ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

4 ຄົນ ເສຍຊີວິດ ໃນຄວາມຮຸນແຮງ ຢູ່ຊີເຣຍ (ເບິ່ງສະໄລດ໌)


4 ຄົນເສຍຊີວິດຈາກການໂຈມຕີທີ່ມະຫາວິທະຍາໄລ Aleppo ປະເທດ Syria.
4 ຄົນເສຍຊີວິດຈາກການໂຈມຕີທີ່ມະຫາວິທະຍາໄລ Aleppo ປະເທດ Syria.

ບັນດາ​ນັກ​ເຄື່ອນໄຫວດ້ານສິດທິ​ມະນຸດ​ກ່າວ​ວ່າ ກໍາລັງ​ທະຫານຊິີເຣຍ ​ໄດ້​ສັງ
ຫານພົນລະ​ເຮືອນ​ສີ່​ຄົນ ​ໃນ​ວັນ​ສຸກ​ມື້​ນີ້ ​ໃນ​ຂະນະ​ທີ່​ໂຄສົກ​ຂອງ​ທູດ​ນາໆ​ຊາດ
ທ່າ​ນ Kofi Annan ກ່າວ​ວ່າ ​ແຜນ​ສ້າງສັນຕິພາບ​ຂອງ ​ Damascus ​ໄດ້​ດໍາ
​ເນີ​ນຕາມ​ເສັ້ນທາງ​ເຖິງ​ແມ່ນ​ວ່າຄວາມ​ຮຸນ​ແຮງຍັງ​ດໍາ​ເນີ​ນຢູ່ຕໍ່​ໄປ.

ກຸ່ມ​ສັງ​ເກດການສິດທິ​ມະນຸດ​ໃນ​ຊີ​ເຣຍກ່າວ​ວ່າ ກອງ​ກໍາລັງຂອງ​ລັດຖະບານ ​
ໄດ້​ຍິງ​ໃສ່​ລົດຄັນ​ນຶ່ງ​ທີ່​ເມືອງ Hama ​ເຮັດໃຫ້​ມີ​ຜູ້​ເສຍ​ຊີວິດ​ສາມ​ຄົນ. ກຸ່​ມສັງ​ເກ​ດ
ການ​ສິດທິ​ມະນຸດ​ຊີ​ເຣຍທີ່​ມີ​ສຳນັກງານ​ຢູ່ກຸງລອນ​ດອນ ກ່າວ​ວ່າ ​ທະຫານ​ຊີ​ເຣຍ
​ໄດ້​ຍິງ​ສັງຫານບຸກຄົນ​ທີ​ສີ່ ຢູ່ໃນ​ເຂດເມືອງ Homs.

​ໂຄສົກ​ຂອງທ່ານ Annan ທ່າ​ນ Ahmad Fazwi ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທີ່ກຸ​ງ
Geneva ວ່າ ມີ​ຮ່ອງ​ຮອຍ​ກ່ຽວັບ​ການ​ປະຕິບັດ​ຕາມແຜ​ນ ການສັນຕິາບ ຊຶ່ງ
​ຮ່ວມ​ທັງການ​ຢຸດ​ຍິງ​ລະຫວ່າງກຳລັງ​ຂອງ​ຝ່າຍລັດຖະ ບານແລະ​ກອງ​ກໍາລັງ​
ຕໍ່ຕ້ານ. ທ່າ​ນກ່າວ​ຕື່ມ​ອີກ​ວ່າ ວິ​ກິດ​ການ​ທາງ​ດ້ານ ການ​ເມືອງ​ທີ່​ແກ່​ຍາວ​ມາ​
ໄດ້ກວ່າ​ນຶ່ງ​ປີ​ນັ້ນ ຈະ​ບໍ່ສາມາດ “​ແກ້​ໃຂກັນ​ໄດ້​ ໃນ​ນຶ່ງ​ມື້ຫລືໃນນຶ່ງ​ອາທິດ.”

​ໃນ​ຂະນະ​ດຽວ​ກັນ ບັນດາພວກ​ນັກ​ເຄື່ອນໄຫວ ​ໄດ້ຮຽກ​ຮ້ອງ​ໃຫ້​ມີ​ການປະ​
ທ້ວງຂະໜາດໃຫ່ຍໃນ​ວັນ​ສຸກ​ນີ້ມື້​ນຶ່ງ​ຫຼັງຈາກທີ່​ມີ​ການເສຍ​ຊີວິດ​ຂອງ 20 ກວ່າ
ຄົນ ​ໃນຄວາມ​ວຸ້ນວາຍ​ທີ່​ພົວພັນ​ກັບ​ການ​ຕໍ່​ຕ້ານ​ລັດ​ຖະບານ ຮວມ​ທັງ​ພົນລະ
​ເຮືອນອີກ​ສີ່​ຄົນ ທີ່ມະຫາວິທະຍາ​ໄລ Aleppo.

ພວກ​ທີ່​ເຫັນ​ເຫ​ດການ​ກ່າວ​ວ່າ ພວກ​ນັກຮຽນ​ທີ່​ນິຍົມ​ລັດຖະບານພາກັນໃຊ້
ມີດ​ເປັນ​ອາວຸດ ​ໂຈມ​ຕີ​ພວກ​ປະ​ທ້ວງ​ ທີ່ມະຫາວິທະຍາ​ໄລ ກ່ອນ​ທີ່​ກໍາລັງ​ຮັກ
ສາ​ຄວາມ​ປອດ​ໄພບຸກ​ເຂົ້າ​ໄປ ​ໂດຍ​ການ​ຍິງລະ​ເບີດນໍ້າຕາ ​ແລະ​ລູກປືນ​
ແທ້​ເຂົ້າ​ໃສ່.

ຄວາ​ມຮຸນ​ແຮງ​ໄດ້ເກີດ​ຂຶ້ນ ຂະນະ​ທີ່​ຊີ​ເຣຍກະກຽມ​ຈັດການ​ເລືອກ​ຕັ້ງສະພາ
​ແຫ່ງ​ຊາດ ​ໃນ​ວັນ​ຈັນຈະ​ມາ ພາຍ​ໃຕ້​ການ​ປະຕິ​ຮູບລັດຖະທຳ​ມະນູນ ​ທີ່ອຳນວຍ
​ໃຫ້​ມີ​ການ​ຕັ້ງພັກ​ການ​ເມືອງໃໝ່​ຂຶ້ນມາ​ໄດ້.

ນັກ​ຂ່າວ VOA ນາງ Elizabeth Arrott ໄດ້ໂອ້ລົມ​ກັບ​ຊາວ​ຊິ​ເຣຍ ກ່ຽວ​ກັບ​ບ່ອນ​
ປ່ອບບັດດັ່ງກ່າວ ຊຶ່ງທ່ານ​ນາງ​ກ່າວ​ວ່າ ບາງ​ຄົນ​ຍັງ​ມີ ຄວາມ​ຄາດ​ຫວັງ​ຕໍ່າ ​ເຖິງ​
ແມ່ນ​ວ່າໄດ້​ມີ​ການ​ປະຕິ​ຮູ​ບ​ແລ້ວ​ກໍຕາມ.

ບັນດາ​ປະ​ເທດ​ມະຫາ​ອໍານາດຂອງ​ໂລກ ​ໄດ້​ເພີ່ມ​ທະວີ​ການ​ກົດ​ດັນ​ທາງ ​ດ້ານ
ເສດຖະກິດ​ ຕໍ່ລັດຖະບານ​ຂອງປະທານາທິບໍດີຊີເຣຍ ທ່ານ Bashar al-Assad. ​
ໃນ​ວັນ​ສຸກ​ນີ້ ລັດຖະມົນຕີ​ການ​ຕ່າງປະ​ເທດສະ ຫະລັດ ທ່ານ​ນາງ Hillary
Clinton ​ໄດ້​ຮຽກຮ້ອງ​ໃຫ້​ຈີນຈົ່ງ​ພິຈາລະ ນາ​ ເພີ້​ມການ​ລົງ​ໂທດ​ຕໍ່ລັດຖະບານ​
ຂອງ​ຊີ​ເຣຍ.

XS
SM
MD
LG