ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມອາຊຽນສະໜັບສະໜຸນ ມຽນມາເປັນປະທານ ປີ 2014


ກອງປະຊຸມຂອງບັນດາລັດຖະມົນຕີຕ່າງປະເທດຂອງກຸ່ມ ASEAN
ທີ່ເກາະບາຫລີ, ອິນໂດເນເຊຍ.
ວັນທີ 15 ພະຈິກ 2011.
ກອງປະຊຸມຂອງບັນດາລັດຖະມົນຕີຕ່າງປະເທດຂອງກຸ່ມ ASEAN ທີ່ເກາະບາຫລີ, ອິນໂດເນເຊຍ. ວັນທີ 15 ພະຈິກ 2011.

ລາຍ​ງານ​ຂ່າວ​ຈາກ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ ພວກ​ລັດຖະມົນຕີ​ຕ່າງ​ປະເທດ​ຂອງ​ກຸ່ມ​ອາ​ຊຽນ​ໄດ້​ໃຫ້ການ​ສະໜັບສະໜຸນແກ່ຄວາມ​ພະຍາຍາມ​ຂອງມຽນມາ​ ທີ່​ຈະ​ຂຶ້ນເປັນ​ປະທານ​ຂອງ​ກຸ່ມ​ອາ​ຊຽນ​ໃນ​ປີ 2014 ນັ້ນ.

ພວກ​ລັດຖະມົນຕີ​ເຫລົ່າ​ນີ້​ພົບ​ປະກັນ​ໃນ​ວັນ​ອັງຄານ​ມື້​ນີ້​ ທີ່​ເກາະ​ຕາກ​ອາກາດບາ​ຫລີ ໃນ​ມື້​ທໍາ​ອິດ​ຂອງກອງ​ປະຊຸມ​ດ້ານ​ການ​ທູດ​ທີ່ໃຫຍ່​ໂຕ​ເປັນ​ເວລາ 4 ມື້​ ທີ່​ຈະ​ອັດ​ລົງ​ດ້ວຍກອງ​ປະຊຸມ​ສຸດ​ຍອດເອ​ເຊຍ​ຕາ​ເວັນ​ອອກຂອງ 18 ປະ​ເທດ​ໃນ​ທ້າຍ​ສັບປະດາ​ນີ້.

ໃນ​ປີ​ນີ້ ມຽນມາ​ໄດ້​ທໍາ​ການ​ປະຕິ​ຮູບຕ່າງໆ​ຈໍານວນ​ນຶ່ງ ຊຶ່ງໄດ້ສົ່ງ​ເສີມ​ໂອກາດ​ໃນການ​ທີ່​ຈະ​ໄດ້ເປັນເຈົ້າພາບຈັດ​ກອງ​ປະຊຸມ​ກຸ່ມ​ອາ​ຊຽນ ອັນ​ເປັນ​ກຽດ​ທີ່​ໄດ້​ຖືກປະຕິ​ເສດ​ມາ​ກ່ອນນັ້ນ. ກ່ອນ​ການ​ພົບ​ປະກັນ​ນີ້ ລັດ ຖະມົນຕີ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ ທ່ານ Marty Natalegawa ​ໄດ້​ສະ​ແດງຄວາມ​ຍິນ​ດີ​ນໍາ​ລາຍ​ງານ​ຂ່າວ ທີ່​ວ່າ​ມຽນມາ​ວາງ​ແຜນຈະ​ປ່ອຍ​ພວກ​ນັກ​ໂທດ​ການ​ເມືອງ​ບາງ​ສ່ວນໃນ​ຈໍານວນທີ່​ອາດມີ​ຫລາຍ​ເຖິງ 2000 ຄົນ​ ໃນ​ຕົ້ນ​ສັບປະດາ​ນີ້​ກໍ​ເປັນ​ໄດ້​ນັ້ນ.

ຍັງ​ຄາດ​ກັນ​ອີກວ່າ ພວກ​ລັດຖະມົນຕີ​ເຫລົ່າ​ນີ້ຈະ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ໄພ​ຄຸກ​ຄາມ​ທາງ​ດ້ານ​ເສດຖະກິດ​ ທີ່​ເກີດ​ຈາກ​ການ​ຂາດ​ສະຖຽນ​ລະ​ພາບ​ໃນ​ເຂດ​ຢູ​ໂຣ ​ແລະ​ບັນຫາ​ຂັດ​ແຍ່ງເລື່ອງເຂດ​ນໍ້າ​ແດນ​ດິນ​ກັນ​ ຫວ່າງ​ໄວໆ​ມາ​ນີ້​ ໃນ​ທະ​ເລ​ຈີນ​ໃຕ້​ນັ້ນ.

ກອງ​ປະຊຸມ​ຂອງ​ພວກ​ລັດຖະມົນຕີ​ຕ່າງປະ​ເທດ​ອາ​ຊຽນ ຈະ​ຕິດຕາມ​ມາ​ດ້ວຍກອງ​ປະຊຸມສຸດ​ຍອດ​ຂອງຫົວໜ້າ​ລັດຖະບານ​ຂອງ​ເຂົ​າ​ເຈົ້າ ຊຶ່ງ​ຈະ​ມີ​ຜູ້​ນໍາຄົນ​ອື່ນໆ​ໃນ​ຂົງ​ເຂດ​ໄປ​ສົມທົບ​ນໍາ​ໃນ​ກອງ​ປະຊຸມ​ສຸດ​ຍອດເອ​ເຊຍຕາ​ເວັນ​ອອກ ບ່ອນ​ທີ່ສະຫະລັດ​ແລະຣັດ​ເຊຍ​ຈະ​ໄປ​ຮ່ວມ​ນໍາ​ຢ່າງ​ເຕັມ​ສ່ວນ​ເປັນ​ເທື່ອ​ທໍາ​ອິດ.

XS
SM
MD
LG