ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການກົດດັນ ໃຫ້ອາຊ່ຽນ ເພີ່ມການປາບປາມ ໄຂ້ຍຸງ ດື້ຢາ


ນາງ Sornsuda Setaphan ນັກຄົ້ນຄວ້າໄຂ້ຍຸງກຳປູເຈຍ ພວມກະກຽມເລືອດຕົວຢ່າງ ທີ່ໂຮງໝໍເມືອງໄພລິນ
ນາງ Sornsuda Setaphan ນັກຄົ້ນຄວ້າໄຂ້ຍຸງກຳປູເຈຍ ພວມກະກຽມເລືອດຕົວຢ່າງ ທີ່ໂຮງໝໍເມືອງໄພລິນ

ພວມມີການຮ້ອງຂໍໃຫ້ບັນດາລັດຖະມົນຕີກະຊວງສາທາລະນະສຸກຂອງສະມາຄົມປະຊາຊາດ ໃນເຂດເອເຊຍຕາເວັນອອກສຽງໃຕ້ຫຼືອາຊ່ຽນ ສະໜັບສະໜຸນການດຳເນີນຄວາມພະຍາຍາມ ຂອງອົງການສະຫະປະຊາຊາດ ເພື່ອສະກັດກັ້ນການແຜ່ລະບາດຂອງໄຂ້ຍຸງ ສາຍພັນທີ່ດື້ຢາ ໂດຍສະເພາະຢູ່ໃນບໍລິເວນຊາຍແດນຂອງກຳປູເຈຍ ແລະມຽນມານັ້ນ. ນັກຂ່າວວີໂອເອ Ron Corben ສົ່ງລາຍງານມາຈາກບາງກອກວ່າ ຫົວໜ້າອົງການ RBM ຂອງສະຫະປະຊາຊາດ ທີ່ຕໍ່ສູ້ກັບພະຍາດໄຂ້ຍຸງ ກ່າວວ່າ ການຕັດສິນໃຈຢ່າງເດັດຂາດພຽງພໍ ທາງດ້ານການເມືອງ ອາດສາມາດນຳໄປສູ່ການລຶບລ້າງພະຍາດດັ່ງກ່າວນີ້ໄດ້

ພວມ​ມີ​ການ​ກົດ​ດັນ​ໃຫ້ບັນດາ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຂອງ​ສະມາຄົມ​ປະຊາ​
ຊາດ​ໃນ​ເອ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ ຫຼືອາ​ຊ່ຽນ​ແລະ​ພວກ​ເຈົ້າໜ້າ​ທີ່​ ທີ່ປະຊຸມ​ກັນ
ຢູ່​ປະ​ເທດ​ໄທ ໃຫ້ເສີມ​ຂະຫຍາຍ​ການ​ດຳ​ເນີນ​ຄວາມ​ພະຍາ​ຍາມ ​ໃນ​ການ​ລຶບລ້າງ​ພະຍາດ​
ໄຂ້ຍຸງ​ສາຍ​ພັນ​ດື້ຢາທີ່ພວມ​ມີ​ເພີ່ມ​ຂຶ້ນ​ໃນຫຼາຍຮູບ​ແບບຢູ່​ໃນ​ຂົງ​ເຂດ.

ພວກ​ນັກວິທະຍາສາດ​ມີ​ຄວາມ​ຢ້ານ​ກົວ​ວ່າ ​ໄຂ້​ຍຸງ​ສາຍ​ພັນ​ດື້ຢາອາດ​ແຜ່​ລະບາດ​ອອກ​ໄປ​
ນອກ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ເຂົ້າ​ໄປ​ຍັງ​ທະວີບຕ່າງໆ ເຊັ່ນອາ​ຟຣິກາຊຶ່ງ​ເປັນ
​ຂົງ​ເຂດທີ່​ມີພວກ​ເຄາະ​ຮ້າຍ​ຈຳນວນ​ຫຼວງຫຼາຍ ​ໄດ້​ຕົກ​ເປັນ​ເຫຍື່ອຂອງ​ເຊື້ອພະຍາດ ຫຼືກາ​
ຝາກ​ທີ່ໂຕຍຸງ​ເປັນ​ສື່​ນໍາ​ເອົາ​ມາແຜ່ຜາຍນັ້ນ.

ທ່ານ Thomas Teuscher ຜູ້ອຳນວຍການ​ບໍລິຫານ​ຂອງກຸ່ມພາຄີ​ຕີ​ຕ້ານພະຍາດໄຂ້ຍຸງ
​ຫຼື RBM ທີ່​ໄດ້​ຮັບ​ຄວາມ​ສະໜັບສະໜຸນ​ຈາກ​ສະຫະ​ປະຊາ​ຊາດນັ້ນກ່າວ​ວ່າ ຈຳ​ເປັນ​ຕ້ອງ
​ໄດ້ມີ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ເພີ່ມ​ຕື່ມ​ເພື່ອຄໍ້າປະກັນ​ວ່າ ຢ່າງ​ນ້ອຍ​ພະຍາດ​ໄຂ້ຍຸງ​ທີ່
ດື້ຢາ​ຍັງ​ຖືກ​ຈຳກັດ​ໃຫ້​ຢູ່ແຕ່​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້​ທໍ່​ນັ້ນ.

ທ່ານ Teuscher ​ເວົ້າວ່າ “​ເວລາ​ນີ້ ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ໄດ້​ເພີ່ມ​ທະວີ​ຄວາມສົນ​ໃຈ​ແລະ
​ການ​ດຳ​ເນີນ​ງານ​ຂອງ​ພວກ​ເຮົາ​ເພື່ອ​ປ້ອງ​ກັນ​ໃຫ້​ໂລກ​ມະນຸດ​ປອດ​ໄພຈາກ​ພະຍາດ​ໄຂ້ຍຸງ
ໂດຍເຮັດໃຫ້​ແນ່​ໃຈ​ວ່າ ​ຢາ​ຊະນິ​ດຕ່າງໆ​ທີ່​ພວກ​ເຮົາ​ນໍາໃຊ້​ໃນ​ປັດຈຸບັນນີ້ ຍັງ​ສາມາດ​ໃຊ້ຕໍ່​
ໄປ​ໄດ້​ອີກດົນ​ເທົ່າ​ທີ່​ຈະ​ດົນ​ໄດ້ນັ້ນຄື​ເລື່ອງລາວ​ໃນ​ການ​ຄວບ​ຄຸມ​ການ​ແຜ່​ລະບາດຂອງ​ໄຂ້
ຍຸງ​ທີ່​ດື້ຢາ​ໃນ​ເຂດ​ພາກພື້ນ​ແມ່​ນໍ້າຂອງ.”

ອົງການ​ອະນາ​ໄມ​ໂລກ ຊຶ່ງໃຫ້​ຄວາມ​ສະໜັບສະໜຸນ​ທີ່ສຳຄັນ​ຕໍ່ກຸ່ມ​ພາຄີ​ຕີ​ຕ້ານ​ພະຍາດ​
ໄຂ້ຍຸງ ຕະຫຼອດທັງ​ທະນາຄານ​ໂລກ​ ແລະ​ພະ​ແນ​ກການ​ຕ່າງໆ​ ຂອງ​ສະຫະ​ປະຊາ​ຊາດ
ກ່າວ​ວ່າໄຂ້ຍຸງ​ເປັນ​ໄພ​ຂົ່ມຂູ່​ຕໍ່​ປະຊາຊົນ​ຈຳນວນ 2 ພັນ 200 ລ້ານ​ຄົນຢູ່​ໃນ 20 ປະ​ເທດ
ທົ່ວ​ເຂດ​ເອ​ເຊຍ​ປາຊີ​ຟິກ ​ໂດຍ​ມີ 330 ລ້ານ​ຄົນ​ຕົກ​ຢູ່​ໃນ​ຄວາມ​ສ່ຽງສະ​ເພາະ​ແຕ່​ຢູ່​ໃນບັນ
ດາ​ປະ​ເທດອາ​ຊ່ຽນ​ທໍ່​ນັ້ນ.

ຍຸງ ເປັນພາຫະນຳເຊື້ອໄຂ້ຍຸງ
ຍຸງ ເປັນພາຫະນຳເຊື້ອໄຂ້ຍຸງ

​ໃນ​ປີ 2010 ​ຂົງ​ເຂດ​ເອ​ເຊຍ​ປາຊີ
​ຟິກມີ​ກໍລະນີ​ຄົນເປັນ​ພະຍາດ​ໄຂ້
ຍຸງ​ຢູ່ 28 ລ້ານ​ຄົນ ​ໂດຍ​ມີ​ຜູ້​ເສຍ
​ຊີວິດ 38,000 ຄົນ. ຫຼາຍກວ່າ
90 ເປີເຊນ ຂອງ​ພວກ​ທີ່​ເສຍ​ຊີ
ວິດ ​ແມ່ນ​ຢູ່​ໃນ ​ປະ​ເທດ​ອິນ​ເດຍ
ບັງ​ກລາ​ແດັສ ອິນ​ໂດ​ເນເຊຍ​ແລະ
​ປາ​ປົວ​ນິວກີ​ເນຍ.

ພວກ​ເຈົ້າໜ້າ​ທີ່​ໄດ້​ພາກັນ​ຕື່ນ​ຕົກ​
ໃຈ​ ຍ້ອນຜູ້​ປ່ວຍ​ເປັນ​ພະຍາດ​ໄຂ້​ຍຸງ​ມີ​ຈຳ​ນວນ​ເພີ່ມຂຶ້ນຢູ່​ໃນ​ປະ​ເທດ​ໄທ​ແລະ​ກຳປູ​ເຈຍ ພ້ອມ​ກັບ​ບໍລິ​ເວນ​ຊາຍ​ແດນ​ທີ່​ຕິດ​ກັບ​ມາ​ເລ​ເຊຍ​ນຳ.

ພວກ​ນັກວິທະຍາສາດ​ໄດ້​ຖີ້ມ​ໂທດ​ໃສ່​ການ​ໃຊ້​ຢາ​ຊະນິດທີ່​ໃຊ້​ພຽງ​ເທື່ອ​ດຽວ​ແລະ​ການ​ຂາຍ
​ຢາ​ປອມວ່າ ​ເປັນສາ​ເຫດ​ສຳຄັນ​ທີ່​ພາ​ໃຫ້​ມີ​ການ​ດື້ຢາຫລາຍ​ຂຶ້ນ​ເລື້ອຍໆ. ທ່ານ Teuscher
ກ່າວວ່າມີ​ຄວາມ​ເປັນ​ຫ່ວງ​ຫຼາຍຂຶ້ນນັບ​ມື້ວ່າ​ໃນ​ຈຸດ​ໃດ​ຈຸດ​ນຶ່ງ​ການ​ປິ່ນປົວພະຍາດ​ນີ້​ດ້ວຍ​ຢາ​
ຈະ​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ.

ທ່ານ Teuscher ​ເວົ້າວ່າ “ປັດຈຸບັນ​ນີ້ ບັນຫາແມ່ນ​ໄພ​ຂົ່ມຂູ່​ຈາ​ກການດື້ຢາ ຖ້າ​ອ້າ​ງ​ຕາມ
ອົງການ​ອະນາ​ໄມ​ໂລກຢ່າງ​ຖືກຕ້ອງ ຄື​ມັນ​ໃຊ້​ເວລາ​ຫຼາຍຂຶ້ນ​ໃນ​ການ​ທີ່ ຈະ​ກຳຈັດ​ເຊື້ອກາ​
ຝາກ​ຢູ່​ໃນ​ເລືອດ​ຂອງ​ພວກ​ຄົນ​ປ່ວຍທີ່​ເປັນ​ໄຂ້ຍຸງ​ໃນ​ເວລາ​ນີ້ ​ແຕ່​ວ່າໃນ​ທີ່​ສຸດ​ນັ້ນ ຢາ​ກໍ​ຍັງ​
ສາມາດ​ປົວ​ໃຫ້​ຄົນ​ປ່ວຍ​ຫາຍ​ໄດ້​ ແຕ່​ຕ້ອງ​ໃຊ້​ເວລາ​ດົນ​ຂຶ້ນ​ ດັ່ງນັ້ນ ມັນ​ເປັນ​ຮ່ອງ​ຮອຍອັນ
ໜັກ​ແໜ້ນ​ທີ່​ຊີ້​ບອກວ່າ ​ໃນ​ຈຸດ​ໃດ​ຈຸດ​ນຶ່ງ​ຢາ​ອາດ​ຈະ ​ໃຊ້​ບໍ່ໄດ້ຜົນ​ອີກ​ຕໍ່​ໄປ​ແລ້ວ.”

ທ່ານ Teuscher ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ຮ່ວມ​ມື​ກັນ​ຂ້າມ​ຊາຍ​ແດນ​ເພີ່ມ​ຂຶ້ນ​ ເພື່ອຄວບ​ຄຸມ​
ໄພ​ຂົ່ມຂູ່​ຈາກ​ໄຂ້​ຍຸງ​ທີ່​ດື້ຢານັ້ນບໍ່​ໃຫ້​ແຜ່​ລະບາດ​ອອກ​ໄປຕື່ມ​ອີກ. ​ແຕ່​ທ່ານ​ກໍ​ກ່າວ​ວ່າ ຄວາມ
​ສຳ​ເລັດ​ໃນ​ເລື່ອງ​ນີ້ ຕ້ອງ​ໄດ້​ມີ​ການ​ຄຸ້ມ​ຄອງ​ເປັນ​ຢ່າງ​ດີ​ທີ່​ສຸດ​ ພວກ​ຄົນ​ປ່ວຍ​ເປັນ​ໄຂ້ຍຸງ​ທຸກໆ​
ປະ​ເພດ ແລະ​ຫຼີກລ່ຽງການ​ປິ່ນປົວ​ທີ່​ຊ້ຢາ​ພຽງ​ເທື່ອ​ດຽວແລະ​ມີການ​ຕິດ​ຕາມ​ເບິ່ງ​ຢ່າງ​ລະມັດ
ລະວັງ.

ທ່ານ Teuscher ຫວັງ​ວ່າ ຖ້າ​ຫາກ​ມີ​ການ​ນຳ​ໃຊ້​ຊັບພະຍາກອນ​ຕ່າງໆ​ຢ່າງ​ເປັນການ​ພຽງ
ພໍ ​ໄຂ້ຍຸງ​ກໍອາດ​ຈະ​ຖືກ​ກຳຈັດ​ໃຫ້​ສິ້ນຊາກ​ໄປໃນ​ທີ່​ສຸດ.

ທ່ານ Teuscher ​ເວົ້າວ່າ “ພວກ​ເຮົາ​ສາມາດໄປ​ໄດ້​ໄກ​ ​ແລະ​ສ່ວນໃຫຍ່​ແລ້ວ​ມັນ​ເປັນ​ບັນ
ຫາ​ຄວາມ​ໝາຍ​ໝັ້ນທາງ​ດ້ານ​ການ​ເມືອງ ​ທີ່​ຈະ​ນຳ​ໃຊ້ວິ​ໄສ​ທັດອັນ​ນັ້ນ​ ບົນ​ພື້ນຖານທາງ​
ຍຸດ​ທະ​ສາດ​ ​ແນ່ນອນ ຢູ່​ໃນ​ສະຖານ​ທີ່​ໆ​ຖືກຕ້ອງ ​ແລະຫຼັງຈາກ​ນັ້ນ ກໍລະດົມ​ຊັບພະຍາ
ກອນ​ດ້ານ​ການ​ເງິນ​ແລະ​ມະນຸດ​ໃນ​ຂອບເຂດທີ່​ກວ້າງຂວາງ ເພື່ອ​ເຮັດ​ໃຫ້​ມັນ​ເກີດ​ຂຶ້ນ​ໄດ້.
ມັນ​ເປັນ​ໄປ​ໄດ້ ຖ້າ​ຫາກ​ຂ້າພະ​ເຈົ້າຍັງ​ໜຸ່ມ ​ເຮົາ​ສາມາດ​ເວົ້າ​ໄດ້​ວ່າ ດ້ວຍ​ຄວາມ​ພະຍາຍາມ​
ດັ່ງ​ກ່າວ ຄວາມ​ໝາຍ​ໝັ້ນນີ້ ພວກເຮົາ​ສາມາດ​ບັນລຸໄດ້​ໃນ​ໄລຍະ 30 ປີ​ຂ້າງ​ໜ້າ ​ແຕ່​ຕ້ອງ
​ມີ​ວິ​ໄສ​ທັດ​ທີ່​ປະສານ​ກັນ.”

ກອງ​ປະຊຸມ​ເປັນ​ເວລາ 2 ມື້ທີ່​ພູ​ເກັດ ປະ​ເທດ​ໄທ ຊຶ່ງ​ໄດ້​ເລີ່​ມຂຶ້ນ​ໃນ​ວັນ​ພະຫັດ​ແລະ​ສິ້ນສຸດ
​ລົງ​ໃນ​ວັນ​ສຸກ​ກ່ອນນີ້ຍັງ​ໄດ້​ສົນທະນາ​ຫາລື​ກັນ​ກ່ຽວ​ກັບ​ການ​ຄວບ​ຄຸມພະຍາດ​ຕ່າງໆ​ທີ່​ບໍ່
​ສາມາດ​ຕິດ​ຕໍ່​ໄດ້ ​ເຊັ່ນ​ໂຣກຫົວ​ໃຈ ມະ​ເຮັງ ​ເບົາຫວານ ​ແລະພະຍາດ​ປອດ​ເຮື້ອ​ຮັງ.

ສ່ວນຫົວ​ຂໍ້​ອື່ນໆ​ນັ້ນກໍ​ມີ ບັນຫາ​ການ​ສະໜອງການ​ຮັກສາ​ສຸຂະ​ພາບໃຫ້​ທຸກໆ​ຄົນ ການ​
ຄວບ​ຄຸມ​ຢາສູບ ການ​ແຜ່​ລະບາດ​ຂອງ​ເຊື້ອ HIV ​ແລະ​ໂຣກ​ເອດ​ສ໌​ໃນ​ເຂດ​ເທດສະ​ບານ​ຕະ
ຫຼອດທັງການ​ຄຸ້ມ​ຄອງ​ໄພພິບັດ​ສຸກ​ເສີນ​ຕ່າງໆ.

ໃນ​ການ​ເຈລະຈາ​ຫາ​ລື​ຄັ້ງນີ້ ນອກ​ຈາກບັນດາ​ລັດຖະມົນຕີ​ສາທາ​ລະນະ​ສຸກ​ແລະ​ພວກ​ເຈົ້າ
ໜ້າ​ທີ່​ຂອງ​ອາ​ຊ່ຽນ​ແລ້ວ ຍັງ​ມີ​ລັດຖະມົນຕີ​ຈາກ​ຈີນ ຍີ່ປຸ່ນ ​ແລະ​ເກົາຫຼີ​ໃຕ້ ເຂົ້າຮ່ວມ​ນຳ.

XS
SM
MD
LG