ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກປະທ້ວງ 5 ຄົນເສຍຊີວິດ ໃນຄວາມຮຸນແຮງ ຢູ່ເຢເມນ (ເບິ່ງສະໄລດ໌ກັບວີດີໂອ)


ຜູ້ປະທ້ວງຄົນນຶ່ງທີ່ໄດ້ຮັບບາດເຈັບພວມຖືກຫາມອອກໄປຈາກບໍລິເວນທີ່ມີການປະທະກັນ ກັບກຳລັງຮັກສາຄວາມ ສະຫງົບ ໃນນະຄອນຫຼວງ Sanaa (24 ພະຈິກ 2011)
ຜູ້ປະທ້ວງຄົນນຶ່ງທີ່ໄດ້ຮັບບາດເຈັບພວມຖືກຫາມອອກໄປຈາກບໍລິເວນທີ່ມີການປະທະກັນ ກັບກຳລັງຮັກສາຄວາມ ສະຫງົບ ໃນນະຄອນຫຼວງ Sanaa (24 ພະຈິກ 2011)

ເບິ່ງວີດີໂອລາຍງານຂ່າວພາສາອັງກິດ:

ມີພວກປະທ້ວງຕໍ່ຕ້ານລັດຖະບານຢ່າງນ້ອຍ 5 ຄົນເສຍຊີວິດ ໃນຄວາມຮຸນແຮງຮອບໃໝ່
ຢູ່ທີ່ປະເທດເຢເມນ

ພວກທີ່ເຫັນເຫດການກ່າວວ່າ ມືປືນທີ່ຈົງຮັກພັກດີຕໍ່ປະທານາທິບໍດີເຢເມນທ່ານ Ali Ab-
dullah Saleh ໄດ້ລະດົມຍິງເຂົ້າໃສ່ພວກປະທ້ວງທີ່ບໍ່ພໍໃຈກ່ຽວກັບຂໍ້ຕົກລົງໂອນອຳນາດ
ທີ່ໃຫ້ທ່ານ Saleh ໄດ້ຮັບການຍົກເວັ້ນ ຈາກການຖືກລົງໂທດນັ້ນ.

ການລະດົມຍິງເຂົ້າໃສ່ພວກປະທ້ວງທີ່ນະຄອນຫຼວງ Sana’a ມີຂຶ້ນບໍ່ຮອດນຶ່ງມື້ຫຼັງຈາກ
ທ່ານ Saleh ແລະພວກຜູ້ນຳຝ່າຍຄ້ານໄດ້ລົງນາມກັນໃນຂໍ້ຕົກລົງທີ່ມີການຄອງຄອຍຖ້າ
ມາເປັນເວລາດົນນານນັ້ນ ເພື່ອໂອນອຳນາດ ໃຫ້ແກ່ຮອງປະທານາທິບໍດີ ທ່ານ Abed
Rabbo Mansour Hadi. ນອກນັ້ນຂໍ້ຕົກລົງຍັງຮຽກຮ້ອງໃຫ້ລັດຖະບານຈັດການເລືອກ
ຕັ້ງປະທານາທິບໍດີກ່ອນກຳນົດ.

ກະສັດ Abdullah ແຫ່ງຊາອຸດີອາຣາເບຍ ໄດ້ກ່າວຊົມເຊີຍຂໍ້ຕົກລົງທີ່ມີການລົງນາມກັນ
ໃນພິທີທີ່ຈັດຂຶ້ນຢູ່ຊາອຸດີອາຣາເບຍໃນວັນພຸດວານນີ້ໂດຍເວົ້າວ່າເຢເມນໄດ້ສິ້ນສຸດໜ້າເກົ່າ ແລະເລີ່ມຕົ້ນບົດຕອນໃໝ່ຂອງປະວັດສາດ.

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ກ່າວວ່າ ຂໍ້ຕົກລົງ
ສະບັບນີ້ ແມ່ນຂີດໝາຍຂອງບາດກ້າວທີ່ສຳຄັນສຳລັບປະຊາຊົນຊາວເຢເມນ ແລະຮຽກ
ຮ້ອງໃຫ້ທຸກພັກຝ່າຍຫຼີກເວັ້ນຈາກການກໍ່ຄວາມຮຸນແຮງ. ນອກນັ້ນທ່ານນາງຍັງຮຽກຮ້ອງ
ໃຫ້ເຢເມນຈັດການເລືອກຕັ້ງປະທານາທິບໍດີທີ່ໜ້າເຊື່ອຖືຂຶ້ນພາຍໃນເວລາ 90 ມື້.

ເບິ່ງພາບເຫດການປະທ້ວງທີ່ເຢເມນ ໃນວັນພະຫັດ ທີ 24 ພະຈິກ ມື້ນີ້:

XS
SM
MD
LG