ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໂຕປະກັນ 2 ຄົນ ຖືກຂ້າຕາຍ ຢູ່ໄນຈີເຣຍ (ເບິ່ງວີດີໂອ)


ຮູບບໍ່ໄດ້ລະບຸວັນທີ່ ຂອງນາຍ Chris McManus ທີ່ທາງຄອບຄົວຂອງລາວສົ່ງໃຫ້ກະຊວງຕ່າງປະເທດອັງກິດ ນຶ່ງໃນໂຕປະກັນທີ່ຖືກຂ້າຕາຍ ໃນລະຫວ່າງການບຸກເຂົ້າໄປຊ່ອຍ ຂອງພວກເຈົ້າໜ້າທີ່ອັງກິດແລະໄນຈີເຣຍ (9 ມີນາ 2012)
ຮູບບໍ່ໄດ້ລະບຸວັນທີ່ ຂອງນາຍ Chris McManus ທີ່ທາງຄອບຄົວຂອງລາວສົ່ງໃຫ້ກະຊວງຕ່າງປະເທດອັງກິດ ນຶ່ງໃນໂຕປະກັນທີ່ຖືກຂ້າຕາຍ ໃນລະຫວ່າງການບຸກເຂົ້າໄປຊ່ອຍ ຂອງພວກເຈົ້າໜ້າທີ່ອັງກິດແລະໄນຈີເຣຍ (9 ມີນາ 2012)

ໂຕ​ປະກັນ 2 ຄົນ​ທີ່​ຖືກ​ຈັບ​ຢູ່ໄນ​ຈີ​ເຣຍໄດ້​ຖືກ​ຂ້າ​ຕາຍ​ໃນ​ລະຫວ່າງ​ທີ່​ກຳລັງ​ຂອງອັງກິດ​ແລະ​
ໄນ​ຈີ​ເຣຍ​ພະຍາຍາມບຸກ​ເຂົ້າ​ໄປ​ຊ່ອຍ.

ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ​ແລະ​ປະທາ​ນາ​ທິບໍດີ​ໄນຈີ​ເຣຍ ທ່ານ
Goodluck Jonathan ​ໄດ້​ປະກາດ​ຮ່ວມ​ກັນ​ວ່າ ​ໂຕ​ປະກັນ​ທັງສອງ​ ໄດ້​ຖືກ​ຂ້າ​ຕາຍໂດຍ
ພວກ​ມືປືນ​ທີ່​ຈັບ​ເຂົາ​ເຈົ້າ​ໄວ້ ກ່ອນ​ທີ່​ຈະ​ຖືກ​ຊ່ອຍ​ອອກມາ​ໄດ້.

ປະທານາທິບໍດີ Jonathan ​ໄດ້​ຖິ້ມ​ໂທດ​ໃສ່​ກຸ່ມ​ຫົວ​ຮຸນ​ແຮງ Boko Haram ວ່າ​ເປັນ​ຜູ້​ຈັບ
ໂຕ​ປະກັນ​ທັງ​ສອງ​ແລະ​ເວົ້າວ່າພວກ​ທີ່​ຈັບ​ໂຕປະກັນ​ທັງ​ໝົດ​ໄດ້ຖືກ​ເຈົ້າໜ້າ​ທີ່​ຄວບ​ຄຸມ​ໂຕ​ໄວ້
ໂດຍ​ບໍ່​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ​ມີ​ຈັກ​ຄົນ. ​ໂຕ​ປະກັນໄດ້​ຖືກ​ຊ່ອຍ​ອອກ​ມາ​ ຫຼັງຈາກ​ມີ​ລາຍ​ງານວ່າ​
ໄດ້ເກີດ​ການຍິງ​ຕໍ່ສູ້​ກັນ​ເປັນ​ເວລາຫຼາຍໆ​ຊົ່ວ​ໂມງທີ່​ເຮືອນ​ຫຼັງນຶ່ງ​ໃນ​ເມືອງ Sokoto.

ທ່ານ Cameron ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ທ່ານ​ໄດ້​ໃຫ້ການ​ອະນຸມັດ​ຕໍ່​ການ​ປະຕິບັດ​
ງານ​ຮ່ວມ​ລະຫວ່າງ​ກຳລັງ​ຂອງ​ອັງກິດ​ແລະ​ໄນ​ຈີ​ເຣຍ ລຸນ​ຫຼັງທີ່​ໄດ້​ຮັບ​ຂ່າວກ່ຽວ​ກັບບ່ອນຢູ່​
ຂອງ​ພວກ​ໂຕ​ປະກັນ. ທ່ານເວົ້າວ່າຂ່າວ​ສືບ​ລັບຍັງໃຫ້ຮ່ອງຮອຍ​ຕື່ມ​ວ່າຊີວິດ​ຂອງ​ພວກ​ໂຕ
ປະກັນພວມ​ຈະ​ໄດ້ຮັບແລະ​ຕົກ​ຢູ່​ໃນອັນຕະລາຍ​ເພີ່ມ​ຂຶ້ນ.

ເບິ່ງວີດີໂອລາຍງານພວກນັກຊ່ຽວຊານເຕືອນ ໃຫ້ລະວັງກ່ຽວກັບພວກ
ກຸ່ມ Boko Haram:

ໂຕ​ປະກັນສອງ​ຄົນ ຄື​ນາຍ Franco Lamolinara ເປັນ​ຄົນ​ອີ​ຕາ​ລີ​ແລະນາຍ Chirsto-
pher McManus ຊຶ່ງ​ເປັນ​ຄົນ​ອັງກິດ ​ໄດ້​ຖືກ​ລັກພາ​ໂຕ​ໄປ​ຢູ່​ໃນ​ພາກ​ເໜືອ​ຂອງ​ໄນ​ຈີ​ເຣຍ ​
ເມື່ອ​ເດືອນ​ພຶດສະພາ​ປີ​ກາຍ​. ​ໃນ​ເວລາ​ຕໍ່​ມາບຸກຄົນ​ທັງ 2 ​ໄດ້​ປະກົດ​ໂຕ​ຢູ່​ໃນ​ວີ​ດີ​ໂອ​ທີ່​ນຳ​
ອອກ​ເຜີຍ​ແຜ່​ທາງ​ອິນ​ເຕີ​ແນັດພ້ອມ​ດ້ວຍ​ມື​ປືນ​ຈຳນວນ​ນຶ່ງ​ທີ່​ອ້າງ​ວ່າ​ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມ
ກໍ່​ການ​ຮ້າຍ​ອາລກາຍ​ດາ.

ພວກ​ເຈົ້າໜ້າ​ທີ່​ອັງກິດ​ແລະ​ໄນ​ຈີ​ເຣຍກ່າວ​ວ່າ ຕົນ​ເຊື່ອ​ວ່າ​ພວກ​ຈັບ​ໂຕ​ປະກັນ​ຈຸນີ້ ​ເປັນ​ກຸ່ມ
ນຶ່ງ​ທີ່​ແຍກ​ໂຕ​ອອກ​ຈາກ​ກຸ່ມ Boko Haram ​ແທນ​ທີ່​ຈະ​ແມ່ນ​ມາ​ຈາກກຸ່ມ​ຫຼັກຊຶ່ງເປັນ​ເຄືອ
ຂ່າຍ​ຂອງ​ອາລກາຍ​ດານັ້ນ.

ການ​ລັກພາ​ໂຕ ​ໃນ​ເຂດ​ສາມຫຼ່ຽມປາກ​ແມ່​ນໍ້າຂອງ​ໄນ​ຈີ​ເຣຍບໍ່​ເປັນ​ເລື່ອງ​ທີ່​ແປກຫຍັງ​ເລີຍ
ຊຶ່ງ​ເປັນ​ເຂດ​ທີ່​ມີ​ຄວາມ​ເຄັ່ງ​ຕຶງ​ກ່ຽວ​ກັບຄວາມ​ບໍ່ພໍ​ໃຈ​ຢ່າງ​ຮ້າຍ​ແຮງ​ ໃນ​ເລື່ອງ​ກຳ​ໄລ​ນໍ້າມັນ. ​
ແຕ່​ເປັນ​ເລື່ອງ​ທີ່​ບໍ່​ຄ່ອຍ​ເກີດ ຢູ່​ໃນ​ພາກ​ຕາ​ເວັນ​ຕົກ​ສຽງເໜືອ​ຂອງ​ໄນ​ຈີ​ເຣຍ ບ່ອນ​ທີ່​ເມືອງ
Sokoto ຕັ້ງຢູ່​ໃກ້ໆ​ຊາຍ​ແດນ Niger ນັ້ນ.

XS
SM
MD
LG