ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໜຸ່ມລາວຈາກມົສກູ ພູມໃຈນໍາ ຄວາມຈະເລີນຮຸ່ງເຮືອງ ຂອງບ້ານເກີດເມືອງນອນ


ນາງງາມລາວແລະຮອງ ກັບເພື່ອນເຂົ້າຮ່ວມປະກວດ, ນະຄອນຫລວງວຽງຈັນ, ວັນທີ 28 ພະຈິກ 2011
ນາງງາມລາວແລະຮອງ ກັບເພື່ອນເຂົ້າຮ່ວມປະກວດ, ນະຄອນຫລວງວຽງຈັນ, ວັນທີ 28 ພະຈິກ 2011

ລາຍການຊີວິດຊາວລາວໃນຕ່າງແດນຂອງວີໂອເອຄືນນີ້ ສະເໜີລາຍການສໍາພາດກັບທ່ານ ສັງທອງ ບຸດສີເມືອງ ຈາກນະຄອນຫລວງມອສໂຄ ປະເທດຣັດເຊຍ ຊຶ່ງກໍາລັງຢ້ຽມຢາມ ປະເທດລາວຢູ່ເວລານີ້ ຊຶ່ງຜູ້ກ່ຽວຈະມາລົມສູ່ຟັງກ່ຽວກັບການຢ້ຽມຢາມບ້ານເກີດເມືອງນອນ ໃນຄັ້ງນີ້. ເຊີນທ່ານຕິດຕາມຟັງ ຈາກດາຣາໄດ້ເລີຍ.

ຟັງລາຍການສໍາພາດໂດຍເຕັມ:

ນາງສາວ ທິດາລັດ ວົງສິລິ, ນາງງາມລາວ 2011
ນາງສາວ ທິດາລັດ ວົງສິລິ, ນາງງາມລາວ 2011

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ
ຫວັງວ່າທ່ານຜູ້ຟັງທີ່ຕິດຕາມ
ລາຍການນີ້ເປັນປະຈໍາ ຄົງຈະ
ຈື່ ທ່ານສັງທອງ ບຸດສີເມືອງ
ຊຶ່ງຜູ້ກ່ຽວໄດ້ມາເປັນແຂກໃນ
ລາຍການຂອງເຮົາເມື່ອເດືອນ
ຕຸລາຜ່ານມາ ແລະໄດ້ໂອ້ລົມ
ສູ່ພວກເຮົາຟັງ ກ່ຽວກັບການ
ຢ້ຽມຢາມຣັດເຊຍຂອງປະທານ
ປະເທດລາວ ທ່ານຈູມມະລີ
ໄຊຍະສອນ ແລະຄະນະຜູ້ແທນ
ລັດຖະບານລາວ. ຕອນນີ້ທ່ານ
ສັງທອງ ກໍາລັງຢູ່ທີ່ນະຄອນ
ຫລວງວຽງຈັນ ໃນການຢ້ຽມ
ຢາມບ້ານເກີດເມືອງນອນເທື່ອ
ທີ 2 ນັບແຕ່ໄດ້ຈາກໄປຮຽນທີ່
ຣັດເຊຍ ເມື່ອປີ 1991 ແລະກໍ
ໄດ້ແຕ່ງງານ ສ້າງຄອບຄົວກັບ
ຜູ້ສາວຣັດເຊຍ ຫລັງຈາກຮຽນ
ຈົບແລ້ວ. ກະຂໍຂອບໃຈທ່ານ
ສັງທອງ ທີ່ສະລະເວລາມາໂອ້
ລົມກັບພວກເຮົາທາງໂທລະສັບຈາກນະຄອນຫລວງວຽງຈັນ ຊຶ່ງສັງທອງເລົ່າວ່າ ເຖິງແມ່ນ
ຈະເປັນການຢ້ຽມຢາມເທື່ອທີສອງ ແຕ່ມັນກໍຫ່າງກັນຫລາຍປີເຕີບ. ສະນັ້ນຈຶ່ງຮູ້ສຶກເຖິງ
ຄວາມແຕກຕ່າງຢ່າງຫລວງຫລາຍ ຊຶ່ງລາວກ່າວວ່າ ມັນຍາກທີ່ຈະພັນລະນາອອກມາເປັນ
ຄໍາເວົ້າໄດ້:

ນາງງາມລາວ 2011 ກັບຮອງ, ປະກວດເມື່ອວັນທີ 28 ພະຈິກ 2011 ທີ່ນະຄອນຫລວງວຽງຈັນ.
ນາງງາມລາວ 2011 ກັບຮອງ, ປະກວດເມື່ອວັນທີ 28 ພະຈິກ 2011 ທີ່ນະຄອນຫລວງວຽງຈັນ.

ສັງທອງກ່າວວ່າ ນອກຈາກ
ປະທັບໃຈນໍາການສະຫລອງ
ບຸນພະທາດຫລວງຢ່າງໃຫຍ່
ໂຕມະໂຫລານ ແລະເປັນລະ
ບຽບຮຽບຮ້ອຍແລ້ວ ລາວຍັງ
ຮູ້ສຶກປະທັບໃຈນໍາສະພາບ
ການທີ່ສະຫງົບແລະປອດໄພ
ໂດຍທົ່ວໄປຢູ່ນະຄອນຫລວງ
ວຽງຈັນ ຊຶ່ງລາວໃຫ້ຂໍ້ສັງເກດ
ວ່າ ບໍ່ເຫັນຕໍາຫລວດຍາມຢູ່ໃນ
ໂຕເມືອງເລີຍ. ແລະອີກເຫດການນຶ່ງທີ່ລາວໄດ້ໄປເຫັນແລະຮູ້ສຶກປະທັບໃຈຫລາຍທີ່ສຸດ ກໍຄືການປະກວດນາງງາມ ສປປ ລາວ ປະຈໍາປີ 2011 ນີ້ ທີ່ຫາກໍຈັດຂຶ້ນເມື່ອບໍ່ເທົ່າໃດມື້
ຜ່ານມານີ້ເອງ. ສັງທອງເລົ່າເຖິງທັງສອງເລື້ອງນີ້ວ່າ:

ໃນການກັບຄືນເມືອຢາມບ້ານເກີດເທື່ອນີ້ ສັງທອງຍັງໄດ້ມີໂອກາດພົບພໍ້ກັບໝູ່ເພື່ອນສະໄໝ
ທີ່ເຄີຍຮຽນນໍາກັນ ຕັ້ງຫລາຍປີມາແລ້ວ ແຕ່ກໍຍັງບໍ່ລືມກັນແລະຊ່ວຍເຫລືອບໍລິການລາວທຸກ
ຢ່າງ ພາໃຫ້ລາວມີຄວາມຮູ້ສຶກດີໃຈແລະພູມໃຈເປັນທີ່ສຸດ. ສໍາລັບຄວາມຮູ້ສຶກປະທັບໃຈໃນ
ການກັບຄືນເມືອຢ້ຽມຢາມບ້ານເກີດໃນຄັ້ງນີ້ ສັງທອງສະຫລູບວ່າ:

ສັງທອງ ບຸດສີເມືອງ ກັບຜູ້ເຂົ້າປະກວດ ນາງງາມລາວ ປີ 2011 ຈໍານວນນຶ່ງ.
ສັງທອງ ບຸດສີເມືອງ ກັບຜູ້ເຂົ້າປະກວດ ນາງງາມລາວ ປີ 2011 ຈໍານວນນຶ່ງ.

ແລະນັ້ນກໍແມ່ນຄວາມຮູ້ສຶກຂອງ
ສັງທອງ ບຸດສີເມືອງ ຈາກນະ
ຄອນຫລວງມົສໂກູ ກ່ຽວກັບ
ການກັບຄືນເມືອຢ້ຽມຢາມບ້ານ
ເກີດເມືອງນອນໃນຄັ້ງນີ້ ຊຶ່ງຂ້າ
ພະເຈົ້າກໍຄິດວ່າ ຄົງສະທ້ອນ
ເຖິງຄວາມຮູ້ສຶກຂອງຄົນລາວ
ໃນຕ່າງແດນສ່ວນໃຫຍ່ ທີ່ໄດ້
ກັບຄືນເມືອຢາມບ້ານເກີດ ບໍ່
ວ່າໃນປັດຈະບັນນີ້ ເຂົາເຈົ້າຈະ
ດໍາລົງຊີວິດຢູ່ໃນປະເທດໃດຫລື
ເມືອງໃດ ຖືສັນຊາດໃດກໍຕາມ
ແຕ່ຈິດໃຈກໍຍັງຄົງຄວາມເປັນ
ລາວຢູ່ຕະຫລອດການ.

XS
SM
MD
LG