ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກລອຍນໍ້າໃນທີມ USA ​​ສ້າງ​ສະຖິຕິ​ໂລກ ໃນ​ການແຂ່ງລອຍ​ນໍ້າ​ 100 ແມັດ (ສະໄລດ໌)


ໃນມື້​ທີ​ສອງ​ຂອງ​ການ​ແຂ່ງຂັນ​ເຕັມ​ມື້ ຄື​ວັນ​ອາທິດ​ວານ​ນີ້ ທີ​ມສະຫະລັດ​ແລະ​ອາ​ຟຣິກາ​ໃຕ້ ​
ໄດ້​ສ້າງ​ສະຖິຕິ​ໂລກ ​ໃນ​ກິລາລອຍ​ນໍ້າ​.

ນາງ Dana Vollmer ຈາກ​ທີ​ມ USA ຫລື​ສະຫະລັດ ທີ່​ຄອງ​ຕໍາ​ແໜ່​ງ​ແຊ້ມຢູ່​ແລ້ວ​ນັ້ນ ຍາດ
​ຫລຽນ​ຄໍາ​ໄປ​ໄດ້ ​ໃນ​ການແຂ່ງ​ລອຍ​ນໍ້າ ທ່າ butterfly ຫລືແມງກະ​ເບື້ອ ​ໄລຍະ 100 ​ແມັດ
​ໂດຍ​ໄດ້​ທໍາສະຖິຕິ​ໂລກ​ ຄືໃຊ້​ເວລາ​ພຽງ 55.98 ວິນາທີ. ນັກ​ກິລາ​ຈີນ Lu Ying ​ໄດ້​ຫລຽນ​ເງິນ
ຂະນະ​ທີ່ Alicia Coutts ຈາກ​ອອສ​ເຕຣ​ເລຍ ​ໄດ້​ຫລຽນ​ທອງ​ແດງ.

ສ່ວນ​ທ້າວ Cameron van der Burgh ຈາກ​ອາ​ຟຣິກາ​ໃຕ້ ທໍາ​ສະຖິຕິ​ໂລກ ​ໃນ​ການ​ແຂ່ງລອຍ​ນໍ້າ ທ່າ​ທໍາ​ມະ​ດາ ຫລື breastroke ​ໂດຍ​ໃຊ້ເວລາ 58.46 ວິນາທີ.

​ໃນ​ການ​ແຂ່ງ​ລອຍ​ນໍ້າ​ 4X100 ​ແມັດ ປ່ຽນຜຽນ​ກັນ​ຂອງ​ຜູ້​ຊາຍ​ນັ້ນ ທີ​ມຝຣັ່ງ​ໄດ້​ແກ້​ແຄ້ນ​ທີ​ມສະຫະລັດ ຍ້ອນ​ເສຍ​ໄຊ​ໃຫ້​ທີ​ມ USA ​ເມື່ອ 4 ປີ​ກ່ອນ​ນັ້ນ ​ໂດຍ​ຍາດ​ເອົາ​ຫລຽນ​ຄໍາ​ໄປ​ໄດ້. ສ່ວນ​ທີ​ມ USA ​ໄດ້​ຫລຽນ​ເງິນ ​ແລະ​ຫລຽນ​ເງິນ​ທີ່​ວ່າ​ນີ້ ​ເຮັດ​ໃຫ້ Michael Phelps ທີ່​ຮ່ວມ​ຢູ່​ໃນ​ທີ​ມສະຫະລັດ​ນັ້ນ ​
ໄດ້​ຫລຽນ​ຈາກ​ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ ເພິ່ມຂຶ້ນ​ເປັນ 17 ຫລຽນ ຄື​ຍັງ​ຫລຽນ​ດຽວ​ກໍ​ຈະ​ເທົ່າ​ກັບສະຖິຕິ 18 ຫລຽນສໍາລັບ​ການ​ແຂ່ງຂັນກິລາ​ໂອ​ລິ​ມປິກນັ້ນ.

Phelps ​ໄດ້​ຮັບ 8 ຫລຽນ​ໃນ​ການ​ແຂ່ງຂັນ​ຢູ່ປັກ​ກິ່ງ​ເມື່ອ 4 ປີ​ກ່ອນ ແລະ 8 ຫລຽນ​ໃນ​ການ​ແຂ່ງຂັນ​ຢູ່ Athens ​ໃນ​ປີ 2004 ຊຶ່ງ​ເວ​ລາ​ນັ້ນ ​ເຂົາ​ມີ​ອາຍຸ​ພຽງ 18 ​ປີ.

​ເກົາຫລີ​ເໜືອ​ໄດ້​ຮັບ​ຫລຽນ​ຄໍາ​ສອງ​ອັນ​ທໍາ​ອິດ​ຂອງ​ຕົນ​ໃນ​ວັ​ນອາທິດ​ວານ​ນີ້ ​ໃນ​ການ​ແຂ່ງຂັນ​ກິລາ​ຈູ​ໂດ​ຍິງ ປະ​ເພດ​ນໍ້າໜັກ 52 ກິ​ໂລ ​ແລະ​ກິລາ​ຍົກ​ນໍ້າໜັກ​ຊາຍ.

ປະ​ເທດ​ເຈົ້າພາບ ອັງກິດ ກໍ​ໄດ້​ຫລຽນ​ອັນ​ທໍາ​ອິດ​ ຄື​ຫລຽນ​ເງິນ​ໃນ​ການ​ແຂ່ງຂັນ​ມວຍ​ຈູ​ໂດ​ຊາຍ ປະ​ເພດ​ນໍ້າໜັກ 66 ກິ​ໂລ.

​ສ່ວນທີ​ມບານບ້ວງ​ຊາຍສະຫະລັດ ທີ່​ເປັນ​ໂຕ​ເກັງ​ນັ້ນ ກໍ​ເອົາຊະນະ​ທີ​ມ​ຝຣ່ັງ​ໄດ້ 98 ຕໍ່ 71 ໃນ​ການ​ລົງ​ສະໜາມ​ແຂ່ງ​ໃນເກ​ມທໍາ​ອິດ ​ໃນ​ມື້ວານ​ນີ້ ຊຶ່ງ​ທັງ​ສອງ​ ທີ​ມ​ແມ່ນ​ປະກອບ​ດ້ວຍນັກ​ກິລາ​ບານບ້ວງ​ມື​ອາຊີບ​ທີ່​ເກ່ງໆ​ ຈາກ​ສະມາຄົມ​ບານ ບ້ວງ NBA ຂອງ​ສະຫະລັດ.

ຫລັງ​ຈາກ​ການ​ແຂ່ງຂັນ​ສອງ​ມື້​ທໍາ​ອິດ​ນັ້ນ ປາກົດ​ວ່າ ຈີນ​ນໍາ​ໜ້າ​ໝູ່​ໃນ​ດ້ານ​ຈໍານວນ​ຫລຽນ ຄື​ໄດ້​ທັງໝົດ 12 ຫລຽນ ຕິດຕາມ​ໂດຍ​ສະຫະລັດ ທີ່​ໄດ້ 11 ຫລຽນ ​ແລະ​ອີ​ຕາ​ລີ 7 ຫລຽນ. ອັນ​ດັບ​ສີ່ ​ແມ່ນ​ຍີ່ປຸ່ນ​ແລະ​ເກົາຫລີ​ໃຕ້ ທີ່​ໄດ້ 5 ຫລຽນ​ສໍ່າ​ກັນ.

ພາບບຸກຄົນສໍາຄັນ ທີ່ໄປເບິ່ງການແຂ່ງຂັນໂອລິມປິກມື້ທໍາອິດ:

XS
SM
MD
LG