ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຍີ່ປຸ່ນແລະຈີນຫາລືກັນ ເພື່ອຫາທາງຫລຸດຜ່ອນ ຄວາມເຄັ່ງຕຶງ


ທ່ານ Naoto Kan (ຂວາ) ນາຍົກລັດຖະມົນຕີຍີ່ປຸ່ນ ແລະ ຄູ່ຕໍາແໜ່ງຈາກປະເທດຈີນ ທ່ານ ເຫວິນ ເຈ້ຍບາວ (ຊ້າຍ) ໄດ້ພາກັນ ຫລຽວໜ້າໄປຄົນລະທາງ ໃນໄລຍະທີ່ພວກເຂົາເຈົ້າມາເຖິງກອງປະຊຸມສຸດຍອດ ຂອງອາຊ່ຽນບວກ 3 ຄັ້ງທີ 13th ທີ່ຈັດຂຶ້ນນອກກອງປະຊຸມສຸດຍອດຂອງອາຊ່ຽນ ຄັ້ງທີ 17 ຢູ່ຮ່າໂນ່ຍ ໃນ ວັ
ທ່ານ Naoto Kan (ຂວາ) ນາຍົກລັດຖະມົນຕີຍີ່ປຸ່ນ ແລະ ຄູ່ຕໍາແໜ່ງຈາກປະເທດຈີນ ທ່ານ ເຫວິນ ເຈ້ຍບາວ (ຊ້າຍ) ໄດ້ພາກັນ ຫລຽວໜ້າໄປຄົນລະທາງ ໃນໄລຍະທີ່ພວກເຂົາເຈົ້າມາເຖິງກອງປະຊຸມສຸດຍອດ ຂອງອາຊ່ຽນບວກ 3 ຄັ້ງທີ 13th ທີ່ຈັດຂຶ້ນນອກກອງປະຊຸມສຸດຍອດຂອງອາຊ່ຽນ ຄັ້ງທີ 17 ຢູ່ຮ່າໂນ່ຍ ໃນ ວັ

ນາຍົກລັດຖະມົນຕີຍີ່ປຸ່ນແລະຈີນ ໄດ້ພົບປະຫາລືກັນ
ຢູ່ນອກກອງປະຊຸມສຸດຍອດອາຊ່ຽນ ທີ່ຫວຽດນາມ​
ໃນວັນເສົາວານນີ້ ​ໃນ​ຄວາມ​ພະຍາຍາມ​ເພື່ອຫາທາງ
ຫລົດຜ່ອນຄວາມເຄັ່ງຕຶງ ລະຫວ່າງສອງປະເທດອໍາ
ນາດໃນຂົງເຂດ.

ທ່ານ Naoto Kan ນາຍົກລັດຖະມົນຕີຍີ່ປຸ່ນ ແລະ
ຄູ່ຕໍາແໜ່ງຈາກປະ​ເທດຈີນ ທ່ານ ເຫວິນ ເຈ້ຍບາວໄດ້
ມີກໍານົດຈະພົບປະກັນເມື່ອວັນສຸກຜ່ານມາ ແຕ່ການ
ພົບປະກັນໄດ້ຖືກລົບລ້າງ ຫລັງຈາກປັກກິ່ງກ່າວຫາ
ໂຕກຽວວ່າ “ທໍາລາຍບັນຍາກາດ ສໍາລັບການເຈລະຈາ
ກັນ”.

ຍີ່ປຸ່ນແລະຈີນໄດ້ພົວພັນນໍາ​ການຂັດແຍ້ງທີ່ຂົມຂື່ນ
ລະຫວ່າງ​ກັນ ກ່ຽວ​ກັບໝູ່ເກາະ Senkaku ຫລືທີ່​ຈີນ​ເອີ້​ນວ່າໝູ່ເກາະ Diaoyu ທີ່ທັງ​ຝ່າຍ​
ຕ່າງ​ກໍອ້າງເອົາກໍາມະສິດ.

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານນາງຮິລແລຣີ ຄລິນຕັນ ທີ່​ໄດ້ ​ໄປເຂົ້າຮ່ວມກອງ
ປະຊຸມສຸດຍອດກັບ​ອາ​ຊ່ຽນທີ່ກຸງຮາໂນຍ ໄດ້ສະເໜີທີ່​ຈະອໍານວຍໃຫ້ຄວາມສະດວກ​ໃນການ
ເຈລະຈາລະຫວ່າງຈີນແລະ ຍີ່ປຸ່ນນັ້ນ ​ໂດຍກ່າວວ່າ ສະຫະລັດບໍ່ມີທ່າທີໃດໆຕໍ່ອະທິປະໄຕ
ຂອງໝູ່ເກາະດັ່ງກ່າວ.

ນອກນີ້ແລ້ວ ທ່ານນາງຄລິນຕັນ ​ໄດ້ສະແດງຄວາມຍິນດີນໍາການລົງ ນາມຂອງຫວຽດນາມ
ໃນສົນທິສັນຍາຕໍ່ຕ້ານການທໍລະມານ ຂອງອົງການສະຫະປະຊາຊາດ ຊຶ່ງທ່ານນາງກ່າວວ່າ
ມັນເປັນຜົນໂດຍກົງຂອງການໂອ້ລົມສົນທະນາກັບສະຫະລັດ ກ່ຽວກັບສິດທິມະນຸດນັ້ນ.

ຕໍ່ມາ​ໃນ​ຕອນ​ບ່າຍ​ວັນ​ເສົາ​ວານນີ້ ທ່ານນາງຄລິນຕັນໄດ້ບິນອອກຈາກ ຮ່າໂນຍ ໄປກໍາປູເຈຍ
ບ່ອນຈຸດແວ່​ແຫ່ງ​ຕໍ່​ໄປຂອງການຢ້ຽມຢາມຂົງ ເຂດເອເຊຍ-ປາຊິຟິກ ​ເປັນ​ເວລາ 13 ວັນຄັ້ງ
ນີ້ແລະ ທ່ານນາງໄດ້ ຢຸດແວ່ທີ່ເກາະໄຫໜັນທາງພາກໃຕ້ຂອງຈີນ ເປັນເວລາສັ້ນໆ ເພື່ອພົບ
ປະກັບ ທ່ານ Dai Bingguo ທີ່​ປຶກສາ​ຄະນະ​ລັດຖະບານ​ຈີນ ເພື່ອເນັ້ນຢໍ້າທ່າທີຂອງສະ
ຫະລັດກ່ຽວ​ກັບ​ກໍລະນີ​ພິພາດ​ເລື້ອງ​ດິນ​ແດນ ລະຫວ່າງ​ຈີນ​ກັບຍີ່ປຸ່ນນັ້ນ.

XS
SM
MD
LG