ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ASEAN ຮຽກຮ້ອງໃຫ້ຍົກເລີກ ການລົງໂທດຕໍ່ມຽນມາ ໄວທີ່ສຸດ (ວີດີໂອ)


ບັນດາສະມາຊິກປະເທດ ASEAN ເຂົ້າຮ່ວມຟັງການປິດປະຊູ່ມສຸດ ຍອດ ASEAN ຄັ້ງທີ່ 20 ທີ່ Peace Palace ໃນກູງພະນົມເປັນ ວັນພຸດ ທີ່ 4 ເດືອນເມສາ, 2012.
ບັນດາສະມາຊິກປະເທດ ASEAN ເຂົ້າຮ່ວມຟັງການປິດປະຊູ່ມສຸດ ຍອດ ASEAN ຄັ້ງທີ່ 20 ທີ່ Peace Palace ໃນກູງພະນົມເປັນ ວັນພຸດ ທີ່ 4 ເດືອນເມສາ, 2012.

ບັນດາ​ຜູ້​ນໍາຂົງເຂ​ດເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້ ​ໄດ້​ຮຽກຮ້ອງຢ່າງ​ເປັນ​ທາງ​ການ ​
ໃຫ້ພວກປະ​ເທດ​ຕາ​ເວັນ​ຕົກ​ ພາ​ກັນ​ຍົກ​ເລີກການ​ລົງ​ໂທດ​ທາງເສດຖະກິດ​ຕໍ່ມຽນມ້າ
ນັ້ນໂດຍ​ໄວ.

ຄໍາ​ຮຽກຮ້ອງດັ່ງກ່າວ​ມີ​ຂຶ້ນຢູ່ໃນ​ຖະ​ແຫລ​ງການ​ປິດ​ກອງ​ປະ​ຊຸມ ​ໃນ​ວັນ​ພຸດ​ມື້​ນີ້ລຸນ
ຫລັງ​ກອງປະ​ຊຸມ​ສຸດ​ຍອດເປັນ​ເວລາສອງ​ມື້ທີ່​ກໍາ​ຢູ​ເຈຍ. ບັນດາ 10 ປະ​ເທດສະມາ
ຊິກ​ຂອງສະມາຄົມ​ກຸ່ມ​ປະ​ເທດໃນ​ເຂ​ດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ຍັງ​ໄດ້​ໃຫ້​ຄໍາ​ໝັ້ນ
ສັນຍາ ​ທີ່​ຈະ​ເພີ່ມ​ທະວີ​ຄວາມ​ພະຍາຍາມ​ຂຶ້ນ ​ໃນ​ການ​ຫາ​ທາງ​ແກ້ໄຂບັນຫາ​ຂັດ​ແຍ້​ງ​
ກັນ​ເລື່ອງ​ເຂດ​ນໍ້າ​ ​ກັບປະ​ເທດຈີນ ທີ່​ທະ​ເລ​ຈີນ​ໃຕ້ນັ້ນ ​ແລະ​ຮຽກຮ້ອງ​ໃຫ້ມີ​ການ​ຍັບ
ຍັ້ງ​ຊັ່ງ​ໃຈ ຢູ່​ໃນ​ແຫລມ​ຂອງ​ເກົາຫລີ ບ່ອນ​ທີ່​ເກົາຫລີ​ເໜືອມີ​ແຜນ ການ ຈະສົ່ງ​ຈະ​
ຫລວດ​ຂຶ້ນ​ສູ່​ອາ​ວະ​ກາດ ທີ່​ເປັນບັນຫາຂັດ​ແຍ້​ງ​ກັນ​ນັ້ນ.

ນາຍົກລັດຖະມົນຕີ ຮຸນ ​ເຊ​ນ ​ເຈົ້າພາບ​ກອງ​ປະຊຸມ​ ກ່າວ​ວ່າ ບັນດາ​ຜູ້​ນໍາ​ອາ​ຊ່ຽນ​
ທັງ 10 ຄົນ ​ແມ່ນ​ເຫັນ​ພ້ອມ​ກັນ​ໃນ​ບັນຫາ​ນີ້ ​ແລະ​ທ່ານ​ກ່າວ​ວ່າ ການ​ຍົກເລີກ​ການ
ລົງ​ໂທດຈະເປັນ​ການຊຸກຍູ້​ແລະ​ສົ່ງ​ເສີມ​ການ ພັດທະນາ​ຢູ່​ໃນ​ມຽນມ້າ ຊຶ່ງ​ແຕ່​ກ່ອນ​
ເອີ້ນ​ວ່າ ພະມ້າ​ນັ້ນ.

XS
SM
MD
LG