ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫລີເໜືອໄດ້ຮັບ ຄວາມກ້າວໜ້າ ໃນການ ເສີມສະມັດທະພາບ ທາດຢູເຣນຽມ


ສາຍສົ່ງນໍ້າມັນທີ່ເປັນນີວເຄລຍຂອງເກົາຫລີເໜືອຖືກຮັກສາໄວ້ໃນສະນໍ້າທີ່ເຢັນ ຢູ່ໃກ້ກັບ​ບໍລິ​ເວນ​ອາຄານ​ປະລະມາ​ນູຂອງ​ປະເທດດັ່ງກ່າວ​ທີ່​ເມືອງ Yongbyon ທີ່ດາວທຽມສືບລັບຂອງສະຫະລັດສາມາດຈັບໄດ້ (AP Photo/Yonhap)
ສາຍສົ່ງນໍ້າມັນທີ່ເປັນນີວເຄລຍຂອງເກົາຫລີເໜືອຖືກຮັກສາໄວ້ໃນສະນໍ້າທີ່ເຢັນ ຢູ່ໃກ້ກັບ​ບໍລິ​ເວນ​ອາຄານ​ປະລະມາ​ນູຂອງ​ປະເທດດັ່ງກ່າວ​ທີ່​ເມືອງ Yongbyon ທີ່ດາວທຽມສືບລັບຂອງສະຫະລັດສາມາດຈັບໄດ້ (AP Photo/Yonhap)

ເກົາຫລີ​ເໜືອ​ກ່າວ​ວ່າ ຕົນ​ກໍາລັງ​ສ້າງ​ຄວາມ​ກ້າວໜ້າ​ ໃນ​ການເສີມສະມັດ​ຖະ​ພາບ​ທາດ
​ຢູ​ເຣນຽມ ສໍາ​ຫລັບ​ໃຊ້​ໃນ​ເຕົາ​ແຍກນິວເຄລຍ​ທີ່​ໃຊ້​ນໍ້າ​ທຳມະດາລະບາຍຄວາມເຢັນ ຊຶ່ງກໍ່​
ໃຫ້​ເກີດ​ມີ​ຄວາມ​ເປັນ​ຫ່ວງ​ລ່າ​ສຸດ​ວ່າ​ ໂຄງການ​ທີ່​ເປັນ​ບັນຫາໂຕ້​ແຍ້​ງກັນ​ນີ້ ອາດສາມາດ​
ໃຊ້​ສ້າງ​ອາວຸດ​ນີວ​ເຄລຍ​ໄດ້.

ໂຄສົກ​ກະຊວງ​ຕ່າງປະ​ເທດ​ເກົາຫລີ​ເໜືອ ກ່າວ​ເມື່ອ​ວັນ​ພຸດ​ມື້​ນີ້​ວ່າ ​ໂຄງການທົດ​ລອງ​ການ
ເສີມ​ສະມັດ​ຖະ​ພາບ​ທາດ​ຢູ​ເຣນຽມຂອງ​ຕົນ ກໍາລັງ​ກ້າວ​ໜ້າ​ໄປຢ່າງວ່ອງໄວ.

ເກົາ​ຫລີ​ເໜືອ​ໄດ້​ເປີດ​ເຜີຍ​ໃຫ້ຊາບ ກ່ຽວກັບໂຮງງານ​ເສີມ​ສະມັດ​ຖະ​ພາ​ບ​ທາດຢູເຣນຽມ
ເກຣດ​ຕໍ່າ​ຂອງ​ຕົນ ​ເມື່ອ​ນຶ່ງ​ປີຜ່ານມາ ທີ່​ບໍລິ​ເວນ​ອາຄານ​ປະລະມາ​ນູຂອງ​ຕົນ​ທີ່​ເມືອງ Yong
byong ​ໂດຍ​ກ່າວ​ວ່າຢູ​ເຣນຽມ​ເກຣດ ຕໍ່າ​ດັ່ງກ່າວ​ນີ້​ ຈະ​ໃຊ້​ຜະລິດ​ກະແສ​ໄຟຟ້າ.

ແຕ່​ພວກ​ນັກ​ສັງ​ເກດ​ການ​ຝ່າຍຕາ​ເວັນ​ຕົກ​ບາງຄົນຢ້ານ​ວ່າ ​ໂຮງງານ​ດັ່ງກ່າວ​ອາດ​ປັບ​ປ່ຽນ​
ໄດ້​ຢ່າງ​ງ່າຍໆເພື່ອ​ຜະລິດ​ທາດ​ຢູ​ເຣນຽມ​ຄຸນ​ນະພາ​ບສູງ ທີ່​ສາມາດ​ໃຊ້​ຜະລິດ​ອາ​ວຸດ​ນີວ
ເຄລຍ​ໄດ້​.

ທ່ານ​ນາງ ຮິ​ລ​ແລຣີ ​ຄລິນ​ຕັນ ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ​ກ່າວ​ຢູ່​ທີ່​ກອງ​ປະຊຸມ​ວ່າ
ດ້ວຍ​ການໃຫ້ຄວາມ​ຊ່ວຍ​ເຫລືອ​ທີ່​ເມືອງ​ບູຊາ​ນ ​ເກົາຫລີ​ໃຕ້ເມື່ອ​ວັນ​ພຸດ​ມື້​ນີ້​ວ່າ ພຽງ​ຢາງ
ຄວນ​ຈະ​ສືບ​ຕໍ່​ຄວາມ​ພະຍາຍາມ ເພື່ອ​ປະ​ຖິ້ມ​ໂຄງການ​ນີວ​ເຄລຍຂອງ​ຕົນ​ນັ້ນ​ເສຍ ​ແລະ​ປັບ
ປຸງ​ຄວາມສຳພັນ​ຂອງ​ຕົນ​ໃຫ້​ດີ​ຂຶ້ນກັບ​ເກົາຫລີ​ໃຕ້.

XS
SM
MD
LG