ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການໂຈມຕີດ້ວຍປືນໃຫຍ່ໃນ ຢູເຄຣນ ໄດ້ເຮັດໃຫ້ 4 ຄົນເສຍຊີວິດ


ແຜນທີ່ປະເທດ ຢູເຄຣນ ສະແດງໃຫ້ເຫັນເມືອງ Donetsk, Luhansk, ແລະ Debaltseve
ແຜນທີ່ປະເທດ ຢູເຄຣນ ສະແດງໃຫ້ເຫັນເມືອງ Donetsk, Luhansk, ແລະ Debaltseve

ບັນດາເຈົ້າໜ້າທີ່ ຢູເຄຣນ ໄດ້ກ່າວຫາພວກແບ່ງແຍກລັດຖະບານ ທີ່ນິຍົມ ຣັດເຊຍ ໃນ ພາກຕາເວັນອອກທີ່ຂາດຄວາມສະຫງົບຂອງປະເທດນັ້ນ ຍ້ອນການຕາຍຂອງພົນລະ
ເຮືອນ 4 ຄົນທີ່ໄດ້ຖືກຍິງໃສ່ດ້ວຍປືນໃຫຍ່ ໃນເຂດທີ່ຖືກຄວບຄຸມໂດຍລັດຖະບານ ໃກ້ໆ
ກັບເຂດຊາຍແດນຕິດກັບ ຣັດເຊຍ ໃນວັນເສົາວານນີ້.

ການຍິງປືນໃຫຍ່ໃສ່ກັນໃນພາກພື້ນ Donetsk ໄດ້ເກີດຂຶ້ນພຽງບໍ່ເທົ່າໃດຊົ່ວໂມງ ກ່ອນ
ການແຂ່ງຂັນຮ້ອງເພງຮອບສຸດທ້າຍທີ່ໄດ້ຮັບຄວາມນິຍົມຢ່າງກວ້າງຂວາງຂອງໂທລະ
ພາບ Eurovision , ເຊິ່ງປີນີ້ຈັດຂຶ້ນໃນນະຄອນຫຼວງ Kyiv.

ການຕາຍດັ່ງກ່າວໄດ້ກະຕຸ້ນໃຫ້ປະທານາທິບໍດີ ຢູເຄຣນ ທ່ານ Petro Poroshenko ປະກາດວ່າ ທ່ານ ແລະ ພັນລະຍາຂອງທ່ານຈະປະທ້ວງຕໍ່ການຂ້າຄົນທີ່ວ່າ ດ້ວຍການ
ບໍ່ເຂົ້າຮ່ວມງານ, ເຊິ່ງເປັນງານໄດ້ຮັບການຕິດຕາມດ້ວຍຄວາມຫຼົງໄຫຼໂດຍປະຊົນ ຢູ
ໂຣບ ຫຼາຍສິບລ້ານຄົນ ແລະ ຖືກຮັບຊົມທົ່ວໂລກໃນແຕ່ລະປີອີກຫຼາຍລ້ານຄົນ.

ຫົວໜ້າຂອງລັດຖະບານພາກພື້ນ Donetsk ທີ່ຖືກຄວບຄຸມໂດຍນະຄອນຫຼວງ Kyiv ໄດ້
ກ່າວວ່າ ການຍິງປືນໃຫຍ່ໃສ່ ແມ່ນການລ່ວງລະເມີດສັນຍາຢຸດຍິງທີ່ຮ້າຍແຮງທີ່ສຸດໃນ
ຮອບເກືອບສອງເດືອນ, ເຊິ່ງໄດ້ແນເປົ້າໃສ່ເມືອງອຸດສາຫະກຳ Avdiyivka ທີ່ຖືກຄວບ
ຄຸມໂດຍລັດຖະບານ, ຕັ້ງຢູ່ບໍ່ໄກຈາກຕົວເມືອງ Donetsk ທີ່ເປັນສູນກາງການຄວບຄຸມ
ຂອງພວກແບ່ງແຍກລັດຖະບານ.

ເຈົ້າໜ້າທີ່ໄດ້ຂຽນໃນ Facebook ວ່າ ລູກປືນໃຫຍ່ຢ່າງໜ້ອຍລູກໜຶ່ງໄດ້ຕົກໃສ່ເດີ່ນ
ບ້ານຂອງເຮືອນຫຼັງໜຶ່ງ, “ບ່ອນທີ່ແມ່ຍິງສາມຄົນ ແລະ ຜູ້ຊາຍຄົນໜຶ່ງໄດ້ເສຍຊີວິດ.”

ບໍ່ມີຄຳເຫັນຈາກພວກແບ່ງແຍກລັດຖະບານຄົນໃດອອກມາໃຫ້ຄຳເຫັນ ກ່ຽວກັບ ການ ຍິງປືນໃຫຍ່ ຫຼື ການຕາຍນັ້ນເທື່ອ.

ການຕໍ່ສູ້ກັນໄດ້ມີຂຶ້ນເມື່ອສາມປີທີ່ຜ່ານມາ ລະຫວ່າງ ພວກແບ່ງແຍກທີ່ນິຍົມ ຣັດເຊຍ
ແລະ ກອງກຳລັງລັດຖະບານ ຢູ່ໃກ້ກັບເຂດຊາຍແດນ ຣັດເຊຍ, ພ້ອມກັບພວກແບ່ງແຍກ
ທີ່ເວົ້າພາສາ ຣັດເຊຍ ຮຽກຮ້ອງໃຫ້ພາກພື້ນທີ່ປົກຄອງຕົນເອງນັ້ນ ໃຫ້ປອດຈາກການ
ຄວບຄຸມຂອງ ຢູເຄຣນ ຢູ່ໃກ້ກັບເຂດຊາຍແດນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG