ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂອບາມາກ່າວວ່າ ສະຫະລັດ ສາມາດ ຟື້ນໂຕຄືນໄດ້ ແລະເຂັ້ມແຂງກ່ວາເກົ່າ (ເບິ່ງວີດີໂອ)


ອະດີດສະຕີໝາຍເລກນຶ່ງ ທ່ານນາງ Laura Bush(ຊ້າຍ) ແລະສາມີ ອະດີດປະທານາທິບໍດີ George W. Bush ພ້ອມກັບທ່ານນາງ Michelle Obama ກັບ ປະທານາທິບໍດີ Barack Obama(ຂວາ) ຢືນສະຫງົບອາລົມໄວ້ອາໄລ ທີ່ອະນຸສາວະລີ National September 11 Memorial ໃນວັນຄົບຮອບ 10 ປີ ທີ່ນະຄອນນີວຢອກ,
ວັນ
ອະດີດສະຕີໝາຍເລກນຶ່ງ ທ່ານນາງ Laura Bush(ຊ້າຍ) ແລະສາມີ ອະດີດປະທານາທິບໍດີ George W. Bush ພ້ອມກັບທ່ານນາງ Michelle Obama ກັບ ປະທານາທິບໍດີ Barack Obama(ຂວາ) ຢືນສະຫງົບອາລົມໄວ້ອາໄລ ທີ່ອະນຸສາວະລີ National September 11 Memorial ໃນວັນຄົບຮອບ 10 ປີ ທີ່ນະຄອນນີວຢອກ, ວັນ






















ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ​ກ່າວ​ວ່າ ເວລາ​ນຶ່ງທົດ​ສະ​ວັດທີ່​ຕິດຕາມ​ມາ
ຫລັງ​ຈາກ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ​ໃນວັນ ທີ 11 ​ເດືອນ​ກັນຍາ​ ປີ 2001 ນັ້ນ​
ສະ​ແດງ​ໃຫ້​ເຫັນ​ຄວາມສາມາດ ​ໃນ​ການ​ຟື້ນ​ໂຕ​ຄືນ​ສູ່​ສະພາບ​ປົກກະຕິ​ ຂອງ​ສະຫະລັດ.

ໃນ​ການ​ກ່າວ​ປາ​ໄສ​ໃນ​ວັນ​ຄົບຮອບ 10 ປີ​ແຫ່ງ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່ການ​ຮ້າຍ​ ທີ່​ໄດ້​ສັງ
ຫານ​ຜູ້​ຄົນ​ໄປ​ເກືອບ 3 ພັນ​ຄົນ​ນັ້ນ ປະທານາທິບໍດີໂອ​ບາ​ມາ​ກ່າວ​ວ່າ ສະຫະລັດ​ໄດ້​ຮັບ
ຄວາມ​ເຈັບ​ປວດ​ຢ່າງ​ໜັກ ​ແຕ່​ກໍ​ໄດ້ໂຜ່​ໂຕ​ຄືນ​ມາ​ແຂງ​ແຮງ​ກວ່າ​ເກົ່າ ​ແລະ​ກ່າວ​ຕໍ່​ໄປ​ວ່າ
ປະ​ເທດ​ຊາດ​ໄດ້​ສະ​ແດງໃຫ້​ເຫັນ​ເຖິງການ​ຕັດສິນ​ໃຈຢ່າງ​ເດັດດ່ຽວຂອງ​ຕົນ​ ເພື່ອ​ປ້ອງ​ກັນ
ພົນລະ​ເມືອງ​ແລະ​ວິຖີ​ການ​ດໍາລົງ​ຊີວິດ​ຂອງ​ຕົນ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ບັດ​ນີ້​ທໍານຽບຫ້າ​ແຈ ຫລື​ກະຊວງ​ປ້ອງ​ກັນ​ປະ​ເທດ ​ກໍໄດ້​ຮັບ​ການ
ສ້ອມແປງ​ຢ່າງດີ​ແລ້ວ ອະນຸ​ສາ​ວະລີ​ແຫ່ງ​ໃໝ່​ແລະ​ຫໍຄອຍ​ກໍກໍາລັງເປັນ​ຮູບ​ເປັນ​ຮ່າງຂຶ້ນມາ
ແທນ​ ໃນ​ບ່ອນ​ທີ່​ສູນ​ການ​ຄ້າ​ໂລກ​ເຄີຍ​ຕັ້ງ​ຢູ່​ນັ້ນ ​ແລະປະຊາຊົນ​ໃນ​ສະຫະລັດ​ກໍ​ຍັງສືບ​ຕໍ່ເຮັດ
ວຽກ​ເຮັ​ດການ​ ຢູ່ຫ້ອງການ​ໃນ​ຕຶກ​ດາດ​ຟ້າສູງ​ໆ ແລະເດີນທາງໄປນໍາ​ລົດ​ເມແລະ​ລົດ​ໄຟໃຕ້
ດິນ​ທີ່​ອັດ​ແອ ​ແລະ​ດໍາລົງ​ຊີວິດ​ໂດຍ​ເຕັມ​ຢ່າງບໍ່​ມີ​ຄວາມ​ຢ້ານ​ກົວ​ໃດໆ. ທ່ານ​ໂອ​ບາ​ມາ​ກ່າວ
ຕື່ມ​ວ່າ ນອກ​ນັ້ນ​ແລ້ວ ສະຫະລັດ​ຍັງໄດ້​ຍຶດໝັ້ນ​ຢູ່​ໃນການ​ປະຕິບັດພວກຄ່ານິຍົມ​ແກນ​ກາງ
ຂອງ​ຕົນ ກໍ​ຄືຄວາມ​ສະ​ເໝີ​ພາບ​ ປະຊາທິປະ​ໄຕ ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ ​ແລະ​ອິດ​ສະລະ
ພາບ​ໃນ​ການ​ນັບຖື​ສາສະໜານັ້ນ ​ແທນ​ທີ່​ຈະ​ໃຊ້ໄພຂົ່ມຂູ່​ຂອງ​ການ​ໂຈມ​ຕີຕື່ມ​ອີກໃນ​ອະນາຄົດ
ນັ້ນ ​ເປັນ​ຂໍ້​ອ້າງເພື່ອ​ທໍາ​ການ​ກວາດ ​ລ້າງ​ປາບ​ປາມ.

ທ່ານ​ໂອ​ບາ​ມາ​ໄດ້​ກ່າວຄໍາ​ປາ​ໄສ​ດັ່ງກ່າວ​ຢູ່​ໃນ​ງານສະ​ແດງ Concert for Hope ທີ່​ກຸງ​ວໍ​ຊິງ​
ຕັນ ຫລັງ​ຈາກ​ໄປ​ຮ່ວມ​ພິທິ​ໄວ້ອາ​ໄລ​ທີ່​ເຄັ່ງ​ຂຶມ​ມາໝົດ​ມື້.

ພິທິ​ໄວ້ອາ​ໄລໄດ້​ມີ​ຂຶ້ນ​ໃນແຕ່ລະບ່ອນ​ ທີ່​ຖືກ​ພວກ​ກໍ່​ການ​ຮ້າຍ​ໂຈມ​ຕີ ເມືອ​ນຶ່ງ​ທົດ​ສະ​ວັດ​ຜ່ານ
ມາ ຄືທີ່​ນະຄອນ​ນີວຢອກ ທໍານຽບຫ້າ​ແຈ​ນອກກຸງ​ວໍ​ຊິງ​ຕັນ ​ແລະ​ທ່ີ​ເມືອງ Shanksville ລັດ
Pennsylvania.

ທ່ານ​ໂອ​ບາ​ມາ ​ທີ່ນໍາພາ​ປະ​ເທດໃນ​ການ​ໄວ້ອາ​ໄລ​ໃນ​ວັນ​ຄົບຮອບ 10 ປີ​ທີ່​ໂສກ​ເສົ້ານີ້ ​ໄດ້
ເດີນທາງ​ໄປ​ປະກອບ​ສ່ວນ​ໃນ​ພິທີ​ ຢູ່ທັງ 3 ​ແຫ່ງ.

ທີ່​ນະຄອນ​ນີວຢອກ​ນັ້ນ ທ່ານ​ໂອ​ບາ​ມາ​ພ້ອມ​ດ້ວຍ​ອະດີດ​ປະທານາທິບໍດີ George W.
Bush ໄດ້​ພາກັນຍ່າງ​ຊົມອະນຸສາວະລີ​ ​ທີ່​ຫາ​ກໍ​ສ້າງ​ຂຶ້ນ​ແລ້ວ​ໃໝ່ໆຢູ່ບ່ອນ​ສູນ​ການ​ຄ້າ​ເກົ່າ​ຕັ້ງ
ຢູ່​ນັ້ນ. ​ແລະທັງ​ສອງ​ທ່ານ ພ້ອມ​ພັນ​ລະ​ຍາ ​ໄດ້​ປະກອບສ່ວນ​ໃນ​ພິທີໄວ້ອາ​ໄລ ​ທີ່ມີ​ສະມາຊິກ
ຄອບຄົວ​ ມາອ່ານ​ຊື່​ຂອງ​ພວກຜົວ​ເມຍ​ລູກ​ເຕົ້າ​ ​ຈໍານວນ​ຫລາຍ​ພັນ​ຄົນ​ທ່ີ​ໄດ້​ເສຍ​ຊີວິດ​ໄປ​
ເວລາ​ເຮືອບິນ​ໂດຍສານ​ສອງ​ລໍາທ່ີ​ຖືກ​ພວກ​ກໍ່​ການ​ຮ້າຍຈີ້​ມາ ​ແລະ​ຂັບບິນເຂົ້າຕໍາ​ຕຶກ​ແຝດ
ຂອງສູນ​ການ​ຄ້າ​ໂລກ​ນັ້ນ.

XS
SM
MD
LG