ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເກົາຫຼີໃຕ້ ເປີດຕົວເມືອງ “Sejong” ສູນກາງລັດຖະບານ ແຫ່ງໃໝ່


ນາຍົກລັດຖະມົນຕີເກົາຫລີໃຕ້ ທ່ານ Kim Hwang-Sik (ກາງ) ຈັບມືກັບແຂກທີ່ມາຮ່ວມ ໃນງານເປີດໂຕ ເມືອງເຊຈົງ ຫລື Sejong City, ທີ່ຕັ້ງຢູ່ທາງທິດໃຕ້ຂອວນະຄອນຫລວງໂຊລ, ວັນທີ 2 ກໍລະກົດ 2012.
ນາຍົກລັດຖະມົນຕີເກົາຫລີໃຕ້ ທ່ານ Kim Hwang-Sik (ກາງ) ຈັບມືກັບແຂກທີ່ມາຮ່ວມ ໃນງານເປີດໂຕ ເມືອງເຊຈົງ ຫລື Sejong City, ທີ່ຕັ້ງຢູ່ທາງທິດໃຕ້ຂອວນະຄອນຫລວງໂຊລ, ວັນທີ 2 ກໍລະກົດ 2012.

ເກົາຫຼີໃຕ້ໄດ້ເປີດຕົວເມືອງໃໝ່​ແຫ່ງ​ນຶ່ງ ຊຶ່ງທາງການຫວັງວ່າ ຈະຊ່ອຍຜ່ອນຄາຍຄວາມແອ
ອັດໃ ນເມືອງຫຼວງຂອງປະເທດລົງ​ໄດ້ ແລະສະໜອງການພັດ​ທະນາທີ່ສົມດູນຂຶ້ນກ່ວາ​ເກົ່າ.

ໃນພິທີທີ່​ຈັດ​ຂຶ້ນໃນວັນຈັນມື້ນີ້ ທາງການໄດ້ເປີດ​ໂຕເມືອງ​ໃໝ່ “Sejong City” ຊຶ່ງຫ່າງຈາກ
ນະ​ຄອນ​ຫລວງໂຊລໄປທາງທິດໃຕ້ ປະມານ 120 ຫຼັກກິໂລເ​ເມັດ ບ່ອນ​ທີ່ທາງ​ການຈະ​ຍົກ
ຍ້າຍພະນັກງານລັດ10,000 ຄົນ​ໄປ​ເຮັດ​ວຽກ​ຢູ່​ທີ່​ນັ້ນ ພາຍໃນປີ 2014.

ຄືລັດຖະບານມີແຜນການຈະຍ້າຍ 16 ກະຊວງ ແລະອີກ 20 ທະບວງກົມຕ່າງໆໄປຢູ່ເມືອງ
“Sejong” ​ພາຍໃນ 2 ປີຕໍ່ໜ້ານີ້ ຊຶ່ງຮວມທັງສໍານັກງານນາຍົກລົຖະມົນຕີ ແລະພະ​ແນ​ກກະ
ຈາຍສຽງຂອງ​ລັດຖະບານນໍາ.

ພວກທີ່​ບໍ່​ເຫັນ​ພ້ອມ​ນໍາໂຄງການນີ້ ທີ່ໄດ້ມີການສະ​ເໜີຂຶ້ນມາໃນປີ 2002 ນັ້ນ ໄດ້ຕັ້ງ​ຂໍ້​ສົງ​ໄສ​
ກ່ຽວ​ກັບ ​ປະສິດທິ​ຜົນ​ໃນ​ການແຍກລັດຖະບານ ອອກ​ໄປ​ຕັ້ງ​ຢູ່​ສອງຫົວເມືອງນີ້.

ປັດຈຸບັນ ເມືອງ “Sejong” ມີພົນລະເມືອງ 120,000 ຄົນ ແລະລັດຖະບານຄາດວ່າຈະເພີ່ມ
ຂຶ້ນເຖິງ 300,000 ຄົນໃນປີ 2020 ແລະວ່າຈະຮອດເຄິ່ງລ້ານຄົນ ​ເວລາການກໍ່ສ້າງສາ​ເລັດ​
ລົງ​ຢ່າງສົມບູນ ໃນປີ 2030. ສ່ວນ​ນະຄອນຫລວງໂຊລນັ້ນ ແມ່ນມີປະຊາກອນປະມານ 10
ລ້ານຄົນ ຂອງຈໍານວນປະຊາກອນທັງໝົດ 49 ລ້ານຄົນຂອງ​ປະ​ເທດ.

ອະດີດປະທານາທິບໍດີ ທ່ານ Roh Moo-hyun ໄດ້ມີຄວາມຕ້ອງການທີ່ຈະ​ສະຖາປະນາ
“Sejong City” ໃຫ້ເປັນເມືອງຫຼວງ​ໃໝ່ຂອງປະເທດ ແຕ່ໃນປີ 2004 ສານສູງເກົາຫຼີໃຕ້
ໄດ້ຕັດສິນບໍ່ອະນຸມັດ.

ຜູ້ນໍາ​ເກົາຫລີ​ໃຕ້​ຄົນ​ຕໍ່​ມາ ຄືປະທານາທິບໍດີ Lee Myun-bak ກໍໄດ້ພະຍາຍາມທີ່ຈະຕັດ
ໂຄງການທີ່ວ່ານີ້ ໃຫ້ນ້ອຍລົງ ແລະ​ເຮັດໃຫ້ເປັນສູນກາງວິທະຍາສາດ​ ແລະເທັກໂນໂລຈີ
ແທນ ແຕ່ບໍ່ສໍາ​ເລັດຜົນ.

XS
SM
MD
LG