ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄາດວ່າ ອິນໂດເນເຊຍ ຈະສະໜັບສະໜຸນມຽນມາ ໃຫ້ເປັນປະທານກຸ່ມອາຊຽນ ໃນປີ 2014.


ທ່ານນາງອອງຊານຊູຈີ ຜູ້ນໍາຝ່າຍຄ້ານມຽນມາ ແລະທ່ານ Marty Natalegawa ລັດຖະມົນຕີຕ່າງປະເທດອິນໂດເນເຊຍ ທີ່ນະຄອນຢ້າງກຸ້ງ, ມຽນມາ.
ວັນທີ 29 ຕຸລາ 2011.
ທ່ານນາງອອງຊານຊູຈີ ຜູ້ນໍາຝ່າຍຄ້ານມຽນມາ ແລະທ່ານ Marty Natalegawa ລັດຖະມົນຕີຕ່າງປະເທດອິນໂດເນເຊຍ ທີ່ນະຄອນຢ້າງກຸ້ງ, ມຽນມາ. ວັນທີ 29 ຕຸລາ 2011.

ອົງການນຶ່ງຂອງສະຫະລັດກ່າວວ່າ ມີທ່າທາງວ່າອິນໂດເນເຊຍຈະສະໜັບສະໜຸນຄວາມ
ພະຍາຍາມຂອງມຽນມາ ​ເພື່ອ​ໃຫ້​ໄດ້ເປັນປະທານຂອງສະມາຄົມກຸ່ມປະເທດໃນພາກ
ພື້ນເອເຊຍຕາເວັນອອກສຽງໃຕ້ ຫລື ອາ​ຊຽນ ໃນປີ 2014 ນັ້ນ.

ອົງການ Open Source Center ຊຶ່ງວິເຄາະລາຍງານຂ່າວຈາກນາໆຊາດກ່າວວ່າການ
ວິເຄາະຂອງຕົນແມ່ນອິງຕາມຖ້ອຍຖະແຫລງຕ່າງໆຂອງທ່ານ Marty Natalegawa ລັດຖະມົນຕີຕ່າງປະເທດອິນໂດເນເຊຍ ທີ່​ໄປຢ້ຽມຢາມມຽນມາໃນສັບປະດາແລ້ວນີ້.
ຄວາມຄິດຄວາມເຫັນຂອງອິນໂດເນເຊຍ​ແມ່ນມີນໍ້າໜັກຫລາຍເປັນພິເສດຍ້ອນບົດບາດ
ຂອງອິນໂດເນເຊຍ ​ໃນ​ຖານະເປັນປະທານຂອງກຸ່ມອາຊຽນໃນປີນີ້.

ມີການອ້າງຄໍາເວົ້າຂອງທ່ານ Natalegawa ຢ່າງແຜ່ຫລາຍ ຫລັງຈາກການຢ້ຽມຢາມ
ມຽນມາຂອງທ່ານ ຊຶ່ງ​ທ່ານ​ໄດ້ກ່າວວ່າ ມຽນມາໄດ້ທໍາຄວາມກ້າວໜ້າຢ່າງຫລວງຫລາຍ ໃນການຫັນປ່ຽນໄປສູ່ລະບອບປະຊາທິປະໄຕນັ້ນ. ອົງການຂ່າວຝຣັ່ງ AFP ອ້າງຄໍາເວົ້າ
ຂອງທ່ານ Natalegawa ທີ່ກ່າວຢູ່ໃນນະຄອນຫລວງຈາກາຕາໃນວັນອັງຄານມື້ນີ້ວ່າ ບັດ
ນີ້ ທ່ານຮູ້ສຶກວ່າ ມີການສະໜັບສະໜຸນຢ່າງແຮງກ້າໃນບັນດາ 10 ປະເທດສະມາຊິກ ຕໍ່​
ຄວາມ​ພະຍາຍາມຂອງມຽນມາ ​ເພື່ອ​ໃຫ້ໄດ້ເປັນປະທານຂອງກຸ່ມອາຊຽນນັ້ນ.

XS
SM
MD
LG