ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຕັດງົບປະມານ ແບບອັດຕະໂນມັດ ຂອງ ສຫລ ຈະມີຜົນບັງຄັບ ໃນອີກນຶ່ງປີ (ເບິ່ງວີດີໂອ)


ສະມາຊິກຄະນະກຳມະການພິເສດຂອງລັດຖະສະພາສະຫະລັດ ເພື່ອຕັດການຂາດດຸນງົບປະມານຂອງລັດຖະບານ ກາງສະຫະລັດ
(21 ຕຸລາ 2011)
ສະມາຊິກຄະນະກຳມະການພິເສດຂອງລັດຖະສະພາສະຫະລັດ ເພື່ອຕັດການຂາດດຸນງົບປະມານຂອງລັດຖະບານ ກາງສະຫະລັດ (21 ຕຸລາ 2011)

ຫລັງຈາກທີ່ຄະນະກຳມະການພິເສດຫຼື Supercommittee ທີ່ປະກອບດ້ວຍສະມາຊິກລັດ ຖະສະພາສະຫະລັດຈາກທັງສອງພັກການເມືອງ ແລະຖືກຈັດຕັ້ງຂຶ້ນມາເພື່ອໃຫ້ຫາທາງຕັດ ການຂາດດຸນງົບປະມານຂອງລັດຖະບານ ລົງໃຫ້ໄດ້ 1,200 ຕື້ໂດລານັ້ນ ໄດ້ອອກມາປະ ກາດວ່າ ພວກຕົນບໍ່ສາມາດຕົກລົງກັນໄດ້ກ່ຽວກັບແຜນການດັ່ງກ່າວນັ້ນ ຈຶ່ງຄາດກັນວ່າຈະ ມີການຕັດງົບປະມານລົງຢ່າງອັດຕະໂນມັດຈາກທຸກໆພາກສ່ວນ ຄື 600 ລ້ານໂດລາຈາກ ພະແນກການພາຍໃນປະເທດ ແລະອີກ 600 ລ້ານໂດລາ ຈາກກະຊວງປ້ອງກັນປະເທດ ເລີ່ມຕົ້ນໃນປີ 2013. ການຕັດງົບປະມານໂດຍອັດຕະໂນມັດນີ້ ແມ່ນພາກສ່ວນນຶ່ງຂອງຂໍ້ ຕົກລົງກ່ຽວກັບເລື່ອງຕັດໜີ້ສິນລົງໃນເດືອນສິງຫາຜ່ານມາ ທີ່ໄດ້ພາໃຫ້ມີການສ້າງຕັ້ງຄະນະ ກຳມະການພິເສດນີ້ຂຶ້ນມາ ແລະເລື່ອງນີ້ໄດ້ສ້າງຄວາມວິຕົກໃຫ້ແກ່ພວກນັກຊ່ຽວຊານດ້ານ ນະໂຍບາຍຫລາຍຄົນ. ການຕັດງົບປະມານໂດຍອັດຕະໂນມັດນີ້ ຈະມີຜົນກະທົບບໍ່ພຽງແຕ່ ຕໍ່ປະຊາຊົນຊາວອະເມຣິກັນທໍ່ນັ້ນ ແຕ່ຍັງຈະມີຜົນກະທົບ ຕໍ່ປະຊາຊົນໃນປະເທດອື່ນໆນຳ ຂະນະທີ່ ພວກພະແນກທີ່ກ່ຽວຂ້ອງກັບການປ້ອງກັນປະເທດ ການຊ່ອຍເຫລືອຕ່າງປະເທດ ການຄ້າຕ່າງປະເທດ ແລະຄົນເຂົ້າເມືອງປະເຊີນກັບການຖືກຕັດງົບປະມານ. ຜູ້ສື່ຂ່າວວີໂອ ເອ Marissa Melton ມີລາຍງານຈາກກຸງວໍຊິງຕັນ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດທ່ານ Leon Panetta ໄດ້ກ່າວຢໍ້າເລື້ອຍໆ ກ່ຽວກັບຄວາມຢ້ານກົວຂອງທ່ານທີ່ວ່າການຕັດງົບປະມານຂອງທຳນຽບຫ້າແຈຈະບັງຄັບໃຫ້
ມີການຕັດວຽກການ​ໃນຕຳແໜ່ງຕ່າງໆຂອງພົນລະເຮືອນແລະການຕັດກຳລັງພາກພື້ນດິນລົງ
ຢ່າງເປັນປະວັດການ.

ສະມາຊິກລັດຖະສະພາບາງທ່ານໄດ້ໃຫ້ຄຳໝັ້ນສັນຍາໄປແລ້ວວ່າຈະຊອກຫາຊ່ອງທາງເພື່ອ
ຫຼີກລ່ຽງ ບໍ່ໃຫ້ມີການຕັດງົບປະມານລົງໂດຍອັດຕະໂນມັດ ແຕ່ປະທານາທິບໍດີບາຣັກໂອບາ
ມາກ່າວໃນຕອນແລງຂອງມື້ວັນຈັນ ຜ່ານມານີ້ວ່າ ທ່ານຈະໃຊ້ສິດຢັບຢັ້ງ ຫຼືວີໂຕ້ ຕໍ່ຮ່າງກົດ
ໝາຍໃດໆກໍຕາມ ທີ່ແນໃສ່ເພື່ອຫາທາງຫຼີກລ່ຽງບໍ່ໃຫ້ມີການຕັດງົບປະມານ ຖ້າ​ຫາກ​ວ່າ​ບໍ່​ມີ
ແຜນການບັງຄັບ​ໃຫ້ຕັດການຂາດ​ດຸນງົບປະມານລົງນັ້ນ.

ການຕັດງົບປະມານແບບອັດຕະໂນມັດນີ້ ອາດສາມາດມີຜົນກະທົບຢ່າງໜັກຕໍ່ບັນດາອົງການ ທີ່ກາງຕໍ່ອາໄສນຳເງິນທຶນຂອງລັດຖະບານສະຫະລັດ ເພື່ອໃຫ້ການຊ່ອຍເຫຼືອແກ່ຕ່າງປະເທດ
ຫຼັງຈາກທີ່ໄດ້ພະຍາ​ຍາມ​ຢ່າງລໍາບາກ ມາເປັນເວລາຫຼາຍໆປີ ໃນການສະໜອງ​ການບໍລິການ
ຂອງ​ຕົນທ່າມກາງສະພາບເສດຖະກິດໂລກທີ່ອ່ອນແອນັ້ນ. ນາງ Katie Porter ​ຮອງຜູ້ອຳ
ນວຍການຝ່າຍຄວາມສຳພັນກັບລັດຖະບານ ຂອງອົງການຊ່ອຍເຫຼືອ CARE ເວົ້າວ່າ ການ
ຕັດງົບປະມານດັ່ງກ່າວຈະມີຜົນກະທົບຢ່າງເລິກເຊິ່ງຕໍ່ການປະຕິບັດງານຂອງອົງການ CARE
ໃນເຂດ Horn of Africa ຫຼືເຂດແຫຼມຕາ​ເວັນ​ອອກຂອງອາຟຣິກາບ່ອນທີ່ອົງການ CARE ພວມໃຫ້ການຊ່ອຍເຫຼືອແກ່ພວກອົບພະຍົບທີ່ຫຼົບໜີຄວາມຮຸນແຮງແລະໄພອຶດຢາກນັ້ນ.

ນາງ Porter ເວົ້າວ່າ “ເວລາທ່ານຄິດກ່ຽວກັບການ​ຕັດ​ລົງປະມານ 20% ຫຼືຫຼາຍ
ກວ່ານັ້ນ ໃນ​ຈໍານວນເງິນຊ່ອຍເຫຼືອທີ່​ບໍ່​ແມ່ນ​ສໍາລັບແຕ່ການຊ່ອຍເຫຼືອໃນດ້ານອາ
ຫານສຸກເສີນທໍ່ນັ້ນ ແຕ່ດ້ານການພັດທະນານໍາ ຊຶ່ງ​ເປັນເຄື່ອງມື ທີ່ພວກເຮົານໍາ
ໃຊ້ເພື່ອຊ່ອຍຜູ້ຄົນກະກຽມສຳລັບໄພພິບັດໃນອະນາຄົດນັ້ນ​ແລ້ວ ທ່ານ​ກໍ​ຈະ​ເຫັນ​
ໄດ້​ວ່າ ມັນຈະມີ ຜົນກະທົບຢ່າງໃຫຍ່ຫຼວງຕໍ່ຜູ້ຄົນຫຼາຍກວ່ານຶ່ງລ້ານຄົນ ທີ່ພວກ
ເຮົາພວມໃຫ້ການບໍລິການຢູ່ໃນເວລານີ້.”

ນາງ Marianne Rowden ປະທານແລະຫົວໜ້າບໍລິຫານຂອງສະມາຄົມຜູ້ນຳເຂົ້າແລະສົ່ງ
ອອກຂອງສະຫະລັດກ່າວວ່າການຕັດງົບປະມານດັ່ງກ່າວ ຍັງຈະມີຜົນກະທົບທີ່ສຳຄັນຕໍ່ການ ຄ້າກັບຕ່າງປະເທດນຳດ້ວຍ. ນາງເວົ້າອີກວ່າ ຍັງຈະຕ້ອງ​ໄດ້​ລໍຖ້າເບິ່ງກັນຕໍ່ໄປຢູ່ວ່າພະແນກ ຄວບຄຸມຊາຍແດນຂອງລັດຖະບານກາງ ຈະໄດ້ຮັບຜົນກະທົບ ຫຼືບໍ່ຈາກການຕັດງົບປະມານ
ທີ່ວ່ານີ້ ຫຼືວ່າໃນຖານະທີ່ເປັນພາກສ່ວນນຶ່ງຂອງກະຊວງຮັກສາຄວາມປອດໄພພາຍໃນຂອງ
ສະຫະລັດນັ້ນ ຈະຖືກຍົກເວັ້ນ ພາຍໃຕ້ຂໍ້ກຳນົດ ທີ່ໃຫ້ການປົກປ້ອງຄຸ້ມຄອງພະແນກການ
ຕ່າງໆທີ່ຮັບຜິດຊອບເລື່ອງຄວາມໝັ້ນຄົງແຫ່ງຊາດ.

ນາງເວົ້າວ່າ ອົງການຄຸ້ມຄອງອາຫານແລະຢາຂອງສະຫະລັດກໍອາດສະແດງ ປະຕິກິລິຍາຕໍ່
ການຕັດງົບປະມານກ່ຽວ​ກັບລະບຽບການນຳເຂົ້າແລະສົ່ງອອກສິນຄ້າໂດຍເກັບຄ່າທຳນຽມ
ຈາກບໍລິສັດສົ່ງອອກ ແລະນຳເຂົ້າ ເປັນຄ່າບໍລິການ. ແຕ່ນາງເວົ້າວ່າ ນາງເຊື່ອວ່າຜົນກະທົບ
ຈາກການຕັດງົບປະມານໂດຍອັດຕະໂນມັດນີ້ ໂດຍທົ່ວໄປແລ້ວແມ່ນຈະ​ເປັນ​ໄປໃນທາງລົບ.

ນາງ Rowden ເວົ້າວ່າ “ຂ້າພະເຈົ້າຄິດວ່າ ຜົນການຕັດງົບປະມານໂດຍອັດຕະໂນ
ມັດນີ້ ​ເຖິງ​ແມ່ນຂ້າພະເຈົ້າຈະເຂົ້າໃຈດີວ່າ ມັນມາຈາກໃສກໍ​ຕາມ ແຕ່ຖ້າຫາກວ່າ
ພວກນັກການເມືອງ ບໍ່ສາມາດຜ່ອນສັ້ນຜ່ອນຍາວແລ້ວທຸກໆຄົນກໍຕ້ອງໄດ້ເສຍສະ
ລະ.”

ນາງ Britney Nystrom ຜູ້ອຳນວຍການດ້ານນະໂຍບາຍແລະກິດຈະການທາງກົດໝາຍ
ຂອງກຸ່ມສະພາວ່າດ້ວຍຄົນເຂົ້າເມືອງແຫ່ງຊາດກ່າວວ່າ ວິກິດການທີ່ວ່ານີ້ ອາດຈະຕັດເງິນ
ທີ່​ຈໍາ​ເປັນ​ແລະຕ້ອງການ​ທີ່​ສຸດ​ນັ້ນ ລົງຈາກໂຄງການຕ່າງໆ ທີ່ປະສົບກັບຄວາມເດືອດຮ້ອນ
ຢູ່ແລ້ວ. ​ແຕ່ໃນອີກດ້ານນຶ່ງນັ້ນ ນາງເວົ້າວ່າ ການຕັດງົບປະມານໂດຍອັດຕະໂນມັດນີ້ອາດ
ຈະຊຸກຍູ້ໃຫ້ມີການຕັດການໃຊ້ຈ່າຍທີ່ໜ້າຍິນດີລົງ ໃນໂຄງການຕ່າງໆທີ່ພົວພັນກັບເລື່ອງຄົນ
ເຂົ້າເມືອງທີ່ນາງເວົ້າວ່າໄດ້ ຮັບເງິນຫຼາຍກວ່າທີ່ຕ້ອງການຢູ່ແລ້ວນັ້ນ.

ນາງ Nystrom ເວົ້າວ່າ “​ໃນ​ທັດສະນະຂອງຂ້າພະເຈົ້າ​ນັ້ນທີ່ຈິງແລ້ວຍັງມີຫຼາຍໆ ບ່ອນທີ່ອາດຈະໄດ້ຮັບຜົນປະໂຫຍດ ຈາກການຊັ່ງຊາຕີລາຄາຄືນໃໝ່ກ່ຽວກັບສິ່ງ
ທີ່ພວກເຮົາໄດ້ຮັບຈາກເງິນທີ່ພວກເຮົາໃຊ້ຈ່າຍໄປນັ້ນ.”

ນາງ Nystrom ກ່າວວ່າການປະຢັດເງິນກ້ອນໃຫຍ່ອາດສາມາດ​ເຮັດ​ໄດ້​ໂດຍ​ການປະຕິຮູບ ລະບົບຄຸມຂັງຂອງພະແນກຄົນເຂົ້າເມືອງ. ນາງເວົ້າວ່າ ລະບົບດັ່ງກ່າວສາມາດຫຼຸດຜ່ອນລົງ​
ໄດ້ຢ່າງຫຼວງຫຼາຍ ຜູ້ຄົນຈຳນວນ 400,000 ຄົນທີ່ຖືກ​ກັກ​ຂັງໃນແຕ່ລະປີ​ນັ້ນໂດຍຄຸມຂັງແຕ່
ພວກທີ່ອາດ​ຈະ​ຫຼົບໜີທໍ່ນັ້ນ ບໍ່ແມ່ນຜູ້ທີ່ເຄົາລົບນັບຖືກົດໝາຍ.

ໃນໄລຍະ 13 ເດືອນຕໍ່ໜ້າ ຄືແຕ່ດຽວນີ້ໄປຫາເວລາທີ່ການຕັດງົບປະມານເລີ່ມມີຜົນບັງຄັບ
ໃຊ້ນັ້ນ ລັດຖະສະພາສະຫະລັດກໍ​ອາດ​ຈະ​ສາມາດຕົກລົງກັນ​ໄດ້​ ຢູ່ກ່ຽວກັບແຜນການທີ່​ປະຕິ
ບັດໄດ້ ເພື່ອຫຼຸດການຂາດດຸນງົບປະມານ 1,200 ຕື້ໂດລາລົງຕາມທີ່ມີກົດໝາຍບັງຄັບເພື່ອ ຫຼີກລ່ຽງບໍ່ໃຫ້ມີການຕັດງົບປະມານ ແບບອັດຕະໂນມັດນັ້ນ. ໃນມື້ວັນຈັນຜ່ານມານີ້ ປະທາ
ນາທິບໍດີໂອບາມາໄດ້ສະແດງຄວາມຫວັງອອກມາວ່າ ເລື່ອງດັ່ງກ່າວຈະເກີດຂຶ້ນ​ໄດ້ ແຕ່ວ່າ
ໃນປັດຈຸບັນນີ້ຄວາມບໍ່ແນ່ນອນແມ່ນຍັງຄອບງຳກຸງວໍຊິງຕັນຢູ່.

XS
SM
MD
LG