ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປະທານາທິບໍດີ ສະຫະລັດ ພົບປະກັບ ນາຍົກອີຣັກ ທີ່ວໍຊິງຕັນ (ເບິ່ງວີດີໂອ)


ປະທານາທິບໍດີສະຫະລັດ ບາຣັກ ​ໂອ​ບາ​ມາ ​​ໂອ້​ລົມ​ສົນທະນາ​​ຢູ່​ທີ່ທໍານຽບຂາວ ກັບ​ນາຍົກລັດຖະມົນຕີອີຣັກ ທ່ານ Nouri al-Maliki ໃນວັນທີ 12 ທັນວາ, 2011.
ປະທານາທິບໍດີສະຫະລັດ ບາຣັກ ​ໂອ​ບາ​ມາ ​​ໂອ້​ລົມ​ສົນທະນາ​​ຢູ່​ທີ່ທໍານຽບຂາວ ກັບ​ນາຍົກລັດຖະມົນຕີອີຣັກ ທ່ານ Nouri al-Maliki ໃນວັນທີ 12 ທັນວາ, 2011.

ປະທານາທິບໍດີສະຫະລັດ ບາຣັກ ​ໂອ​ບາ​ມາ ຈັດການ​ໂອ້​ລົມ​ສົນທະນາຢູ່​ທີ່ ທໍານຽບ
ຂາວ ກັບ​ນາຍົກລັດຖະມົນຕີອີຣັກທ່ານ Nouri al-Maliki ​ໂດຍ​ທີ່​ວ່າ ຜູ້​ນໍາ​ທັງ​ສອງ
ປະ​ເທດ ໄດ້​ສົນທະນາ​ກັນ​ກ່ຽວກັບ​ອານາ​ຄົດ​ຂອງ​ອີຣັກ ​ໃນ​ເວລາ​ທີ່​ທະຫານ​ຖອນ
ກໍາລັງຂອງ​ຕົນ​ອອກຈາກ​ປະ​ເທດ​ນັ້ນແລ້ວ ​ໃນ​ທ້າ​ຍ​ເດືອນ​ນີ້.

ພວກ​ເຈົ້າໜ້າທີ່​ທໍານຽບຂາວ​ກ່າວ​ວ່າ ການ​ປະຊຸມ​ຈະລວມ​ເອົາ ການ​ດໍາ​ເນີນ​ຄວາມ​
ພະຍາຍາມ ທີ່​ຈະ​ເປັນ​ການ “​ເລີ້ມສາກ​ໃໝ່” ຂອງ​ການ​ເປັນ​ພາຄີຮຸ້ນສ່ວນຍຸດ​ທະ​ສາດ
ຂອງ​ກັນລະກັນແລະ​ຈະ​ລວມ​ເອົາ​ປະ​ເດັນ​ຕ່າງໆ ເຊ່ນ ພະລັງງານ ​ແລະ​ການ​ສຶກສາ.

ທ່ານ ໂອ​ບາ​ມາ ​ແລະ ທ່ານ Maliki ​ຈະ​ຈັດ​ກອງ​ປະຊຸມ​ຂ່າວຮ່ວມກັນ ລຸນ​ຫລັງ​ທີ່​ມີ​
ການ​ພົບ​ປະກັນ. ພວກ​ທ່ານ​ໄດ້​ມີ​ກໍານົດ​ທີ່​ຈະ​ໄປ​ຢ້ຽມຢາມ ສຸສານແຫ່ງ​ຊາດ ຊຶ່ງ​ເປັນ
ບ່ອນ​ທີ່ ສົບຂອງທະຫານ​ເກືອບຮອດ 4,500 ຄົນ​ ທີ່ຖືກ​ຂ້າ​ຕາຍ​ໃນ​ອີຣັກນັບ​ຕັ້ງ​ແຕ່
ເລີ້ມມີ​ສົງຄາມໃນ ປີ 2003 ເປັນຕົ້ນມາ​ໄດ້​ຝັງ​ຢູ່.

ທ່ານ Maliki ​ໄດ້​ມາ​ເຖິງ​ນະຄອນຫລວງ​ວໍ​ຊິງ​ຕັນ ​ໃນ​ວັນ​ອາທິດ​ວານ​ນີ້ ຊຶ່ງ​ເປັນ​ເວລາ
ທີ່​ຈະຮັບປະທານ​ອາຫານ​ກັບ ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ທ່ານນາງ
Hillary Clinton. ​ຍັງ​ຄາດກັນ​ອີກ​ວ່າ ທ່ານຈະ​ທໍາ​ການ​ໂອ້​ລົມ​ກັບ ຮອງປະທານາທິບໍດີ
ທ່ານ ​ໂຈ ​ໄບ​ເດັນ ​ຢູ່ໃນ​ຊ່ວງໄລຍະການ​ຢ້ຽມຢາມ​ສະຫະ ລັດ​ເປັນ​ເວລາ​ສອງ​ວັນ.

XS
SM
MD
LG