ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະທານາທິບໍດີ ມຽນມາ ປະຕິຍານຕົນວ່າ ຈະດໍາເນີນ ການປະຕິຮູບ ປະຊາທິປະໄຕ ຫລາຍຂຶ້ນ


ຄະນະສະມາຊິກສະພາຕໍ່າຂອງມຽນມາ ທີ່ມີບົດບາດສໍາຄັນຕໍ່ການປະຕິຮູບປະຊາທິປະໄຕ ແລະການເລືອກຕັ້ງ ຄັ້ງພິເສດໃນມຽນມາໃນເດືອນເມສາຕໍ່ ໜ້ານີ້.
ຄະນະສະມາຊິກສະພາຕໍ່າຂອງມຽນມາ ທີ່ມີບົດບາດສໍາຄັນຕໍ່ການປະຕິຮູບປະຊາທິປະໄຕ ແລະການເລືອກຕັ້ງ ຄັ້ງພິເສດໃນມຽນມາໃນເດືອນເມສາຕໍ່ ໜ້ານີ້.

ອົງການຂ່າວ​ເອພີລາ​ຍງານ​ວ່າ ທ່ານ ທຽນ ​ເຊ​ນ ປະທານາທິບໍດີ​ມຽນມາ​ກ່າວ​ເມື່ອ​ວັນ​ພະ
ຫັດ​ມື້​ນີ້​ວ່າ ລັດຖະບານ​ຂອງ​ທ່ານຈະເສີມ​ຂະຫຍາຍການ​ປະ​ຕິ​ຮູບໃນ​ຂອບ​ເຂດ​ທີ່​ກວ້າງ
ຂວາງ ທີ່​ຕົນ​ໄດ້​ເລີ່ມດໍາ​ເນີນ​ການເມື່ອ​ນຶ່ງປີກ​ວ່າໆ ຜ່ານມາ ​ແລະ​ຈະ​ປະຕິບັດ​ງານ​ຢ່າງ​ຕັ້ງ
ໜ້າ​ເພື່ອ​ພິ​ສູດ​ໃຫ້​ພວກ​ຊາວ​ມຽນມາທີ່ຢູ່​ທັງພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດທີ່ຍັງ​ມີຄວາມ
ສົງ​ໄສ​ບໍ່​ແນ່ໃຈ​ວ່າຕົນ​ມີ​ຄວາມ​ໝັ້ນ​ໝາຍ​ຢ່າງ​ແທ້​ຈິງ​ຕໍ່​ການປ່ຽນ​ແປງ​ໄປ​ສູ່​ປະຊາທິປະໄຕນັ້ນ

ອີງ​ຕາມ​ຂ່າວເອພີ​ນັ້ນ​ກໍ​ແມ່ນ​ວ່າຜູ້​ນໍາ​ຂອງ​ມຽນມາໄດ້​ໃຫ້​ຄວາມ​ເຫັນ​ດັ່ງກ່າວ​ໃນ​ການ​ກ່າວ
ຄໍາ​ປາໄສ​ຕໍ່​ສະພາ​ແຫ່ງ​ຊາດ ທີ່​ມີ​ຂຶ້ນ​ເກືອບ​ນຶ່ງ​ປີຫຼັງຈາກ​ທ່ານ ​ໄດ້​ເຂົ້າຮັບ​ຕໍາ​ແໜ່​ງ​ເປັນ​ຜູ້
ນຳ​ລັດຖະບານພົນລະ​ເຮືອນ​ແຕ່​ພຽງ​ໃນ​ນາມ​ຊຸດ​ໃໝ່​ ທີ່​ເຂົ້າຮັບ​ໜ້າ​ທີ່​ແທນ​ລັດຖະບານ​ທະ
ຫານມຽນມາ​ນັ້ນ.

ນັບ​ຕັ້ງ​ແຕ່​ນັ້ນ​ມາ ປະທານາທິບໍດີ ທຽນ ​ເຊ​ນ ​ໄດ້​ກໍາກັບ​ດູແລ​ຄື້ນຟອງຂອງ​ການ​ປ່ຽນ​
ແປງ ທີ່​ສ້າງ​ຄວາມ​ຕົກ​ຕະລຶງ​ໃຫ້ແມ່ນ​ແຕ່​ພວກ​ທີ່​ໂຈມ​ຕີລັດຖະບານຢ່າງ​ໜັກ​ນັ້ນ​ນໍາ.
ການ​ປ່ຽນ​ແປງ​ເຫຼົ່ານັ້ນ ​ແມ່ນ​ມີ​ໂຮມ​ທັງ ການ​ປ່ອຍ​ຕົວ​ພວກ​ນັກ​ໂທດ​ການ​ເມືອງ ການ
ເຊັນ​ສັນຍາ​ຢຸດ​ຍິງ​ກັບ​ກຸ່ມ ກະບົດ​ປະກອບ​ອາ​ວຸດ ຜ່ອນຜັນ​ຂໍ້​ຈໍາກັດ​ຮັດ​ແຄບ​ຕ່າງໆ​ດ້ານ
ການ​ຂ່າວ ​ແລະ​ການ​ເປີດ​ການໂອ້​ລົມ​ສົນທະ​ກັບ​ຜູ້​ນໍາ​ຝ່າຍ​ຄ້ານ​ຂອງ​ມຽນມາ ຄື​ທ່ານ
ນາງ​ອອງຊານ​ ຊູ​ຈີ.

ປະທານາທິບໍດີ ທຽນ ​ເຊ​ນ ກ່າວ​ວ່າ ບາດກ້າວ​ເຫລົ່າ​ນັ້ນ ​ແມ່ນ​ມີ​ໂຮມ​ທັງການ​ສ້າງ​
ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຕົວ​ບົດ​ກົດໝາຍ ສົ່ງ​ເສີມ​ຊຸກຍູ້​ວົງ​ການທຸລະ​ກິດ​ຂອງ​ພາກສ່ວນ
ເອກະ​ຊົນ ​ແລະ​ປັບປຸງ​ພວກ​ໂຄງ​ລ່າງ​ພື້ນຖານ​ຂອງປະ​ເທດ​ທີ່​ທຸກ​ຈົນ​ ທີ່​ຍັງ​ລ້າ​ຫຼັງຫຼາຍ
ສົມ​ທຽບ​ກັບພວກ​ປະ​ເທດອື່ນໆ​ໃນ​ຂົງ ​ເຂດ​ເອ​ເຊຍ​ນັ້ນ.

ທັງ​ສະຫະລັດ​ແລະ​ສະຫະພາບ​ຢູ​ໂຣບ ​ໄດ້​ສະແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄວາມ ກ້າວໜ້າ​ເມື່ອ​ໝໍ່ໆ
ມາ​ນີ້​ຂອງ​ມຽນມາ ​ແຕ່​ກໍ​ກ່າວ​ວ່າ ພວກ​ເຂົາ​ເຈົ້າຈະ​ສິ້ງ ຊອມ​ເບິ່ງ​ຢ່າງ​ໄກ້​ຊິດ ກັບ​ການ​ເລືອກ
ຕັ້ງ​ຄັ້ງ​ພິ​ເສດໃນ​ເດືອນ​ເມສາ​ຕໍ່ໜ້າ​ນີ້ ວ່າ ​ຈະ​ຍົກ​ເລີກ​ການ​ລົງ​ໂທດ​ຕ່າງໆ​ ທີ່ນຳ​ໃຊ້ໃນ​ລະ
ຫວ່າງ​ການ​ປົກຄອງ​ໂດຍລັດຖະບານ​ທະຫານ​ນັ້ນຫຼືບໍ່.

XS
SM
MD
LG