ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຊີນຮ່ວມຊີງລາງວັນ ຄົບຮອບ 50 ປີ ວີໂອເອພາສາລາວ


ຟັງຄໍາປະກາດ:

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ເດືອນ​ກຸມ​ພາ​ນີ້ແມ່ນ​ຄົບຮອບ 70 ຂອງວິ​ທະຍຸ​ວີ​ໂອ​ເອ ​ແລະ
ຄົບຮອບ 50 ປີຂອງ​ພະ​ແນ​ກພາສາ​ລາວ ພວກ​ເຮົາ​ຈຶ່ງ​ຢາກ​ຕອບສະໜອງ​ຄວາມ​
ເຊື່ອ​ຖື​ທີ່​ບັນດາ​ທ່ານ​ໄດ້​ມອບ​ໃຫ້​ພວກ​ເຮົາ ​ໂດຍ​ຕິດຕາມ​ຟັງ​ວີ​ໂອ​ເອພາກພາສາ​ລາວ
ມາ​ຕະຫລອດ​ນັ້ນ ໂດຍ​ການສົມ​ມະ​ນາ​ຄຸນທ່ານ​ຜູ້​ຟັງ ສະ​ເພາະທາງ​ປະ​ເທດ​ລາວ
ແລະ​ປະ​ເທດ​ໄທ ດ້ວຍຂອງທີ່​ລະນຶກຫລາຍ​ຢ່າງ ​ເປັນ​ຕົ້ນ ​ເສື້ອ​ໂປ​ໂລ ເສື້ອຍືດ ຖົງ​ເປ້
ກະເປົາ​ໃສ່​ຊີ​ດີ ປາກກາແລະອື່ນໆ​ອີກໂດຍການ​ຈົກ​ສະຫລາກ ຊຶ່ງ​ເຮົາ​ຈະ​ຈັດ​ຂຶ້ນ​ໃນ
ກາງ​ເດືອນ​ມີນາ.

ຖ້າ​ທ່ານ​ຜູ້​ຟັງ​ທ່ານ​ໃດ ຫາກ​ມີ​ຄວາມ​ປະສົງຢາກ​ໄດ້ສິ່ງ​ຂອງ​ເຫຼົ່ານີ້​ແລ້ວ ກະລຸນາ​ສົ່ງ​ຊື່
ແລະທີ່ຢູ່ຂອງ​ທ່ານ ​ພ້ອມ​ທັງ​ແຈ້ງ​ຜົນ​ການ​ຮັບ​ຟັງ​ ວ່າ​ທ່ານ​ຟັງ​ລາຍການ​ຂອງ​ເຮົາຢູ່​ເຂດ​
ໃດ​ ​ແລະ​ຮັບຟັງ​ທາງ​ວິທະຍຸ​ຄື້ນສັ້ນ ຄື້ນກາງ ຫຼື​ເອັຟແອັມ ຫຼືວ່າ​ທ່ານຟັງ​ລາຍການ​ຂອງ​
ເຮົາ ທາງ​ອິນ​ເຕີ​ແນັດ ແລະ​ການ​ຮັບ​ຟັງ​ເຫຼົ່ານີ້​ເປັນ​ແນວ​ໃດ ຊັດ​ແຈ້ງ​ຫຼືບໍ່?

ຢ່າລືມ​ທ່ານ​ຜູ້​ຟັງ ຂອງ​ທີ່​ລະນຶກ​ເຫຼົ່ານີ້ມີ​ຈຳນວນ​ຈຳກັດ ກະລຸນາ​ຕິດ​ຕໍ່​ຫາ​ພວກ​ເຮົາ​ດ່ວນ
ຕາມທີ່ຢູ່​ດັ່ງນີ້:

Voalao50@gmail.com

ຖ້າ​ຂຽນ​ເປັນ​ໜັງສື​ໃຫ້​ສົ່ງ​ໄປ​ຫາ:

VOA Lao

ຕູ້​ໄປສະນີ 101 (P.O.Box 101)

ຣອງ​ເມືອງ (Rongmuang)

ບາງກອກ 10330 (Bangkok 10330) -

ປະ​ເທດ​ໄທ (THAILAND)

XS
SM
MD
LG