນຳ​ກັນ​ນັ້ນ
ໄດ້​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງທະວີ​ສູງ​ຂຶ້ນ ຢູ່​ໃນ​ຂົງ​ເຂດ. ທ່ານ Daniel Russel ​ເວົ້າ​ວ່າ:

“ຈີນ ​ໃນ​ຖານະ​ເປັນ​ປະ​ເທດໃຫຍ່ ​ແລະ​ມີ​ອຳ​ນາດ​ນັ້ນ ກໍ​ແມ່ນ​ມີ​ຄວາມ​ຮັບຜິດຊອບ​
ພິ​ເສດ ທີ່​ຈະ​ຕ້ອງ​ສະ​ແດງ​ຄວາມ​ຍັບ​ຍັ້ງ​ຊັ່ງໃຈ. ມັນ​ມີ​ຮອຍ​ຕີນ​ອັນ​ບັກ​ໃຫຍ່ ທີ່​ມາ​ກັບ
ຄວາມ​ເຂ້​ມ​ແຂງ​ທາງ​ທະຫານ ​ແລະ​ມັນ​ບັງຄັບ​ໃຫ້​ເຮົາ​ຕ້ອງ​ວາງ​ຕີນ​ຂອງ​ເຮົາ​ລົງຢ່າງ​ລະມັດລະວັງ​ທີ່​ສຸດ ​ແລະ​ຄ່ອຍໆ​ກ້າວ​ຍ່າງ​ໄປ​ຢ່າງລະມັດລະວັງ ​ເວລາ​ທີ່​ເຮົາ​ຢູ່​ໃນ
​ເຂດ​ທີ່​ຫລໍ່​ແຫລມ.”

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:



ສາສະດາ​ຈານ ປະ​ນິທານ ວັດທະນາ​ຍາກ​ອນ ທີ່​ມະຫາວິທະຍາ​ໄລ​ຈຸລາ​ລົງກອນ ຜູ້ຕິດຕາມ​
ສັງ​ເກດ​ເບິ່ງ​ເລື້ອງ​ລາວ​ກ່ຽວ​ກັບ​ອາ​ຊ່ຽນ​ຢ່າງ​ໃກ້ຊິດ ​ເຕືອນ​ວ່າຄວາມ​ກ້າວໜ້າ​ກ່ຽວກັບບັນຫາ
ໃຫຍ່ໆແບບນັ້ນ ​ແມ່ນ​ຈະຍັງ​ຊ້າ​ຢູ່​ ຍ້ອນ​ມູນ​ມໍລະດົກ​ທາງ​ປະຫວັດສາດ. ທ່ານປະ​ນິທານ
ກ່າວ​ດັ່ງນີ້:

“​ແນ່ນອນ ຂົງ​ເຂດ​ນີ້ ​ໃນ​ອະດີດ​ຜ່ານ​ມາ​ນັ້ນ ​ແມ່ນ​ເຕັມ​ໄປ​ດ້ວຍ ​ເຈດ​ຕະນາ​ລົມ​
ທີ່​ໜ້າ​ສົງ​ໄສ ການ​ຂາດ​ຄວາມ ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ​ໂດຍ​ສະ​ເພາະ​ແລ້ວ​ກໍ​ແມ່ນ​
ໃນເ​ເງ່ຂອງ​ຄວາມ​ສາມາດທາງ​ທະຫານ ​ໃນ​ແງ່​ຂອງ​ການ​ເຕີບ​ໃຫຍ່​ຂະຫຍາຍ​
ໂຕ​ຂອງ​ພວກ​ອຳນາດ​ໃຫຍ່​ໆ. ຂົງ​ເຂດ​ນີ້​ໄດ້ຜ່ານ​ຜ່າ​ໄລຍະ​ເວລາ​ຫລາຍ​ສິບ​ປີ
ທີ່​ມີ​
ແຕ່ຄວາມ​ວຸ້ນ​ວາຍ ​ໃນ​ສະ​ໄໝ​ຫົວ​ເມືອງ​ຂຶ້ນ ​ແລະ​ໃນ​ສະ​ໄໝ​ສົງຄາມ​ເຢັນ.”

ນັບ​ຕັ້ງ​ແຕ່​ການ​ກໍ່​ລັດຖະປະຫານ​ເມື່ອ​ວັນ​ທີ 22 ພຶດສະພາຜ່ານ​ມາ​ນັ້ນ ປະ​ເທດໄທແມ່ນ​ໄດ້
ປະ​ເຊີນ​ກັບ​ການ​ກົດ​ດັນ​ທາງ​ການ​ທູດຈາກ​ຝ່າຍ​ຕາ​ເວັນ​ຕົກ ອັນ​ຮວມທັງ​ການ​ຕັດ​ການຊ່ວຍ
​ເຫລືອ​ທາງ​ທະຫານ​ລົງ ຍ້ອນ​ໄດ້​ໂຈະ​ປະຊາທິປະ​ໄຕ​ໄວ້​ນັ້ນ ຊຶ່ງ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ເປັນຫ່ວງ
​ຂຶ້ນ​ມາ ​ໃນ​ບັນດາ​ສະມາຊິກ​ອາ​ຊ່ຽນ ​ແລະ​ປະ​ເທດ​ອື່ນໆ​ນຳ​ວ່າ ມັນ​ຈະ​ຜັກ​ດັນ​ບາງກອກ ​ໄປສູ່
​ການ​ມີ​ຄວາມ​ສຳພັນ​ທີ່​ໃກ້ຊິດ​ຍິ່ງຂຶ້ນ ກັບ​ປັກ​ກິ່ງ. ທ່ານ ປະ​ນິທານ ມີຄວາ​ມ​ເຫັນ​ວ່າ:

“ຄະນະ​ຜູ້​ແທນ​ໄທ​ ມີ​ຄວາມຈຳ​ເປັນ​ທີ່​ຈະ​ຕ້ອງ​ໃຫ້​ຄວາມໝັ້ນ​ໃຈ​ແກ່​ກອງ​ປະຊຸມ​
ວ່າ ​ເລື້ອງ​ນັ້ນ​ຈະ​ບໍ່​ເກີດ​ຂຶ້ນ ​ແລະ​ວ່າ ​ໄທ​ຈະ​ເອົາ​ທ່າ​ທີ​ທີ່​ສົມ​ດູ​ນກ່ວາ​ນັ້ນ ຄື​ເຂົ້າ
​ພົວພັນ​ກັບ​ທຸກໆ​ປະ​ເທດ ​ເຊັ່ນ​ມຽນມາ ​ເຊັ່ນກຳປູ​ເຈຍ. ຄື​ກັນກັບ​ສະມາຊິກ​ສ່ວນ​
ໃຫຍ່​ຂອງ​ອາ​ຊ່ຽນ​ຫັ້ນ ​ໄທ​ຈະ​ຕ້ອງມີ​ການ​ພົວພັນກັບ​ທຸກ​ຝ່າຍ​ຫລາຍ​ຂຶ້ນ ຕ້ອງ​ມີ
​ຫລາຍ​ມິ​ຕິ​ຂຶ້ນ​ຕື່ມ.”


​ເລື້ອງ​ນຶ່ງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປີ​ນີ້ ກໍ​ຄື ມຽນມາ​ໄດ້ຂຶ້ນ​ເປັນ​ປະທານ​ຂອງອາ​ຊ່ຽນ ​ເປັນ​ເທື່ອ
ທຳ​ອິດ. ​ແຕ່​ວ່າ ​ໃນ​ຂະນະ​ທີ່​ມຽນມາຈັດການ​ກັບ​ບັນຫາ​ຄວາມ​ຮຸນ​ແຮງ​ລະຫວ່າງ​ຊຸ​ມຊົນ​ແລະ​
ການ​ກະບົດ​ ພ້ອມໆ​ກັບ​ຄ່ອຍໆ​ຫັນປ່ຽນ​ໄປ​ຈາກ​ການ​ປົກຄອງ​ໂດຍເຕັມ​ຂອງ​ກອງທັບ​ນັ້ນ ກໍ​ມີ
ຄວາມ​ບໍ່​ແນ່​ໃຈ​ໃນບາງ​ສະມາຊິກ​ຂອງ​ອາ​ຊ່ຽນ ກ່ຽວ​ກັບ​ວ່າມຽນມາ​ຈະສາມາດ​ໃຫ້ການນຳພາ
ທີ່​ມີ​ປະສິດທິ​ພາບ​ໄດ້​ຫລື​ບໍ່?

ຢ່າງ​ໃດ​ກໍ​ຕາມ ​ເດີມ​ພັນ​ອາດ​ຈະ​ບໍ່​ສູງ​ປານ​ນັ້ນ. ສະມາຄົມ​ອາ​ຊ່ຽນ ທີ່​ຖືກ​ກໍ່​ຕັ້ງ​ຂຶ້ນ​ມາ​ໃນ​ປີ
1967 ​ແມ່ນ​ຖືກ​ຂັບ​ດັນ​ໂດຍ​ຫລັກການ​ແຫ່ງ​ການ​ບໍ່​ຕິຕຽນ ​ຫລື​ເຂົ້າ​ແຊກ​ແຊງ​ ໃນ​ກິດຈະການ
ຂອງ​ສະມາຊິກ. ​ແລະ​ນັ້ນ ຜ່ານ​ມາ​ ​ແມ່ນ​ໄດ້​ນຳ​ໄປ​ສູ່​ຜົນ​ຂອງ​ກອງ​ປະຊຸມທີ່​ບໍ່​ໄດ້​ຮັບ​ການຊົມ​
ເຊີຍ ກໍ​ຄື ການ​ເຫັນພ້ອມກັນ​ແບບ​ຄຸມ​ເຄືອກ່ຽວ​ກັບ​ບັນຫາ​ທີ່​ຫລໍ່​ແຫລມສຳຄັນ​ຕ່າງໆ ຊຶ່ງ​ພາ
ໃຫ້​ມີ​ການ​ຕັ້ງ​ຂໍ້ສົງ​ໃສ​ຂຶ້ນ​ມາ​ວ່າ ອາ​ຊ່ຽນ​ຍັງ​ເປັນ​ກຸ່ມ​ຈັດ​ຕັ້ງ​ທີ່ມີ​ຄວາມ​ສຳຄັນ ຫລືມີ​ຄວາມ
ໝາຍຢູ່​ບໍ ​ໃນ​ໂລກ​ທີ່​ມີ​ການ​ປ່ຽນ​ແປງ​ຢ່າງ​ໄວ ​ໃນ​ເວລາ​ນີ້.

XS
SM
MD
LG