ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ພວມຈະດຳເນີນຄະດີ ນັກທຸລະກິດຍິງ ສຫລ ໃນຂໍ້ຫາສອດແນມ


As China Prepares to Try US Businesswoman for Spying, Her Husband Fights On
please wait

No media source currently available

0:00 0:02:25 0:00

ເຊີນຊົມວີດີໂອ

ຢູ່ນອກກົງສຸນຈີນ ທີ່ນະຄອນ Houston ລັດ Texas ມີພວກປະທ້ວງ ນ້ອຍໆກຸ່ມໜຶ່ງ ໄດ້ຮຽກຮ້ອງໃຫ້ຈີນປ່ອຍຕົວນັກທຸລະກິດຍິງ ທ່ານນາງ Sandy Phan-Gillis ຊາວ ອາເມຣິກັນ ເຊື້ອສາຍຈີນ ຫວຽດນາມ ຜູ້ທີ່ໄດ້ຖືກທາງການຈີນ ຄຸມຂັງຢູ່ໃນຄຸກມາໄດ້ ຫຼາຍກວ່າປີໜຶ່ງແລ້ວ ໃນຂໍ້ກ່າວຫາ ເປັນສາຍລັບ.

ຜູ້ປະທ້ວງຄົນໜຶ່ງ ຖືປ້າຍຮູ້ທຸງຊາດ ສະຫະລັດ ຢູ່ນອກກົງສູນຂອງຈີນ ໃນນະຄອນ Houston. (ພາບຖ່າຍໂດຍ G. Flakus/VOA)
ຜູ້ປະທ້ວງຄົນໜຶ່ງ ຖືປ້າຍຮູ້ທຸງຊາດ ສະຫະລັດ ຢູ່ນອກກົງສູນຂອງຈີນ ໃນນະຄອນ Houston. (ພາບຖ່າຍໂດຍ G. Flakus/VOA)

ຈີນມີແຜນການຈະດຳເນີນຄະດີ ທ່ານນາງ Phan-Gillis ໃນຂໍ້ຫາ ສອດແນມ ໃນເດືອນ ໜ້ານີ້ ແຕ່ບັນດາຜູ້ທີ່ສະໜັບສະໜູນທ່ານນາງ ຢູ່ໃນນະຄອນ Houston ກ່າວວ່າ ທ່ານ ນາງເປັນຜູ້ບໍລິສຸດ ແລະ ອາດເປັນໄປໄດ້ວ່າ ທ່ານນາງຖືກນຳໃຊ້ເປັນເຄື່ອງມື ສຳລັບ ​ການຕໍ່​ລອງ ໃນເກມທີ່ໃຫຍ່ກວ່ານີ້ອີກ ລະຫວ່າງ ສະຫະລັດ ແລະ ຈີນ.

ທ່ານ Jeff Gillis ສາມີຂອງທ່ານນາງ Phan-Gillis ຢືນປະທ້ວງ ຢູ່ນອກກົງສຸນຂອງຈີນ ໃນນະຄອນ Houston. (ພາບຖ່າຍໂດຍ G. Flakus/VOA)
ທ່ານ Jeff Gillis ສາມີຂອງທ່ານນາງ Phan-Gillis ຢືນປະທ້ວງ ຢູ່ນອກກົງສຸນຂອງຈີນ ໃນນະຄອນ Houston. (ພາບຖ່າຍໂດຍ G. Flakus/VOA)


ແຊ້ມປ້ຽນຂອງທ່ານນາງ ກໍແມ່ນສາມີຂອງທ່ານນາງ ຄື ທ່ານ Jeff Gillis ຜູ້ທີ່ໄດ້ວ່າຈ້າງ ບັນດາທະນາຍຄວາມ, ໄດ້ວິ້ງເຕັ້ນຫາກະຊວງການຕ່າງປະເທດສະຫະລັດ ແລະ ໄດ້ ພະຍາຍາມເຕົ້າໂຮມເອົາ ການສະໜັບສະໜູນ ເພື່ອຮຽກຮ້ອງ​ໃຫ້​ຊ່ວຍພັນລະຍາຂອງ​ທ່ານ ຢູ່ໃນສະ ຫະລັດ.

ນາງ Katherine Phan, ລູກສາວຂອງທ່ານນາງ Sandy Phan-Gillis. (ພາບຖ່າຍໂດຍ G. Flakus/VOA)
ນາງ Katherine Phan, ລູກສາວຂອງທ່ານນາງ Sandy Phan-Gillis. (ພາບຖ່າຍໂດຍ G. Flakus/VOA)

ລູກສາວຂອງທ່ານນາງ Phan-Gillis ນາງ Katherine Phan ໄດ້ເດີນທາງມາຈາກ ບ້ານຂອງນາງ ຢູ່ໃນນະຄອນ Seattle ເພື່ອເຂົ້າຮ່ວມການປະທ້ວງ ໃນວັນສຸກມື້ຮື.

ນາງ Katherine Phan ໄດ້ກ່າວຕໍ່ວີໂອເອ ວ່າ “ຂ້ອຍມາທີ່ນີ້ກໍເພາະວ່າ ຂ້ອຍຢາກ ໃຫ້ແມ່ຂອງຂ້ອຍກັບບ້ານ. ຂ້ອຍຢາກໃຫ້ເພິ່ນກັບຄືນມາ ແລະ ບໍ່ໃຫ້ກ່າວຫາສິ່ງ ທີ່ເພິ່ນບໍ່ເຄີຍເຮັດ.”

ນາງກ່າວຕໍ່ໄປວ່າ ແມ່ຂອງນາງ ໄດ້ເຮັດຫຼາຍສິ່ງເພື່ອນຳເອົາຊາວນະຄອນ Houston ແລະປະຊາຊົນຈີນ ເຂົ້າມາຮ່ວມກັນ ບໍ່ພຽງແຕ່ຜ່ານສາຍສຳພັນທາງທຸລະກິດເທົ່ານັ້ນ ແຕ່ຜ່ານໂຄງການຕ່າງໆ ທາງດ້ານວັດທະນະທຳ ນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ນາງ Mary ເປັນເພື່ອນ ຂອງທ່ານນາງ Sandy Phan-Gillis. (ພາບຖ່າຍໂດຍ G. Flakus/VOA)
ນາງ Mary ເປັນເພື່ອນ ຂອງທ່ານນາງ Sandy Phan-Gillis. (ພາບຖ່າຍໂດຍ G. Flakus/VOA)

XS
SM
MD
LG