ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ໂຄງການຈົກສະຫລາກ ເອົາບັດຂຽວປະຈໍາປີ 2013 ຈະອັດລົງໃນວັນທີ 5 ນີ້


ໂຄງການຈົກສະຫລາກ ເອົາບັດຂຽວປະຈໍາປີ 2013 ຈະອັດລົງໃນວັນທີ 5 ນີ້
ໂຄງການຈົກສະຫລາກ ເອົາບັດຂຽວປະຈໍາປີ 2013 ຈະອັດລົງໃນວັນທີ 5 ນີ້

ການລົງທະບຽນ​ເພື່ອຈົກສະຫລາກ​ເອົາວິຊ່າປະຈໍາປີ 2013 ໄດ້ ເລີີ່ມເປີດຮັບສະໝັກເມື່ອ
ວັນທີ່ 4 ເດືອນຕຸລາ ແລະຈະອັດລົງໃນວັນທີ່ 5 ເດືອນພະຈິກ ເວລາ 16 ໂມງຕາມເວລາ
ສາກົນ. ຜ່ານໂຄງການດັ່ງກ່າວ ນີ້ ຊຶ່ງບາງຄັ້ງກໍເອີ້ນວ່າ ຈົກສະຫລາກເອົາບັດຂຽວນັ້ນ
ລັດຖະບານສະຫະ ລັດ ຈະອະນຸມັດບັດຂຽວຈໍານວນ 50,000 ບັດ ​ໃຫ້​ແກ່ພົນລະ​ເມືອງ
ຂອງ ພວກປະເທດທີ່ມີອັດຕາການເຂົ້າໄປຕັ້ງຖິ່ນຖານຖາວອນໃນສະຫະລັດຕໍ່າ.

ບຸກຄົນໃດທີ່ອາໃສຢູ່ໃນພວກປະເທດທີ່ມີສະຖານະພາບດັ່ງກ່າວນີ້ ​ແລະມີ ຄວາມສົນໃຈ ຢາກຈະເຂົ້າມາຕັ້ງຖິ່ນຖານຖາວອນໃນສະຫະລັດນັ້ນ ໃຫ້ເຂົ້າໄປສະໝັກ​ໄດ້ ຢູ່ເວບໄຊ້ນີ້
www.dvlottery.state.gov.

ເພື່ອຈະມີສິດປະກອບສ່ວນ​ນັ້ນ ຜູ້ສະໜັກຈະຕ້ອງຍື່ນໃບສະໝັກພຽງໃບ ດຽວເທົ່ານັ້ນ
ທາງເວບໄຊ້ www.dvlottery.state.gov ຖ້າຜູ້ໃດຍື່ນ​ໃບສະໝັກເກີນກວ່າ​ໃບນຶ່ງ ​ແມ່ນ
ຈະຖືກຕັດສິດ.

ພວກຍື່ນສະໝັກຈະຕ້ອງມາຈາກພວກປະເທດທີ່ມີສິດ ແລະຈະຕ້ອງຮຽນ ຈົບຊັ້ນ​ອຸດົມ
ຫລື ຊັ້ນ 12 ຫລືບໍ່​ກໍຕ້ອງມີປະສົບການດ້ານການທໍາງານ ມາແລ້ວ ຢ່າງໜ້ອຍສອງປີ
ໃນ​ໄລຍະຫ້າປີຜ່ານມາ ໃນອາຊີບທີ່ຕ້ອງ​ໄດ້​ຜ່ານ​ການ​ຝືກອົບລົມ ຢ່າງຕໍ່າສອງປີ.

ກະຊວງຕ່າງປະເທດສະຫະລັດ ຈະບໍ່ຮັບໃບສະໝັກທີ່ເປັນເຈ້ຍ ຫລືສົ່ງມາ ທາງໄປສະນີ. ຜູ້ສະໝັກຈະຕ້ອງກອກຂໍ້ຄວາມໃຫ້ຄົບຖ້ວນກ່ຽວກັບຊີວະປະວັດຂອງຕົນຕາມ​ຄໍາ​ຖາມ
ຢູ່​ໃນ​ຟອມນັ້ນ ແລະຊື່ຜົວເມຍແລະພວກລູກໆ ທີ່ມີອາຍຸຕໍ່າ​ກ່ວາ 21 ປີ.

ຜູ້ສະໝັກທັງຫລາຍຈົ່ງຮູ້ໄວ້ດ້ວຍວ່າ ພວກທຸລະກິດແລະທະນາຍຄວາມທີ່ ບໍ່ມີ​ສິນລະທໍາ
ນັ້ນ ອາດຈະອ້າງວ່າຕົນ​ສາມາດ​ເຮັດ​ໃຫ້ການສະໝັກຈົກ ສະຫລາກເອົາວີຊ່າງ່າຍຂຶ້ນ​ໄດ້
ຫລື​ເຮັດ​ໃຫ້ໂອກາດທີ່ຈະຖືກເລືອກນັ້ນ ​ເພິ່ມຂຶ້ນໄດ້ ​ໂດຍ​ແລກ​ກັບຄ່າທໍານຽມ. ​ແຕ່​ວ່າ
ການສະໝັກ​ເຂົ້າ​ຮ່ວມ​ໃນ​ໂຄງການນີ້​ແມ່ນ​ຟີບໍ່ມີຄ່າທໍານຽມໃດໆ ແຕ່ຈະຕ້ອງຍື່ນໃຫ້ທັນ
ກ່ອນເວລາ 1600 ໂມງຕາມເວລາສາກົນ ຂອງວັນທີ່ 5 ເດືອນພະຈິກ ທີ່ເວບໄຊ້ນີ້
www.dvlotterly.state.gov. ນີ້ຄື ວິທີດຽວເທົ່ານັ້ນ ທີ່​ທ່ານ​ຈະສະໝັກ​ໄດ້.

ພວກສະໝັກຈະຕ້ອງຕອບຄໍາຖາມສອງສາມຂໍ້ ແລະສົ່ງຮູບພາບແບບທີ່ ຖ່າຍ​ຕິດພາສ
ປອດ. ຫລັງຈາກທ່ານຍື່ນໃບສະໝັກທາງເວບໄຊ້ www.dvlotterly.state.gov ແລ້ວ ທາງກະຊວງຕ່າງປະເທດສະຫະລັດ ກໍຈະອອກໝາຍເລກຢືນຢັນການ​ສະໝັກໃຫ້ທ່ານ
. ຢ່າເຮັດໝາຍເລກນັ້ນ ເສຍ ເດັດຂາດ.

ການເລືອກເອົາຜູ້ສະໝັກນັ້ນ ຈະເປັນການສຸ່ມເລືອກໂດຍລະບົບຄອມພິວເຕີ. ກະຊວງ ຕ່າງປະເທດຈະບໍ່ແຈ້ງຜົນການຈົກສະຫລາກທາງອີເມລ ຫລືທາງໄປສະນີ. ຜູ້ສະໝັກ ຈະຕ້ອງເຂົ້າໄປກວດເບິ່ງຜົນການຈົກສະຫລາກເອົາເອງ ໂດຍໃຊ້ໝາຍເລກຢືນຢັນຂອງ
ຕົນ ທາງເວບໄຊ້ www.dvlottery.state.gov. ນັ້ນ. ການຖືກຄັດເລືອກບໍ່ໄດ້ຮັບປະກັນ
ວ່າ ຜູ້​ຖືກ​ເລືອກຈະໄດ້ວິຊ່າ​ເຂົ້າ​ມາ​ຢູ່​ໃນ​ສະຫະລັດ. ພວກຖືກ​ເລືອກຈະຕ້ອງມີ ​ເງື່ອນ​ໄຂ
ຖືກຕ້ອງ ທາງ​ດ້ານ​ກົດໝາຍ​ແລະຄວາມປອດໄພ ສໍາລັບການເຂົ້າ ມາສະຫະລັດ ຕາມທີ່
ກໍານົດ​ໄວ້ພາຍໃຕ້ກົດໝາຍສະຫະລັດ. ພວກທີ່ໄດ້ຮັບວິຊ່າ ພາຍໃຕ້ໂຄງການນີ້ຈະບໍ່ໄດ້ຮັບ ການຊ່ວຍເຫລືອໃດໆດ້ານການເງິນ ຄ່າເດີນທາງ ຫລືການຕັ້ງຖິ່ນຖານຢູ່ໃນສະຫະລັດ
ແລະຜູ້ສະໝັກທັງໝົດ ຈະຕ້ອງມີຫລັກຖານພິສູດວ່າ ພວກເຂົາເຈົ້າຈະບໍ່ເປັນພາລະ​ແກ່
ສັງຄົມ ເວລາ​ເຂົ້າ​ມາຢູ່ໃນສະຫະລັດ​ແລ້ວ.

ຂໍຍໍ້າອີກເທື່ອນຶ່ງ ການຍື່ນໃບສະໝັກຈົກສະຫລາກວິຊ່ານີ້ ບໍ່ມີຄ່າທໍານຽມ ຜູ້ໃດຂໍເງິນຄ່າ
ທໍານຽມນັ້ນ ແມ່ນ​ເປັນ​ພວກຕົ້ມຕຸ​ນ.

XS
SM
MD
LG