ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາຍງານ: ຍິງອາເມຣິກັນທີ່ສູນເສຍພີ່ນ້ອງ ໃນເຫດ 9/11 ຫັນມານັບຖື ສາສະໜາອິສລາມ (ເບິ່ງວີດີໂອພາສາລາວ)


ຕຶກແຝດຂອງສູນການຄ້າໂລກ ທີ່ຖືກພວກອາລ ເຄອີດາ ຂັບເຮືອບິນເຂົ້າຕໍາ ເມື່ອວັນທີ 11 ກັນຍາ 2001.
ຕຶກແຝດຂອງສູນການຄ້າໂລກ ທີ່ຖືກພວກອາລ ເຄອີດາ ຂັບເຮືອບິນເຂົ້າຕໍາ ເມື່ອວັນທີ 11 ກັນຍາ 2001.

ວັນ​ທີ 11 ກັນຍາ​ນີ້ ກໍ​ຈະແມ່ນ​ຄົບຮອບ 10 ຂອງ​ການ​ໂຈມ​ຕີຂອງ​ພວກ​ ອາລ​ ເຄອີ​ດາ ຕໍ່​ຜືນ​ແຜ່ນດິນ​ຂອງ​ສະຫະລັດ ທີ່​ຊາວ​ອ​າ​ເມຣິກັນ​ເອິ້ນ​ກັນ​ວ່າ 9/11. ​​ເວລາພວກກໍ່ການຮ້າຍ ມຸສລິ​ມໂຈມຕີສະຫະລັດເມື່ອປີ 2001 ນັ້ນ ຊາວອາເມຣິກາບາງຄົນກໍພາກັນໂກດແຄ້ນ ສາສະໜາອິສລາມ ເພາະພວກເຂົາເຈົ້າມອງເຫັນຊາວມຸສລິມໝົດແທບທຸກຄົນວ່າ ອາດເປັນ ພວກກໍ່ການ ຮ້າຍ. ມາບັດນີ້ ມີຊາວອາເມຣິກັນຄົນ​ອື່ນໆທີ່ເຂົ້າໃຈສາສະໜາ​ອິສລາມດີຂຶ້ນ ​ເນື່ອງ​ຈາກສາສະໜາອິສລາມ​ໄດ້​ຮັບຄວາມສົນໃຈຈາກວົງການສື່ມວນຊົນ ຢ່າງ​ຫລວງຫລາຍ ທີ່ສຸດ. ຜູ້ສື່ຂ່າວວີໂອເອ Carolyn Presutti ມີເລຶ່ອງ ລາວກ່ຽວກັບແມ່ຍິງ ຄົນນຶ່ງທີ່ໄດ້ ປະສົບກັບການສູນເສຍ ໃນເຫດການໂຈມຕີສະຫະລັດ​ເມື່ອ​ເດືອນ​ກັນຍາປີ 2001 ນັ້ນ ແຕ່ແລ້ວນາງກັບຫັນປ່ຽນມາ ນັບຖືສາສະໜາອິສລາມ ທີ່ນາງ​ເຄີຍໄດ້ກຽດ​​ຊັງ​ນັ້ນ ຊຶ່ງດາຣາ ຈະມາ​ເລົ່າ​ສູ່​ທ່ານຟັງໃນອັນດັບຕໍ່ໄປ.

ວັນ​ທີ 11 ກັນຍາ​ນີ້ ກໍ​ຈະແມ່ນ​ຄົບຮອບ 10 ຂອງ​ການ​ໂຈມ​ຕີຂອງ​ພວກ​ ອາລ​ ເຄອີ​ດາ
ຕໍ່​ຜືນ​ແຜ່ນດິນ​ຂອງ​ສະຫະລັດ

ນາງ Elizabeth Torres ບໍ່ແມ່ນ​ໃຜ​ຜູ້​ນຶ່ງທີ່ພວກເຮົາຄາດວ່າ ຈະໄດ້ຍິນນາງເລົ່າຄໍາສັ່ງ
ສອນກ່ຽວ​ກັບຄວາມ​ດີຂອງສາສະໜາອິສລາມ ຄືເມື່ອວັນທີ່ 11 ເດືອນກັນຍາ ປີ 2001
ນັ້ນ ນາງ Elizabeth ໄດ້ສູນເສຍສະມາຊິກຄອບຄົວຊາວ Puerto Rico ຂອງ​ນາງ​ໄປ
ແປດຄົນ ທີ່​ເຮັດວຽກຢູ່ໃນຕຶກ​ແຝດສູນການຄ້າ World Trade Center ທີ່ພວກ​ກໍ່​ການ​
ຮ້າຍ​ຈາກກຸ່ມ ອາລ ຄາອີດາ ຂັບ​ເຮືອບິນ​ສອງ​ລໍາ​ເຂົ້າ​ຕໍາ. ນາງ​ທໍ​ເຣສກ່າວ​ວ່າ:

“ໃນ ເວລາ​ນັ້ນ ຂ້ອຍບໍ່ ໄດ້ຕໍາໜິຕິຕຽນສາສະໜາໃດ ເລີຍ ສໍາລັບສິ່ງທີ່ເກີດຂຶ້ນ ແກ່ຍາດພີ່ນ້ອງຂອງຂ້ອຍ.”

ນາງ Elizabeth Torres ທີ່ຫັນມານັບຖື ສາສະໜາອິສລາມ ແລະປ່ຽນຊື່ເປັນ Safia el-Kasaby.
ນາງ Elizabeth Torres ທີ່ຫັນມານັບຖື ສາສະໜາອິສລາມ ແລະປ່ຽນຊື່ເປັນ Safia el-Kasaby.

ນາງ Torres ກ່າວວ່າ ກ່ອນ
ໜ້າ​ເກີດ​ເຫດ​ນັ້ນ ນາງໄດ້ໃຊ້
ເວລາສຶກສາຄົ້ນຄວ້າຫາຄວາມ
ໝາຍທາງ​ດ້ານຈິດໃຈ​ເປັນ​ເວລາ
ດົນ​ນານ​ແລະ​ກໍໄດ້​ພົບ​ມັນ​ ໃນ
ເວລາສອງສາມປີຕໍ່ມາ ຕອນ​ທີ່
ນາງໄປພັກຜ່ອນໃນປະເທດ
Morocco. ຫລັງ​ຈາກ​ນັ້ນ ນາງ
Torres ກໍໄດ້ປ່ຽນໄປເຊື່ອຖື
ສາສະໜາອິສລາມ. ຕໍ່​ມາໄດ້
ແຕ່ງງານກັບຊາຍອີຈິບ ທີ່ອາຍຸ
ອ່ອນກວ່ານາງ 22 ປີ ແລະໄດ້
ປ່ຽນຊື່ເປັນ Safia el-Kasaຊ
by. ນາງ​ກ່າວ​ວ່າ:

“ສາສະໜາບໍ່ໄດ້ບອກໃຫ້ເຮົາໄປທໍາລາຍມ້າງເພສິ່ງໃດ. ພວກຄົນທີ່ທໍາ​ການ​ໂຈມ​ຕີ​ນັ້ນ ​ໄດ້​ຖືກ​ຫລອກ​ໃຫ້​ເຮັດ ແລະຖືກລ້າງສະໝອງ.”

ເປັນເວລາສອງປີ ທີ່ນາງ el-Kasaby ​ໄດ້ທໍາງານເປັນຜູ້ຈັດການທຸລະກິດຂອງໂບດອີສລາມ
ທີ່ໃຫຍ່ທີ່ສຸດໃນເມືອງແທມປາ ລັດຟລໍຣິດາ. ນາງເວົ້າວ່າ ຢູ່ທີ່ນັ້ນ ນາງໄດ້ຖົກ​ຖຽງ​ກັບພວກ
ຜູ້ຊາຍຊາວມຸສລິມ ກ່ຽວກັບຄວາມແຕກຕ່າງດ້ານປະເພນີວັດທະນະທໍາແລະຄໍາສັ່ງສອນຂອງ​
ຄໍາ​ພີ​ຄໍຣານ ຊຶ່ງໃນທີ່ສຸດ ຄວາມ​ເຫັນ​ຂັດ​ແຍ້​ງກັນ​ນັ້ນໄດ້ເຮັດໃຫ້ນາງຕ້ອງອອກ​ຈາກ​ງານ. ນາງ​ກ່າວ​ວ່າ:

“ເວລາເຮົາເຮັດບາງສິ່ງບາງຢ່າງທີ່ເຄີຍເຮັດຢູ່ທຸກໆມື້ ແລະເຮົາເຮັດດ້ວຍຄວາມ
ສະບາຍໃຈ ຄົນກໍພາກັນຄິດ
ວ່າ ໂອ້ ມັນແມ່ນສາສະໜາຂອງພວກເຈົ້າເນາະ. ແຕ່
ມັນບໍ່
ແມ່ນຈັ່ງ​ຊັ້ນ ສາສະໜາອິສລາມບໍ່ໄດ້ບ​ອກ​ໃຫ້​ເຈົ້າ​ຂົ່ມ​ເຫງ ຫລື​ທາລຸນເມຍ.

ຄລິກບ່ອນນີ້ ເພື່ອເບິ່ງວີດີໂອ ພາສາລາວ ຫລືບ່ອນ mp4 ຫລື wmv ຂ້າງເທິງຂວາມື.

ຄອບຄົວຂອງນາງ el-Kasaby ​ເອງ ກໍໄດ້ຫັນ​ມາຕໍ່ຕ້ານນາງ. Sylvia ລູກສາວກົກຂອງ
ນາງ ຊຶ່ງເປັນແມ່ໝ້າຍທະຫານ ບໍ່ຍອມປາກເວົ້າກັບນາງ ​ແລະລູກສາວອີກ​ຄົນ​ນຶ່ງ Natalia
ອາຍຸສິບຫົກປີ ກໍຖືກໝູ່​ກ່າວ ເຍີ້ຍຫຍັນຕ່າງໆນາໆ:

ເຂົາ​ເຈົ້າ​ຈະ​ເວົ້າ​ວ່າ ຄັນ​ຊັ້ນ ແມ່ຂອງເຈົ້າກໍຄືກັນກັບພວກກໍ່ການຮ້າຍ ແລະ
ຂ້ອຍກໍຈະບອກວ່າ ບໍ່ແມ່ນ ມັນແຕກຕ່າງກັນຫລາຍຈາກສາສະໜາ.”

ຢູ່ທາງນອກບ້ານຂອງ ນາງ el-Kasaby... ນາງໄດ້ຫັນປ່ຽນຈາກອັນທີ່ຫລາຍໆຄົນຖືວ່າ
ເປັນວັດທະນະທໍາມຸສລິມ. ຢູ່ທີຮ້ານຕະຫລາດຂາຍເຄຶ່ອງກິນເຄຶ່ອງໃຊ້ຂອງຊາວຕາເວັນອອກ
ກາງແຫ່ງນີ້ ​ແມ່ນ​ເຕັມ​ໄປ​ດ້ວຍຫລາຍໆຕົວຢ່າງຂອງ​ສິ່ງ​ທີ່​ນາງ​ຄວນ​ຈະເຮັດ ຈະ​ທໍາ​ຫລືຈະ
ວາງຕົນແບບໃດ ແລະແຕ່ງຕົວ ແບບໃດ.

ເນຶ່ອງຈາກວ່າຍັງມີການຮາວີກັ່ນ​ແກ້ງ​ຢູ່​ເລື້ອຍ​ມາ ໂດຍພວກທີ່ບໍ່ແມ່ນຊາວມຸສລິມນັ້ນ ນາງ
el-Kasaby ຈຶ່ງເຊົາເອົາຜ້າ Jihab ຄຸມຫົວ ຊຶ່ງນາງ ເວົ້າວ່າແທນທີ່ຈະນຸ່ງຖືເຄຶ່ອງໝາຍ
ສາສະໜາໃຫ້ຄົນເຫັນ ນາງເລືອກເອົາການ​ເກັບ​ມັນ​ໄວ້ໃນຈິດໃຈ.

“ສິ່ງ​ທີ່​ສໍາຄັນ​ທີ່​ສຸດ ກໍ​ຄື​ຄວາມ​ສໍາພັນ​ຂອງ​ຂ້ອຍ​ກັບ​ພະ​ເຈົ້າ. ຖ້າ​ຫາກ​ຈິດ​ໃຈຂອງ​
ຂ້ອຍ​ດີ​ກັບ​ເພິ່ນ ມັນ​ກໍ​ບໍ່​ສໍາຄັນ​ວ່າ ຄົນ​ອື່ນ​ຈະ​ເວົ້າ​ຫຍັງ.”

ນາງ El-Kasaby ຍອມຮັບວ່າ ນາງຜິດ​ແປກ​ແຕກ​ຕ່າງ​ຈາກ​ຊາວ​ມຸສລິ​ມອື່ນໆ. ນາງໂອບ
ອູ້ມ​ເອົາ​ສາສະໜາ​ອິສລາມ ແຕ່ນາງ​ກໍເວົ້າທໍານອງ​ດຽວ​ກັນ​ນີ້ບໍ່ໄດ້ ກ່ຽວກັບຊາວ​ມຸສລິມທັງ
ໝົດ ແລະສໍາລັບການ​ໂຈມ​ຕີ​ເມື່ອ​ວັນ​ທີ 11 ເດືອນກັນຍາ ປີ 2001 ນັ້ນ ນາງຖີ້ມ​ໂທດ​ໃສ່ຄົນ ບໍ່ແມ່ນສາສະໜາ.

XS
SM
MD
LG