ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຟປ່າໃນລັດໂຄໂລຣາໂດ​​​ ເຮັດໃຫ້ຕ້ອງຍົກຍ້າຍ ​ຜູ້​ຢູ່ອາ​​ໄສ ຈໍານວນຫຼາຍພັນຄົນ (ສະໄລດ໌)


​ໄຟປ່າ​ໃນ​ລັດ ​ໂຄ​ໂລຣາ​ໂດ ທາງ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ​ ​ໄດ້​ບັງຄັບ​ໃຫ້​ມີ ການ​ຍົກຍ້າຍ
​ຜູ້​ຢູ່ອາໄສ ຈໍານວນ 11,000 ຄົນ ​ແລະ​ບັນດາ​ນັກ​ທ່ອງ​ທ່ຽວ​ອີກ ​ຈໍານວນນຶ່ງ.

ໄຟປ່າ​ໄດ້​ຄຸກ​ຄາມ​ຄ້າຍ​ພັກ​ແຮມ​ຄືນ ຢູ່​ຕີນ​ພູ Pikes Peak ຊຶ່ງ​ເປັນ​ພູ​ເຂົາທີ່ມີ​ຜູ້​ຄົນໄປ​ເບິ່ງ​ໄປຊົມ​ຫຼາຍ​ທີ່​ສຸດ ​ໃນ​ສະຫະລັດ ແລະເປັນສິ່ງ​ດົນ​ບັນດານ​ໃຈ​ຜູ້​ທີ່​ແຕ່ງ​ເພງ “America the Beautiful” ນັ້ນ.

​ໄຟປ່າ​ໃນ​ເຂດຫຸບ​ເຫວ Waldo Canyon ​ໃກ້ໆ​ກັບ​ເມືອງ Colorado Springs ​ໄດ້​ເຜົາໄໝ້​ເນື້ອ​ທີ່ ເກືອບ 1,000 ​ເຮັກຕາ​ແລ້ວ.

​ລັດ ​ໂຄ​ໂລຣາ​ໂດ ​ແມ່ນເຄີຍ​ມີ​ໄຟ​ປ່າ​ໄໝ້ລາມ​ໄປ ຫຼາຍໆ​ຄັ້ງ​ ​ເກືອບ​ທົ່ວ​ທັງ ລັດ ໃນ​ໄລຍະ​ອາທິດ​ນຶ່ງ​ ກ່ອນ​ວັນຊາດ ວັນ​ທີ 4 ​ກໍລະ​ກົດ ຊຶ່ງ​ເປັນຊ່ວງ​ເວລາ​ທີ່​ສໍາຄັນ ສໍາ​ລັບພວກຄອບຄົວ ທີ່​ຈະພາກັນພັກຜ່ອນ​ໃນ​ປ່າເຂົາລໍາ​ເນົາ​ໄພອັນ​ເປັນ​ສວນ​ຫລວງ​ແຫ່ງ​ຊາດ​ທີ່​ສວຍ​ງາມ ​ແລະ​ສະຖານ​ທີ່​ແຫ່ງ​ອື່ນໆ​ນໍາ​ນັ້ນ.

​ເວລາ​ນີ້ ພວກ​ນັກ​ດັບ​ເພິ​ງ​ແມ່ນ​ກໍາລັງ​ຕໍ່ສູ້​ເພື່ອມອດ​ໄຟ​ປ່າ ຢູ່​ໃນ​ຫຼາຍໆ​ລັດ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ ຊຶ່ງ​ຮວມທັງ ລັດ​ອາຣີ​ໂຊ​ນາ, ຄາ​ລີ​ຟໍ​ເນຍ, ນິວ​ເມັກຊິ​ໂກ​ແລະ ຢູທາ.

XS
SM
MD
LG