ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບັນດາ ລັດຖະມົນຕີ ອາຊ່ຽນ ຈະຜັກດັນ ໃຫ້ມີຂໍ້ຕົກລົງ ໃນ ທະເລຈີນໃຕ້


ບັນດາລັດຖະມົນຕີຕ່າງປະເທດ ອາຊ່ຽນ ຢືນຖ່າຍຮູບລວມໝູ່ ໃນນະຄອນຫຼວງ ກົວລາລຳເປີ, ມາເລເຊຍ.​ 4 ສິງຫາ, 2015.
ບັນດາລັດຖະມົນຕີຕ່າງປະເທດ ອາຊ່ຽນ ຢືນຖ່າຍຮູບລວມໝູ່ ໃນນະຄອນຫຼວງ ກົວລາລຳເປີ, ມາເລເຊຍ.​ 4 ສິງຫາ, 2015.

ເມື່ຶອຄະນະ​ລັດຖະມົນ​ຕີ​ຕ່າງປະ​ເທດ ອາ​ຊ່ຽນ ພົບ​ປະກັນ​ໃນມາ​ເລ​ເຊຍ ໃນ​ທ້າຍອາທິດ​ນີ້, ບັນດາ​ລັດ​ຖະມົນຕີ​ທັງຫຼາຍ​ແມ່ນ​ຄາດ​ວ່າ​ ຈະພາກັນ ເອົາທ່າທີຢ່າງແຂງຂັນກ່ຽວກັບສັນຕິພາບ ​ແລະສະຖຽນ ລະພາບໃນ​ທະ​ເລ​ ຈີນ​ໃຕ້.

ອີງ​ຕາມ​ເອກະສານ​ທີ່​ໄດ້​ຮັບ​ມາໂດຍ ວີໂອ​ເອ ພະແນກພາສາຂະ​ເໝນ ກ່ອນ​ການ​ປະຊຸມ​ດັ່ງກ່າວ, ບັນດາ​ລັດ​ຖະມົນ​ຕີ​ຈະ​ພາກັນ​ລຸກຂຶ້ນຕໍ່ສູ້ເພື່ອ “ສິດເສລີພາບ​ຂອງ​ການເດີນ​ເຮືອ, ການ​ບໍ່​ກີດ​ກັ້ນ​ການ​ຄ້າທາງ​ທະ​ເລ​ຢ່າງ​ຖືກ​ກົດໝາຍ, ການ​ຄ້າ ​ແລະ ການບິນເໜືອ​ພື້ນ​ທີ່.”

ນອກນັ້ນ ບັນດາ​ລັດຖະມົນຕີ​ກໍ​ຍັງກຳລັງ​ເຮັດ​ວຽກ ​ຕໍ່ສິ່ງ​ທີ່​ເອີ້ນ​ວ່າ “ຖະ​ແຫຼງກາ​ນຄວາມ​ປະ​ພຶດ” ທີ່​ຈະ​ຕຽມຂັ້ນ​ຕອນ​ສຳລັບ​ກົດ​ການປະພຶດ, ​ເຊິ່ງເປັນກົດ​ລະບຽບ​ທີ່​ຈະ​ວາງ​ກົນໄກເພື່ອ ຫຼີກ​ລ່ຽງຄວາມ​ຂັດ​ແຍ່​ງ​ໃນ​ທະ​ເລ​ທີ່​ກຳລັງ​ຖົກ​ຖຽງກັນ ອີງ​ຕາມ​ຮ່າງ​ຖະ​ແຫຼງການ​ສະບັບ​ໜຶ່ງ ​ເຊິ່ງຄາດ​ ວ່າ​ຈະ​ຖະ​ແຫຼງໂດຍ​ປະທານ​ ໃນ​ການສະຫຼຸບກອງ​ປະຊຸມ ໃນວັນ​ທີ 6 ​ເດືອນ​ສິງຫາ​ນີ້.

ບັນດາ​ລັດຖະມົນຕີ​ຈະ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບການຖົມ​ດິນ​ໃສ່​ເກາະດອນຕ່າງໆ ແລະ ການ​ກໍ່ສ້າງ​າຂອງຈີນ ໃສ່​ທະເລ​ຈີນ​ໃ​ຕ້ ​ແລະ ກໍ​ຈະ​ພະຍາຍາມ​ຄັດຄ້ານ​ການ​ກະທຳ​ຝ່າຍ​ດຽວ ຫຼື ການ​ໃຊ້​ກຳລັງໃດ​ໆ ທີ່​ອາດ​ຈະ​ເຮັດ​ໃຫ້​ພາກ​ພື້ນ​ດັ່ງກ່າວ​ບໍ່​ມີ​ຄວາມ​ໝັ້ນຄົງ.

​ໃນ​ການ​ກອງ​ປະຊຸມ​ກ່ອນ​ໜ້າ​ນີ້​ໃນ​ເດືອນ ກໍລະກົດ, ຄະນະ​ກຳ​ມະ​ທິການ​ຈາກ​ ອາ​ຊຽນ ​ແລະ ຈີນ ​ໄດ້​ຕົກລົງທີ່ຈະແກ້​ໄຂ​ບັນຫາ​ຂັດແຍ້ງ ທາ​ງທະ​ເລ “​ດ້ວຍ​ການມີຈິດ​ໃຈ​ຂອງ​ການ​ເປັນ​ເພື່ອນ​ບ້ານ​ທີ່​ດີ” ​ແລະ ອີງຕາມ​ກົດໝາຍ​ທາງ​ທະ​ເລ​ສາກົນ.

​ໃນ​ກອງ​ປະຊຸມ​ດັ່ງກ່າວ​, ບັນດາ​ປະ​ເທດ ອາ​ຊ່ຽນ ​ແລະ ຈີນ ​ໄດ້​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ສ້າງ​ຈຸດສຳຜັດ ສຳລັບ​ການ​ຕິດ​ຕໍ່ສື່ສາ​ນ​ເຫດການ​ສຸກ​ເສີນ ລະຫວ່າ​ງບັນ​ດາ​ເຈົ້າ​ໜ້າ​ທີ່​ອາວຸໂສ, ​ເຊິ່ງອາດ​ຊ່ວຍໃນ​ການ​ປ້ອງ​ບໍ່ໃຫ້ບັນຫາ​ຂັດ​ແຍ້​ງທະວີຄວາມຮ້າຍແຮງຂຶ້ນ. ​ແຕ່ແນວໃດກໍ ຕາມຮ່າງເອກະສານດັ່ງກ່າວ ຍັງມີຊ່ອງຫວ່າງຢ່າງກວ້າງຂວາງ ລະຫວ່າງ ການດຳເນີນ ຄວາມພະຍາຍາມທາງການທູດ ແລະຄວາມເຄັ່ງຕຶງທີ່ເພີ້ມທະວີຂຶ້ນຢູ່ໃນ ຂົງເຂດ.

XS
SM
MD
LG