ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມແມ່ຍິງອາຊຽນ ຈັດງານສະຫຼອງ ຄົບຮອບ 46 ປີ ຂອງ ASEAN DAY (ສະໄລດ໌/ວີດີໂອ ເພງອາຊຽນ)


ການສະແດງແຟຊັ່ນ ຊຸດແຕ່ງກາຍປະຈໍາຊາດ ໃນວັນອາຊຽນ
ການສະແດງແຟຊັ່ນ ຊຸດແຕ່ງກາຍປະຈໍາຊາດ ໃນວັນອາຊຽນ
ໃນ​ວັນ​ສະຫຼອງ​ຄົບຮອບ 46 ປີ ຂອງ​ກຸ່ມ​ປະ​ເທດ​ອາ​ຊຽນທີ່
​ປະກອບ​ດ້ວຍ 10 ປະ​ເທດ​ດ້ວຍ​ກັນ ມີ ບຣູ​ໄນ ກໍາປູ​ເຈຍ
ອິນ​ໂດ​ເນ​ຍເຊຍ ລາວ ມາ​ເລ​ເຊຍ ມຽນມາ ຟີລິບ​ປີນ ສິງ​ກະ
​ໂປ ​ໄທ ​ແລະຫວຽດນາມ ຊຶ່ງ​ ສປປ ລາວ​ ນັ້ນ ໄດ້​ເຂົ້າ​ປະກອບ
​ສ່ວນ​ເປັນສະມາຊິກ​ກຸ່ມ​ປະ​ເທດອາ​ຊຽນ ມາ​ຕັ້ງ​ແຕ່ ປີ 1997.

ວັນຄົບຮອບ​ປະ​ຈໍາປີ​ດັ່ງກ່າວ ໄດ້ສະຫຼອງ​ສືບທອດ​ສະ​ເໝີມາ
ຈົນ​ເທົ່າ​ເຖິງ​ປະຈຸ​ບັນ​ນີ້ ຊຶ່ງ​ທາງ​ສະຖານທູດ Brunei ​ທີ່ເປັນ
ປະທານ​ກຸ່ມ ASEAN ປີນີ້ ໄດ້​ເອື້ອ​ເຟື້ອສະຖານ​ທີ່ ໂດ​ຍມີ​
ການປະກອບສ່ວນ​ຂອງ​ສະຖານ​ທູດ ຈາກ 10 ປະ​ເທດ​ສະມາ
ຊິກ ໂດຍ​ການ​ເປີດ​ງານ​ກ່າວ​ຄໍາປາໄສ​ແລະ​ອະທິບາຍ ​ເຖິງ​ຈຸດ
ປະສົງ​ຂອງ​ງານ​ນີ້ນັ້ນ ກໍ​ເພື່ອກະ​ສັບສໍາພັນ​ທະ​ໄມຕີ ລະຫວ່າງກັນ​
ໃຫ້​ແໜ້ນແຟ້ນ ​ແລະ​ພ້ອມ​ນີ້ ຍັງ​ໄດ້​ກະຈາຍຂໍ້​ມູນຂ່າວສານ
ຄວາມຮູ້ກ່ຽວ​ກັບ ປະ​ເພນີ ການ​ເມືອງ ການ​ຄ້າ ຕ່າງໆ​ນາໆ ​
ໃຫ້​ຊາວ​ອາ​ເມ-ຣິກັນແລະຊາວຕ່າງຊາດ ​ໄດ້​ຮຽນຮູ້ ຊຶ່ງກັນແລະກັນ.

ລິງໂດຍກົງ

ຫົວ​ຈັກຫົວ​ແຮງ​ຜູ້​ທີ່ຢູ່​ເບື້ອງ​ຫຼັງ​ການ​ວາງ​ແຜນຈັດງານ ຫຼື​ວ່າ
ເປັນ​ແມ່​ງານ​ຂອງ ​ຄໍ່​າຄືນ​ວັນ​ອັງຄານ ທີ 22 ຕຸລາ​ຜ່ານ​ມາ​ນີ້ ​
ແມ່ນບັນດາພັນລະຍາທ່ານ​ທູດ ​ແລະ​ນັກ​ການ​ທູດທັງຫຼາຍທີ່​
ຈັດຕັ້ງກັນ​ເປັນອົງການ​ຢ່າງ​ຖືກຕ້ອງ ທີ່​ເອີ້ນ​ກັນ​ວ່າ ASEAN
Women Circle ຫຼື AWC ປະທານ​ກຸ່​ມ​ແມ່ຍິງ AWC ປີ​ນີ້ ​ແມ່ນ​ປະ​ເທດຫວຽດນາມ ນໍາພາ​ໂດຍທ່ານ​ນາງ Ming Ha ພັນລະຍາທ່ານເອກອັກຄະລັດຖະທູດຫວຽດນາມ
ປະຈໍາກຸງວໍຊິງຕັນ ທີ່​ໃຫ້​ສໍາພາດ​ກັບ VOA ວ່າ:

ລິງໂດຍກົງ




ຈຸດ​ເດັ່ນ​ຂອງ​ງານ​ນັ້ນ​ແມ່ນ ກິດຈະ​ກໍາ​ຕ່າງໆ​ທີ່​ມີ​ຂຶ້ນ ຫຼັງ​ຈາກ​ເປີ​ດງານ ກ່າວ​ຄໍາ​ປາ​ໄສ
ຢ່າງ​ເປັນ​ທາງ​ການ​ແລ້ວ ກໍ​ມີ​ການ​ຕັດ​ເຄັກ​ວັນ​ເກີດ​ຄົບຮອບ 46 ປີ ມີ​ທັງ​ແຂກທີ່​ເປັນຊາວ
​ຕ່າງປະ​ເທດ ຈາກສະຖານທູດ​ຕ່າງໆ​ແລະ​ສ່ວນ​ບຸກຄົນ​ທີ່​ກ່ຽວຂ້ອງ​ທັງຫຼາຍເຂົ້າຮ່ວມ
ຫຼາຍ​ກວ່າ 500 ຄົນ ມີ​ການສະ​ແດງແຟຊັ່ນຈາກ​ນາໆ​ປະ​ເທດ ທີ່​ໄດ້​ກ່າວ​ມາ​ຂ້າງເທິງ​ນັ້ນ ຊຶ່ງ​ການ​ປະກອບສ່ວນ​ຂອງ​ຝ່າຍລາວ ​ແມ່ນ​ໄດ້ຊຸດ​ແຕ່ງ​ງານ​ຂອງ​ເຈົ້າ​ສາວ​ເຊື້ອກະສັດ
ລາວ​ ໃນ​ພະລາດຊະວັງຫຼວງ​ພະ​ບາງ ​ໃນ​ສະ​ໄໝພະລາດຊະອານາຈັກ​ລາວ​ໃນ​ສະ​ໄໝ
​ກ່ອນ ຊຸດ​ລາວ​ສະ​ໄໝລາຕີ​ສະ​ໂມສອນ ​ແລະ​ຊຸດ​ຊົນ​ເຜົ່າ​ໄທ​ດໍາ ທີ່ໄດ້ຮັບ​ການ​ເອື້ອ​ເຟື້ອ
ຈາກ​ທ່ານນາງ ​ແສງ​ຈັນ ແຣດດິກ ຜູ້​ຫຼັກ​ຜູ້​ໃຫຍ່​ ໃນປະ​ຊາ​ຄົມ​ລາວ-ອາ​ເມຣິກັນ​ໃນ​ລັດ ​ເວີ​ຈີ​ເນຍ. ທ່ານ​ນາງ​ສົມ​ດີ ສຸຂະ​ທິວົງ ພັນ​ລະ​ຍາ​ທ່ານ​ແສງ ສຸຂ​ະທິວົງ ​ເອກ​ອັກຄະລັດ
ຖະທູດ​ລາວ​ ປະ​ຈໍາ ສະຫະລັດອາ​ເມຣິກາ ກາ​ນາ​ດາ​ແລະເມັກ​ຊິ​ໂກ ​ເປັນ​ຜູ້​ປະສານງານ
​ແລະ​ນໍາພາ​ຄະນະ ໄປ​ສະ​ແດງແຟຊັນ ກໍໄດ້ກ່າວເຖິງ​ຄວາມ​ປາບ​ປື້ມທີ່​ໄດ້​ເປັນສ່ວນນຶ່ງ​
ຂອງ​ງານ​ປະ​ເພນີ​ນີ້​ ກັບ VOA ວ່າ:


ນຶ່ງໃນນາງແບບກິຕິມະສັກຈາກປະເທດມຽນມາ ທ່ານນາງ ຕີຕີ ມາຣ ໄດ້ກ່າວເຖິງ
ຄວາມຮູ້ສຶກທີ່ໄດ້ປະກອບສ່ວນໃນຄັ້ງນີ້ເຊັ່ນກັນວ່າ ຕື່ນເຕັ້ນດີໃຈ ຊຶ່ງທ່ານນາງກ່າວວ່າ:

ລິງໂດຍກົງ


ແຂ​ກຈໍານວນ​ຫຼວງ​ຫຼາຍ ຕ່າງ​ກໍ​ພາກັນ​ແຕ່ງ​ຕົວ​ໃສ່​ຜ້າແຜ່ນ​ແພ ​ທີ່​ຕໍ່າ​ແລະ​ທັກ​ທໍດ້ວຍງານ
​ຝີມື​ຊາວ​ເອເຊຍທັງຫຼາຍນັ້ນ ມາສະ​ແດງ​ໃຫ້​ກັນ​ເບິ່ງ. ​ແຂກ​ຜູ້​ເຂົ້າ​ຮ່ວມທ່ານ​ນຶ່ງ​ໃນ​ນັ້ນກໍ
​ແມ່ນ Jane Pennewell ທີ່​ໄດ້​ສະ​ແດງ​ຄວາມ​ຮູ້ສຶກ ສູ່ VOAຟັງ​ວ່າ​:

ລິງໂດຍກົງ

ນອກຈາກ​ການສະ​ແດງ​ເສື້ອ​ຜ້າ​ທີ່​ສ້າງ​ຄວາມ​ຕື່ນ​ຕາ​ຕື່ນ​ໃຈ​ໃຫ້ງານ​ຄັ້ງ​ນີ້​ແລ້ວ ຈຸດ​ເດັ່ນທີ່​
​ຖື​ວ່າ​ສໍາ​ຄັນ​ຍິ່ງ​ກວ່າ​ນັ້ນ​ ກໍຄື​ການ​ຮັບ​ປະທານ​ອາຫານ​ເລີດ​ລົດ ທີ່​ປຸງ​ແຕ່ງກະກຽມ​ມາໄວ້
ບໍລິການ ຊຶ່ງ​ໄດ້​ສ້າງ​ຄວາມ​ໜ້າ​ສົນ​ໃຈ ​ໃຫ້​ບັນດາ​ແຂກ ທີ່ໄດ້​ທົດ​ລອງ​ຊິ​ມອາຫານ ປະເພດ​
ຕ່າງໆ​ຈາກ​ນາໆ​ປະ​ເທດ​ອາ​ຊຽນ​ເຫຼົ່າ​ນີ້. ສ່ວນ​ອາຫານ​ລາວ​ທີ່​ຂຶ້ນ​ຊື່​ກໍ​ມີ ຕໍາ​ໝາກ​ຮຸ່ງ
​ໄກ່​ທອດ ຫໍ່ມົກ ​ແລະ​ເຂົ້າໜົມ​ມັນ​ຕົ້ນ​ຂອງຫວານ​ລາວ. ​ແຂກທຸກໆ​ທ່ານ​ພາກັນມ່ວນ​ຊື່ນ ອີ່ມ​ໜໍາ​ສໍາລານ​ໄປ​ຕາມໆ​ກັນ ​ແລະ​ວັນ​ບັນຈົບ​ຄົບຮອບຂອງ​ກຸ່ມ​ອາ​ຊຽນ ຈະກັບມາ​ອີກ​ໃໝ່​ໃນ​ປີໜ້າ ​ໃນ​ຮູບ​ແບບ​ໃໝ່ ​ເພື່ອ​ເສີມ​ສ້າງສໍາພັນທະ​ໄມ​ຕີ ​ແລະ​ຮຽນ​ຮູ້ ຊຶ່ງ​ກັນ​ແລະ​ກັນ ຜ່ານ​ທາງ​ການສະ​ແດງ​ວັດທະນະ​ທໍາ ການ​ດົນຕີ ຟ້​ອນລໍາ ການ​ແຕ່ງ​ຕົວ ປະ​ເພນີ
ຕ່າງໆ​ໃຫ້​ທຸກໆ​ຄົນ ​ໄດ້​ສຶກສາ ດັ່ງ​ທີ່​ທ່ານ​ທູດບຣູ​ໄນ ພະນະ​ທ່ານ Dato Paduka Haji
Yusoff Haji Abdul Hamid ​ໄດ້​ສະຫຼຸບ​ວ່າ: “ປີໃໝ່​ຈະ​ຕ້ອງ​ມີ​ສິ່ງ​ໃໝ່ໆ​ໃຫ້​ພັດທະນາ​ໃຫ້​ດີ​ຍິ່ງໆ​ຂຶ້ນ​ໄປ.”
XS
SM
MD
LG