ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການລະບາດຂອງມາເລເຣຍ ສາຍພັນໃໝ່ໃນໂລກ ພາໃຫ້ເກີດ ມີບັນຫາໃໝ່ (ເບິ່ງວີດີໂອ)


ການຄົ້ນຄວ້າກ່ຽວກັບພະຍາດມາເລເຣຍ ທີ່ເກີດຈາກກາຝາກ Plasmodium vivax
ການຄົ້ນຄວ້າກ່ຽວກັບພະຍາດມາເລເຣຍ ທີ່ເກີດຈາກກາຝາກ Plasmodium vivax

ໃນຂະນະທີ່ຈໍານວນ​ຄົນ​ເສຍ​ຊີວິດ​ຍ້ອນ​​ໄຂ້​ມາ​ເລ​ເຣຍ ຫລື​ໄຂ້ຍຸງຫລຸດລົງ ຢູ່ໃນທະວີບອາ ຟຣິກາ ແລະມີຄວາມກ້າວໜ້າ ໃນການຜະລິດຢາວັກຊິນ ທີ່ມີປະສິດທິຜົນຕ້ານ​ພະຍາດ​ນີ້ ເຮັດໃຫ້ມີຄວາມຫວັງເພີ່ມຂຶ້ນ ໃນການກໍາ ຈັດພະຍາດນີ້ໃຫ້ສິ້ນຊາກໄປຈາກໂລກ​ໃນໄວໆນີ້. ແຕ່ວ່າ ພວກນັກຄົ້ນຄວ້າ ທີ່ກອງປະຊຸມປະຈໍາປີຂອງສະມາຄົມການແພດ ສໍາລັບພະຍາດ ເຂດຮ້ອນ ແລະສຸຂະອະນາໄມ ຢູ່ເມືອງຟີລາແດລເຟຍ, ລັດເພັນຊິລເວເນຍ ໃນອາທິດນີ້ ໄດ້ ເປີດເຜີຍແຜນທີ່ອັນໃໝ່ ກ່ຽວກັບການລະບາດ ຂອງມະເລເຣຍ ໃນໂລກ ທີ່ພາໃຫ້ມີຄວາມ ເປັນຫ່ວງອັນໃໝ່ກ່ຽວກັບພະຍາດນີ້. ຜູ້​ສື່​ຂ່າວ​ຂອງ VOA Vidushi Sinha ​ມີ​ລາຍ​ງານ ກ່ຽວກັ​ບເລື້ອງນີ້ ຊຶ່ງບົວສ​ະຫວັນ​ຈະ​ນໍາ​ມາສະ​ເໜີທ່ານ​ໃນ​ອັນ​ດັບ​ຕໍ່​ໄປ:

ພຽງເມື່ອບໍ່ດົນຜ່ານມານີ້ເອງທີ່ພວກນັກຊ່ຽວຊານຄິດວ່າ ພວກເຂົາເຈົ້າເປັນຝ່າຍຊະນະ
ໃນ ການຕໍ່ສູ້ຕ້ານກັບມາເລເຣຍ ຫລືໄຂ້ຍຸງ ຊຶ່ງເປັນພະຍາດທີ່ໄດ້ເອົາຊີວິດຜູ້ຄົນໃນໂລກ
ໄປເກືອບຮອດ 800,000 ຄົນໃນແຕ່ລະປີນັ້ນ. ແຕ່ ກາຝາກມາເລເຣຍຊະນິດນຶ່ງ ທີ່ໃນ
ຄັ້ງນຶ່ງເຄີຍເປັນບັນຫານ້ອຍ ມາບັດນີ້ ໄດ້ໂຜ່ຕົວຂຶ້ນມາກາຍເປັນໄພຂົ່ມຂູ່ດ້ານສາທາລະ
ນະສຸກໃຫຍ່ອັນນຶ່ງ.ແລະມັນເປັນບັນຫາທີ່ສັບສົນ ແລະເປັນສາຍພັນທີ່ກັນດານກວ່າ
ຊະນິດທີ່ຢາວັກຊິນ ໄດ້ແນເປົ້າໝາຍສຸມໃສ່ນັ້ນອີກ.

ຍຸງໃຫຍ້ທີ່ນໍາມາໃຊ້ໃນການຜະລິດຢາວັກຊິນຕ້ານພະຍາດໄຂ້ມາເລ ເຣຍ .
ຍຸງໃຫຍ້ທີ່ນໍາມາໃຊ້ໃນການຜະລິດຢາວັກຊິນຕ້ານພະຍາດໄຂ້ມາເລ ເຣຍ .

ພະຍາດມາເລເຣຍທີ່ເກີດຈາກ
ກາຝາກ Plasmodium
vivax
ແຕ່ກ່ອນເຄີຍຖືກັນວ່າ
ເປັນເຊື້ອໂຣກ​ໃນສາຍພັນ​ທີ່​
ອ່ອນແອ​ກວ່າພະຍາດ​ທີ່​ເກີດ
ຂຶ້ນຍ້ອນ​ກາ​ຝາກ Plasmo-
dium falciparum
ຊຶ່ງເປັນ
ພະຍາດທີ່ມີຢ່າງແຜ່ຫລາຍຢູ່
ທົ່ວອາຟຣິກາ. ແຕ່ວ່າທ່ານ
Peter Gething ແຫ່ງມະຫາ
ວິທະຍາໄລອອ໊ກສະຝອດ ທີ່
ກ່າວຕໍ່ພວກເຮົາຜ່ານທາງ
skype ເວົ້າວ່າ ຂໍ້ມູນໃໝ່ຂອງ
ໂລກໄດ້ສະແດງໃຫ້ເຫັນວ່າ ສະພາບມັນບໍ່ເປັນຈັ່ງຊັ້ນແລ້ວດຽວນີ້.

ທ່ານ Peter Gething ALTAS ເວົ້າວ່າ:“Plasmodium vivax ເປັນສາຍພັນ
ທີ່ສໍາຄັນຫລາຍ, ມັນເປັນບັນຫາສາທາລະນະສຸກໃຫຍ່
ອັນລະດັບໂລກອັນ​ນຶ່ງ ມັນເອົາຊີວິດຜູ້ຄົນໃນອັດຕາສູງກວ່າທີ່ເຮົາຄິດໃນເມື່ອກ່ອນຫລາຍ ແລະທີ່ຈິງແລ້ວ
ມີຜູ້ຄົນຢູ່ໃນໂລກ ທີ່ມີຄວາມສ່ຽງຕໍ່ການໄດ້ຮັບຜົນກະທົບຈາກໄຂ້ມາເລເຣຍ ສາຍ
ພັນ
vivax ຫລາຍກວ່າຈາກສາຍພັນ Plasmodium falciparum.”

ທ່ານ Peter Gething, ຫົວໜ້ານໍາພານັກຄົ້ນຄວ້າ ໃນໂຄງການມາເລເຣຍ ALTAS, ຊຶ່ງ
ເປັນການດໍາເນີນຄວາມພະຍາຍາມໃໝ່ ເພື່ອຕິດຕາມການປ່ຽນແປງໃນການແຜ່ລະບາດ
ຂອງພະຍາດມາເລເຣຍຢູ່ທົ່ວໂລກ. ທ່ານ ເວົ້າວ່າ ປະມານ 2 ພັນ 800 ລ້ານຄົນ ແມ່ນຢູ່ໃນ ສະພາບທີ່ມີຄວາມສ່ຽງຕໍ່ການເປັນໄຂ້ມາເລເຣຍ ຍ້ອນ​ສາຍ​ພັນໃໝ່ຊະນິດຕ່າງໆ ແລະທ່ານ
ໄດ້ໃຫ້ ຄໍາເຫັນວ່າ ເຄື່ອງມື ທີ່ຈະໃຊ້ໃນການຕໍ່ສູ້ກັບພະຍາດນີ້ ແມ່ນມີຢູ່ ແຕ່ບໍ່ມີຜົນ ຫລືໄປ
ເຖິງການ​ຖື​ວ່າບໍ່ມີເລີຍ. ທ່ານກ່າວຕໍ່ໄປວ່າ:

ຂໍ້ມູນແທ້ຈິງອັນສໍາຄັນກ່ຽວກັບມາເລເຣຍສາຍພັນ vivax ກໍຄືວ່າ ມັນບໍ່ເປັນບັນ
ຫາທາງສາທາລະນະສຸກອັນສໍາຄັນ ຢູ່ໃນທະວີບອາຟຣິກາ ບ່ອນທີ່ໄຂ້ມາເລເຣຍ
ສາຍພັນ falciparum ແຜ່ຫລາຍທີ່ສຸດນັ້ນ. ແຕ່ວ່າ
ສາຍພັນ vivax ມີບັນຫາ
ຢູ່ໃນພາກສ່ວນອື່ນຂອງໂລກ ທີ່ເປັນເຂດມີປະຊາຊົນອາໃສ ຢູ່ຢ່າງຫລວງຫລາຍນັ້ນ
--ສະນັ້ນ ມັນຈຶ່ງເປັນບັນຫາທີ່ສໍາຄັນຫລາຍ ເຊັ່ນໂຕຢ່າງ ອິນເດຍ, ອິນໂດເນເຊຍ,
ແລະຢູ່ເກືອບທົ່ວພາກພື້ນເອເຊຍກາງ ແລະເອເຊຍໃຕ້.”

ພວກນັກຄົ້ນຄວ້າຢູ່ໃນຂົງເຂດນີ້ຍັງໄດ້ໃຫ້ຂໍ້ສັງເກດວ່າ ມາດຕະການຄວບຄຸມຕ່າງໆເຊ່ນ ມຸ້ງຍ້ອມນໍ້າຢາຂ້າແມງໄມ້ ກໍບໍ່ສາມາດໃຊ້ໄດ້ຜົນດີຕໍ່ໄຂ້ມາເລເຣຍ ທີ່ມີກາຝາກ vivax ເພາະວ່າຍຸງທີ່ເປັນໂຕນໍາເຊື້ອ​ໃນສາຍພັນນີ້ ໄປແຜ່​ຂະຫຍາຍມັກຈະກັດຜູ້ເຄາະຮ້າຍໃນ
ເວລາທີ່ຢູ່ນອກເຮືອນຫລາຍກວ່າ ​ເວລາຢູ່ໃນເຮືອນ.

ທ່ານ Peter Gething ກ່າວມ້ວນທ້າຍວ່າ: “ມາເລເຣຍ ສາຍພັນ Plasmodium
vivax ສາມາດລີ້ຊ່ອນຢູ່ໃນຕັບຂອງຄົນ, ແລະຢູ່ຢ່າງສະຫງົບງຽບເປັນຫລາຍໆ
ເດືອນ ຫລືກະທັງ​ເປັນຫລາຍໆປີ. ແລະເມື່ອມັນຢູ່ໃນຕັບນັ້ນ ເປັນຊ່ວງໄລຍະສະ
ເພາະທີ່ກາຝາກສາຍພັນນີ້ ບໍ່ມີປະຕິກິລິຍາຕອບໂຕ້ຕໍ່ຢາທີ່ສີດເຂົ້າໃນເສັ້ນເລືອດ
ແບບທໍາມະດາ ທີ່ພວກເຮົາໃຊ້ເພື່ອ ຕ້ານກັບ​ໂຣກມາເລເຣຍສາຍພັນ falciparum
ນັ້ນ. ສະນັ້ນ ເຮົາສາມາດປົວຄົນໃຫ້ເຊົາ​ເປັນໄຂ້ນີ້ໄດ້ ແລະພວກເຂົາເຈົ້າຈະຫາຍດີ
ແຕ່ວ່າເຮົາ ​ເຮົາຈະບໍ່ສາມາດປົວການຕິດເຊື້ອມາເລເຣຍຈາກສາຍພັນທີ່ສໍາຄັນນີ້ໄດ້.

ຢາທີ່ໃຊ້ຕ້ານ ໄຂ້ມາເລເຣຍສາຍພັນ vivax ທີ່ຮູ້ກັນດີແມ່ນຢາ primaquine ແຕ່ວ່າມັນ
ຕ້ອງການ ການປິ່ນປົວທີ່ໃຊ້ເວລາ 14 ມື້ ຊຶ່ງເປັນລະບົບການປິ່ນປົວທີ່ຍາກຈະປະຕິບັດ
ໄດ້ ຢູ່ໃນຂົງເຂດທີ່ມັກມີໄຂ້ມາເລເຣຍລະບາດ​ຢ່າງແຜ່ຫລາຍ. ນອກນັ້ນ​ແລ້ວ ຢານີ້ຍັງໄດ້
ເຮັດໃຫ້ມີຜົນຂ້າງຄຽງອີກ ຕໍ່ຜູ້ທີ່ມີຄວາມຜິດປົກກະຕິໃນເລືອດ ຊຶ່ງເປັນເລື້ອງມັກມີຢູ່ທົ່ວ
ໄປ ຢູ່ໃນເຂດທີ່ມາເລເຣຍສາຍພັນ vivax ລະບາດຢູ່. ການຄົ້ນຄວ້າ ຢາໃໝ່ທີ່ມີຄວາມ
ເປັນໄປໄດ້ສູງ ກໍາລັງດໍາເນີນໄປໃນການຕ້ານກັບເຊື້ອກາຝາກມາເລເຣຍສາຍພັນ vivax.

ເບິ່ງວີດິໂອລາຍງານຂ່າວພາສາອັງກິດ

XS
SM
MD
LG