ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ນໍາກຸ່ມອາຊ່ຽນປະຊຸມກັນ ຢູ່ຫວຽດນາມ


ກອງປະຊຸມຂອງຜູ້ນໍາປະເທດໃນກຸ່ມອາຊ່ຽນ ທີ່ຮ່າໂນຍ, ຫວຽດນາມ, ວັນພະຫັດ ທີ 28 ຕຸລາ 2010
ກອງປະຊຸມຂອງຜູ້ນໍາປະເທດໃນກຸ່ມອາຊ່ຽນ ທີ່ຮ່າໂນຍ, ຫວຽດນາມ, ວັນພະຫັດ ທີ 28 ຕຸລາ 2010

ພວກຜູ້ນຳໃນເຂດເອເຊຍຕາເວັນອອກສຽງໃຕ້ພວມປະຊຸມ
ກັນຢູ່ຫວຽດນາມ ໃນວັນພະຫັດມື້ນີ້ ຊຶ່ງ​ຫົວ​ຂໍ້​ປະຊຸມທີ່​
ສໍາຄັນ​ທີ່​ສຸດ ກໍ​ຄື​ເລື້ອງການຮວມໂຕເຂົ້າກັນ ທາງດ້ານເສດ
ຖະກິດ ແລະການເລືອກຕັ້ງຄັ້ງຈະມາຂອງມຽນມາ ໃນບັນ
ດາບັນຫາ​ທີ່ຮີບດ່ວນອື່ນໆ.

ທ່ານສຸຣິນ ພິດສຸວັນ ເລຂາທິການໃຫຍ່ຂອງສະມາຄົມອາ
ຊ່ຽນ ກ່າວກ່ອນກອງປະຊຸມໄຂ ຂຶ້ນວ່າ 10 ປະເທດສະມາ
ຊິກຂອງສະມາຄົມອາຊ່ຽນ ຈຳເປັນຕ້ອງໄດ້ທຳການລົງ
ທຶນຫຼາຍຂຶ້ນຢູ່ໃນປະເທດຂອງກັນແລະກັນ. ອາຊ່ຽນໄດ້
ຕັ້ງເປົ້າໝາຍ ເພື່ອສ້າງຕັ້ງປະຊາຄົມ ແບບດຽວກັນກັບ
ສະຫະພາບຢູໂຣບ ຂຶ້ນພາຍໃນປີ 2015.

ຍັງເປັນທີ່ຄາດກັນອີກວ່າ ພວກຜູ້ນຳຂອງອາຊ່ຽນຈະພາ
ກັນສະແດງຄວາມວິຕົກກັງວົນ ກ່ຽວກັບການເລືອກຕັ້ງ
ໃນວັນທີ7 ເດືອນໜ້າຢູ່​ໃນມຽນມາ ບ່ອນທີ່ພວກຜູ້ນຳ
ທະຫານບໍ່ຍອມອະນຸຍາດໃຫ້ບັນດາພັກຝ່າຍຄ້ານທີ່ສຳຄັນໆເຂົ້າຮ່ວມ ແລະຫ້າມບໍ່ໃຫ້ພວກ ນັກສັງເກດການ ແລະນັກຂ່າວຈາກຕ່າງປະເທດ ໄປຮ່ວມ.

ນອກນັ້ນ ພວກຜູ້ນຳຂອງປະເທດຕ່າງໆຍັງຈະໄດ້ພົບປະກັບເລຂາທິການໃຫຍ່ ຂອງອົງ
ການສະຫະປະຊາຊາດ ທ່ານ Ban Ki Moon ທີ່ໄດ້ສະແດງຄວາມ ຜິດຫວັງຂອງທ່ານ
ກ່ຽວກັບມຽນມາ.

XS
SM
MD
LG