ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້ນຳ 10 ປະເທດສະມາຊິກ ອາຊຽນ ຈະຮັບຮອງ ຖະແຫລງການວຽງຈັນ 2 ສະບັບ


ຜູ້ນຳຈາກ 10 ປະເທດສະມາຊິກຂອງອາຊຽນ ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 27 ທີ່ມາເລເຊຍ
ຜູ້ນຳຈາກ 10 ປະເທດສະມາຊິກຂອງອາຊຽນ ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 27 ທີ່ມາເລເຊຍ

ນາຍົກລັດຖະມົນຕີລາວ ຢືນຢັນວ່າ ກອງປະຊຸມສຸດຍອດຜູ້ນຳ ອາຊຽນ ຄັ້ງທີ 28 ໃນເດືອນກັນຍາ 2016 ຢູ່ນະຄອນຫຼວງວຽງຈັນ ຜູ້ນຳ 10 ປະເທດສະມາຊິກ ຈະໃຫ້ການຮັບຮອງ ຖະແຫລງການວຽງຈັນ 2 ສະບັບ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫລງຢືນຢັນວ່າ ໃນໂອກາດ ທີ່ ລັດຖະບານ ລາວ ເປັນປະທານຂອງອາຊຽນໃນປີ 2016 ຊຶ່ງເຮັດໃຫ້ຈະຕ້ອງເປັນ ເຈົ້າພາບຈັດ ກອງ ປະຊຸມສຸດຍອດ ອາຊຽນ ໃນເດືອນກັນຍາປີນີ້ ຢູ່ນະຄອນຫຼວງ ວຽງຈັນ ຜູ້ນຳຈາກ 10 ປະເທດສະມາຊິກຂອງອາຊຽນ ຈະໃຫ້ການຮັບຮອງຖະແຫລງການ ວຽງຈັນ 2 ສະບັບ ກໍຄື ຖະແຫລງການວຽງຈັນ ວ່າດ້ວຍການຈ້າງງານ ໃນລະບົບ ແລະ ຖະແຫລງການວຽງຈັນ ວ່າດ້ວຍການຮ່ວມມືດ້ານມໍລະດົກວັນທະນະທຳ ອາຊຽນ ຊຶ່ງກໍເປັນໝາກຜົນ ຈາກກອງປະຊຸມສະພາປະຊາຄົມ ວັດທະນະທຳ ແລະ ສັງຄົມ ອາຊຽນ ຄັ້ງທີ 15 ຢູ່ນະຄອນຫຼວງວຽງຈັນ ເມື່ອບໍ່ນານມານີ້ ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ:

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ

“ກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 15 ໄດ້ ພ້ອມກັນ ພິຈາລະນາບັນດາເອກະສານສຳຄັນຕ່າງໆ ເພື່ອນຳສະເໜີໃຫ້ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 28 ໃນເດືອນກັນຍາ ທີ່ຈະມາເຖິງນີ້ ຢູ່ນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນ ຖະແຫລງການວຽງຈັນ ວ່າດ້ວຍ ການຫັນປ່ຽນ ຈາກການຈ້າງງານນອກລະບົບ ໄປສູ່ການຈ້າງງານໃນລະບົບ ແລະ ຖະແຫລງການວຽງຈັນ ວ່າດ້ວຍການຊຸກຍູ້ ແລະ ສົ່ງເສີມການຮ່ວມມື ທາງດ້ານມໍລະດົກວັດທະນະທຳ ອາຊຽນ ແລະ ບັນດາເອກະສານທີ່ສຳຄັນອື່ນໆ.”

ພ້ອມກັນນີ້ ລັດຖະບານລາວ ຍັງໄດ້ໃຫ້ບຸລິມະສິດ ກັບເອກະສານສຳຄັນ 2 ສະບັບ ກໍຄືແຜນວຽກຂໍ້ລິເລີ້ມ ສຳລັບການເຊື່ອມໂຍງອາຊຽນ ສະບັບທີ 3 ແລະ ວາລະການ ເຊື່ອມຈອດອາຊຽນ ຫລັງປີ 2015 ທັງຍັງໃຫ້ຄວາມສຳຄັນເປັນພິເສດ ກັບວິໄສທັດ ຂອງອາຊຽນ 2025 ໂດຍສະເພາະ ກໍແມ່ນໃນດ້ານການເມືອງ ແລະ ຄວາມໝັ້ນຄົງ ຂອງປະຊາຄົມອາຊຽນນັ້ນ.

ທ່ານທອງລຸນ ຢືນຢັນວ່າ ລັດຖະບານລາວ ຈະຮັບປະກັນຄວາມປອດໄພໃຫ້ໄດ້ທັງ 100 ເປີເຊັນ ທັງຍັງຈະຕ້ອງກະກຽມ ສະຖານທີ່ຈັດກອງປະຊຸມ ບ້ານພັກຮັບຮອງຜູ້ນຳ ແລະ ຄະນະຜູ້ແທນຂອງທຸກປະເທດ ຕະຫຼອດຈົນຄວາມພ້ອມດ້ານບຸຄະລາກອນ ແລະ ສິ່ງ ອຳນວຍຄວາມສະດວກຕ່າງໆ ໃຫ້ໄດ້ຢ່າງຄົບຖ້ວນ ແລະ ເຊື່ອໝັ້ນວ່າ ການເປັນປະທານ ຂອງອາຊຽນ ຈະເຮັດໃຫ້ບົດບາດໃນເວທີສາກົນ ຂອງລັດຖະບານລາວ ໂດດເດັ່ນຂຶ້ນ ອັນຈະເຮັດໃຫ້ການດຳເນີນນະໂຍບາຍການຕ່າງປະເທດຂອງລາວ ໄດ້ຮັບຜົນສຳເລັດ ເປັນຢ່າງດີ ໃນທຸກໆດ້ານ.

ໂດຍໃນປັດຈຸບັນ ສປປ ລາວ ມີສາຍພົວພັນທາງການທູດກັບ 138 ປະເທດ ທັງກໍຍັງມີ ສາຍພົວພັນກັບພັກການເມືອງ 124 ພັກ ໃນທົ່ວໂລກ ໃນຂະນະທີ່ລາວ ກໍມີສຳນັກງານ ຜູ້ຕາງໜ້າທາງການທູດຢູ່ຕ່າງປະເທດ 38 ແຫ່ງ ໂດຍໃນນີ້ ເປັນສະຖານເອກອັກຄະລັດ ຖະທູດ 26 ແຫ່ງ ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ ສະຖານກົງສຸນໃຫຍ່ 8 ແຫ່ງ ແລະ ຫ້ອງການກົງສຸນ 1 ແຫ່ງ.

ການພົວພັນກັບຕ່າງປະເທດຢ່າງກວ້າງຂວາງ ຫຼາຍຂຶ້ນນັບມື້ດັ່ງກ່າວ ກໍຍັງເຮັດໃຫ້ ບົດບາດຂອງລາວ ໃນເວທີສາກົນເປັນທີ່ຍອມຮັບຂອງນານາຊາດເພີ້ມຂຶ້ນ ໂດຍ ສະເພາະແມ່ນການທີ່ລາວ ໄດ້ເປັນສະມາຊິກ ຂອງອາຊຽນແຕ່ປີ 1997 ເປັນຕົ້ນມາ ແລະ ເປັນສະມາຊິກອົງການການຄ້າໂລກ (WTO) ນັບແຕ່ປີ 2013 ເປັນຕົ້ນມາ ຊຶ່ງກໍສົ່ງຜົນ ດີຕໍ່ການພັດທະນາເສດຖະກິດ ການຄ້າ ແລະ ການລົງທຶນ ໃນລາວເປັນຢ່າງດີ.

ທາງດ້ານທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການ ກະຊວງ ການເງິນ ຢືນຢັນວ່າ ແຜນການພັດທະນາເສດຖະກິດ-ສັງຄົມ ໃນຊ່ວງປີ 2016-2020 ລັດຖະບານລາວ ຈະສູ້ຊົນເພື່ອຍາດແຍ່ງເອົາຄວາມຊ່ວຍເຫຼືອ ຈາກຕ່າງ ປະເທດໃຫ້ໄດ້ ເຖິງ 3,500 ລ້ານໂດລາ ຫຼື 700 ລ້ານໂດລາຕໍ່ປີ ທີ່ຄິດເປັນ 12.5 ເປີເຊັນ ຂອງການລົງ ທຶນພາກລັດຖະບານທັງໝົດ.

ໂດຍສຳລັບ ໃນລະຍະແຜນການປີ 2011-2015 ທີ່ຜ່ານມາ ລັດຖະບານລາວ ກໍໄດ້ ຮັບຄວາມຊ່ວຍເຫຼືອຈາກຕ່າງປະເທດຄິດເປັນມູນຄ່າລວມ 3,368 ລ້ານໂດລາ ຫຼື ປະມານ 673 ລ້ານໂດລາຕໍ່ປີ ຊຶ່ງໃນນີ້ ແບ່ງເປັນການຊ່ວຍເຫຼືອລ້າ ໃນມູນຄ່າ 2,270 ລ້ານໂດລາ ແລະ ເງິນທຶນກູ້ຢືມ ໃນມູນຄ່າ 1,098 ລ້ານໂດລາ ສ່ວນການຄາດໝາຍ ໃນແຜນການປີ 2016-2020 ກໍຄິດເປັນລະດັບທີ່ເພີ້ມຂຶ້ນຈາກແຜນການປີ 2011-2015 ພຽງ 4 ເປີເຊັນ ເທົ່ານັ້ນ ຈຶ່ງເຮັດໃຫ້ລັດຖະບານລາວໝັ້ນໃນວ່າ ຈະໄດ້ຮັບການຕອບສະໜອງ ຈາກນານາ ຊາດຕາມຄາດໝາຍດັ່ງກ່າວ.

ແຕ່ຢ່າງໃດກໍຕາມ ການທີ່ລັດຖະບານໄດ້ວາງເປົ້າໝາຍທີ່ຈະຊຸກຍູ້ໃຫ້ເສດຖະກິດ ຂະຫຍາຍຕົວເພີ້ມຂຶ້ນໃນລະດັບ 8 ເປີເຊັນຕໍ່ປີ ໃນຊ່ວງປີ 2016-2020 ກໍເຮັດໃຫ້ ຈະຕ້ອງລະດົມເງິນທຶນໃຫ້ໄດ້ເຖິງ 33,000 ຕື້ກີບ ຫຼື 4,125 ລ້ານໂດລາ ຊຶ່ງຄິດເປັນ 32 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ແຕ່ລັດຖະບານລາວ ສາມາດ ຈະຕອບສະໜອງໄດ້ພຽງ 10 ເປີເຊັນ ເທົ່ານັ້ນ ຈຶ່ງຕ້ອງເພິ່ງພາການຊ່ວຍເຫຼືອ ຈາກຕ່າງ ປະເທດ ເປັນຫລັກນັ້ນເອງ.

XS
SM
MD
LG