ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

10 ຄົນ ເສຍຊີວິດ ໃນເຫດວາງລະເບີດໂບດແຫ່ງນຶ່ງ ໃນວັນຄຣີສມາສ ທີ່ໄນຈີເຣຍ (ເບິ່ງສະໄລດ໌)


ຊາກສະຫຼັກຫັກພັງຂອງວັດແຫ່ງນຶ່ງທີ່ຖືກລະເບີດ ໃນປະເທດໄນຈີເຣຍ ທີ່ ໄດ້ຖິ້ມໂທດໃສ່ອີສລາມຫົວຮຸນແຮງ ນິກາຍ Boko Haram ນັ້ນ
ຊາກສະຫຼັກຫັກພັງຂອງວັດແຫ່ງນຶ່ງທີ່ຖືກລະເບີດ ໃນປະເທດໄນຈີເຣຍ ທີ່ ໄດ້ຖິ້ມໂທດໃສ່ອີສລາມຫົວຮຸນແຮງ ນິກາຍ Boko Haram ນັ້ນ

ເຫດ​ລະ​ເບີດ​ຂະໜາດແຮງ​ທີ່​ວັດສາສະໜາ​ຄຣິສ​ແຫ່ງ​ນຶ່ງ​ໃກ້ໆນະຄອນ​ຫຼວງ​ຂອງໄນ​ຈີ​ເຣຍໃນ
ລະຫວ່າງ​ພິທີ​ສະຫຼອງວັນຄຣີສມາສ​ເມື່ອ​ວັນ​ອາທິດ​ມື້​ນີ້ ​ຍັງ​ຜົນ​ໃຫ້​ມີ​ຜູ​ເສຍ​ຊີວິດ​ຢ່າງ​ໜ້ອຍ
10 ຄົນ.

ລະ​ເບີດ​ໄດ້​ແຕກ​ຂຶ້ນ​ໃນ​ລະຫວ່າງ​ພິທີ​ທາງສາສະໜາ​ ເພື່ອ​ສະຫຼອງບຸນ ຄຣີສມາສ ​ທີ່​ວັດ
St. Theresa ຊຶ່ງຕັ້ງ​ຢູ່ຄຸ້ມ Madalla ໃນ​ເຂດ​ຊານເມືອງຂອງ​ນະຄອນ Abuja.

ຕໍາຫລວດ​ໄດ້​ປິ​ດລ້ອມ​ບ່ອນ​ເກີດ​ເຫດ ​ໃນ​ຂະນະ​ທີ່​ພວກ​ກູ້​ໄພໄປ​ເຖິງ​ທີ່ ​ເກີດ​ເຫດ​ເພື່ອ​ຈັດ
ສົ່ງ​ພວກ​ທີ່​ບາດ​ເຈັບ​ໄປ​ໂຮງໝໍ ແລະ​ດຶງ​ເອົາ​ສົບ​ອອກມາ ຈາກ​ຊາກ​ສະຫຼັກຫັກ​ພັງ. ພວກ​
ເຈົ້າໜ້າ​ທີ່​ທີ່​ແຈ້ງຈໍານວນ​ຜູ້​ເສຍ​ຊີວິດ ເຕືອນ​ວ່າ ​ໂຕ​ເລກ​ຜູ້​ເສຍ​ຊີວິດ​ອາດຈະ​ສູງ​ຂຶ້ນກວ່າ​ນີ້.

ຜູ້​ເຫັນ​ເຫດການ​ລາຍ​ງານ​ເຖິງ​ຄວາມ​ເຄັ່ງ​ຕຶງ ​ໃນ​ບ່​ອນ​ເກີດ​ເຫດ ຫລັງ​ຈາກລະ​ເບີດ​ໄດ້​ແຕກ
ຂຶ້ນ​ແລ້ວ​ນັ້ນ ພ້ອມ​ດ້ວຍ​ພວກ​ຊາວ​ໜຸ່ມ​ທີໂກດ​ແຄ້ນ ​ໄດ້​ຈູດ​ໄຟ​ກັ້ນ​ຖະນົນ​ຫົນທາງ ​ແລະ​
ພວກ​ຕໍາຫລວດ​ພະຍາຍາມ​ຂັບ​ໄລ່​ພວກ​ເຂົາ​ເຈົ້າ​ໃຫ້ສະຫລາຍ​ຕົວ​ໂດຍ​ຍິງປືນ​ຂຶ້ນຟ້າ.

ເວລາ​ນີ້​ຍັງ​ບໍ່ເປັນ​ທີ່ແຈ້ງ​ຂາວ​ເທື່ອ​ວ່າ​ ແມ່ນ​ຫຍັງ​ຄື​ສາ​ເຫດທີ່​ພາ​ໃຫ້​ເກີດລະ​ເບີດ ​ແລະ​ກໍ​ຍັງ
ບໍ່​ມີຝ່າຍ​ໃດ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ຕໍ່​ເຫດການ​ນີ້​ເທື່ອ. ​ໃນ​ເມື່ອ​ບໍ່​ເທົ່າໃດ​
ເດືອນ​ຜ່ານ​ມາ​ນີ້ ​ໄນຈີ​ເຣຍປະສົບ​ກັບ​ເຫດການ​ຄວາມ​ຮຸນ​ແຮງ​ຂັ້ນເສຍ​ຊີວິດ​ຫລາຍ​ບັ້ນ
ສ່ວນ​ໃຫຍ່​ແມ່ນ​ຖິ້ມ​ໂທດ​ໃສ່​ພວກ​ຫົວ​ຮຸນ​ແຮງ​ມູສລິ​ມ ນິກາຍ Boko Haram ນັ້ນ.

XS
SM
MD
LG