ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການປະຕິຮູບເລັກໆນ້ອຍໆ ນໍາໂອກາດໃໝ່ໆ ມາໃຫ້ມຽນມາ (ເບິ່ງວີດີໂອ)


ປະທານາທິບໍ​ດີສະຫະລັດ​ ທ່ານ ບາ​ຣັກ ​ໂອ​ບາ​ມາ ​​ປະກາດ​ວ່າ ລັດຖະມົນຕີ​ຕ່າງປະ​ເທດ ທ່ານ​ນາງ ຮິ​ລ​​ເລີຣີ ຄລິນ​ຕັນ ຈະເດີນທາງ​ໄປ​ຢ້ຽມຢາມ​ປະ​ເທດມຽນມາ​ໃນ​ເດືອນ​ໜ້າ​ນີ້.
ປະທານາທິບໍ​ດີສະຫະລັດ​ ທ່ານ ບາ​ຣັກ ​ໂອ​ບາ​ມາ ​​ປະກາດ​ວ່າ ລັດຖະມົນຕີ​ຕ່າງປະ​ເທດ ທ່ານ​ນາງ ຮິ​ລ​​ເລີຣີ ຄລິນ​ຕັນ ຈະເດີນທາງ​ໄປ​ຢ້ຽມຢາມ​ປະ​ເທດມຽນມາ​ໃນ​ເດືອນ​ໜ້າ​ນີ້.

ມຽນມາ​​ໄດ້​ປະສົບ​ຜົນ​ສໍາ​ເລັດໃນ​ອາທິດ​ແລ້ວ​ນີ້​ ​ໃນ​ການ​ດໍາ​ເນີນຄວາມ​ພະຍາຍາມ ​​ເພື່ອ​ໃຫ້​ໄດ້​ເປັນ​ປະທານຂອງ​ສະມາຄົມ​ປະຊາຊາດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຫລື ​ອາ​ຊ່ຽນ ​ໃນ​ປີ 2014 ນັ້ນ. ​ແລະ​ໃນ​ລະ​ຫວ່າງການ​​ໄປປະກອບພາລະກິດ​ທາງ​ການ​ທູດ ​​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽ​ງ​ໃຕ້​ນັ້ນ ປະທານາທິບໍ​ດີສະຫະລັດ​ ທ່ານ ບາ​ຣັກ ​ໂອ​ບາ​ມາ ​ໄດ້​ປະກາດ​ວ່າລັດຖະມົນຕີ​ຕ່າງປະ​ເທດ ຮິ​ລ​​ເລີຣີ ຄລິນ​ຕັນ ຈະເດີນທາງ​ໄປ​ຢ້ຽມຢາມ​ປະ​ເທດມຽນມາ ​ໃນ​ເດືອນ​ໜ້າ​ນີ້ ຊຶ່ງ​ເປັນ​ການ​ຢ້ຽມຢາມ​ເ​ທື່ອທໍາ​ອິດ ​ໂດຍ​ລັດຖະມົນຕີຕ່າງປະ​ເທດ​ສະຫະລັດ ​ໃນ​ຮອບ​ຫລາຍ​ກວ່າ 50 ປີ.

ເບິ່ງວີດິໂອລາຍງານຂ່າວກ່ຽວກັບເລື້ອງນີ້ເປັນພາສາອັງກິດ

ຟັງລາຍງານຂ່າວກ່ຽວກັບເລື້ອງນີ້ເປັນພາສາລາວ

ການ​ປະຕິບັດຂອງ​ມຽນມາຕໍ່​ປະຊາ​ຊົນຂອງ​ຕົນ​ ໄດ້​ເປັນສາ​ເຫດ​ຂອງ​ຄວາມ​ເປັນຫ່ວງ
ແລະ​ການ​ປະນາມ​ຂອງ​ນາໆ​ຊາດ.

ແຕ່ມາບັດ​ນີ້ ປາກົດ​ວ່າ ມຽນມາກໍາລັງ​ມີການ​ປ່ຽນ​ແປງ​ໃຫ້​ເຫັນພ້ອມ​ກັບການປ່ອຍ​ຕົວ​ພວກ
ນັກ​ໂທດ​ການ​ເມືອງ​ຫລາຍ​ຮ້ອຍ​ຄົນ ​ເມື່ອ​ໄວໆ​ມາ​ນີ້ ​ແລະ​ການ​ປະຕິ​ຮູບດ້ານ​ອື່ນໆ​ ນໍາ.

ໃນ​ການ​ປະກາດກ່ຽວ​ກັບ​ການ​ເດີນທາງ​ໄປ​ຢ້ຽມຢາມ​ມຽນມາ​ຂອງ​ທ່ານ​ນາງ​ລັດຖະມົນຕີ
ຕ່າງປະ​ເທດ​ຄລິນ​ຕັນ ​ໃນ​ວັນ​ທີ 1 ​ເດືອນ​ທັນວາໜ້ານີ້ ປະທານາທິບໍດີ ​ໂອ​ບາ​ມາ ກ່າວ​ວ່າ
ເວລາ​ນີ້ ພວກ​ຜູ້​ນໍາ​ມຽນມາກໍາລັງເອົາ​ບາດກ້າວທີ່​ສໍາຄັນ​ຫລາຍໆ​ຢ່າງ ໄປ​ສູ່ການ​ປະຕິ​ຮູບ
ຊຶ່ງ​ທ່ານ​ຊີ້​ແຈງ​ວ່າ:

“ການ​ສົນທະນາ​ໂອ້​ລົມ​ກັນ​ລະຫວ່າງ​ລັດຖະບານ​ມຽນມາ​ກັບ​ທ່ານ​ນາງ​ອອງ ຊານ ຊູ​ຈີ ​ໄດ້​ເລີ່​ມຕົ້ນ​ຂຶ້ນ​. ​ລັດຖະບານ​ໄດ້​ປ່ອຍ​ຕົວ​ພວກ​ນັກໂທດການ​ເມືອງຈໍານວນ​ນຶ່ງ. ຂໍ້​ຈໍາກັດ​ຮັດ​ແຄບ​ຕ່າງໆ​ດ້ານ​ສື່​ມວນ​ຊົນ​ໄດ້​ຜ່ອນຜັນ​ລົງ ​ແດ່​ແລ້ວ. ​ແລະ​ກໍ​ໄດ້​ມີ​ການ​ຮັບ​ຜ່ານ​ກົດໝາຍ ທີ່​ອາດ​ສາມາດ​ພາ​ໃຫ້​ມີ​ການເປີດ​ກວ້າງສະພາບ​ແວດ​ລ້ອມ​ທາງ​ການ​ເມືອງ​. ສະ​ນັ້ນ ​ເມື່ອລວມ​ເຂົ້າກັນ​ແລ້ວ ການ​ປ່ຽນ​ແປງຕ່າງໆ​ ທີ່​ກ່າວ​ມາ​ນີ້ ຖື​ວ່າ​ເປັນ​ບາດກ້າວ​ທີ່​ສໍາຄັນ​ທີ່​ສຸດໄປ​ສູ່​ການ​ປະຕິ​ຮູບ​ໃນ​ມຽນມາ ທີ່ພວກ​ເຮົາ​ໄດ້​ເຫັນ​ມາ​ ໃນ​ໄລ​ຍະ ຫລາ​ຍປີ​.”

ນອກນັ້ນ ​ໃນ​ອາທິດ​ແລ້ວ​ນີ້ຄື​ກັນ ພັກ​ຝ່າຍ​ຄ້ານ​ສໍາຄັນ​ຂອງ​ມຽນມາ ກໍ​ຄື​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ມຽນມາ ຫລື NLD ​ໄດ້ປະ ກາດ​ວ່າ ​ຕົນຈະ​ເຂົ້າພົວພັນ​ທາງ​ການ​ເມືອງ​ຄືນ​ອີກ ​ແລະ​ສົ່ງ​ສະມາຊິກ​ລົງ ສະໝັກ​ເລືອກ​ຕັ້ງ​ ​ໃນການເລືອກ​ຕັ້ງ​ຄັ້ງ​ຕໍ່​ໄປໃນ​ອະນາ
ຄົດ.

ທ່ານ David Steinberg ​ຊ່ຽວຊານ​ກ່ຽວ​ກັບ​ມຽນມາ ປະ​ຈໍາ​ມະຫາ​ວິທະຍາ​ໄລ Georgetown ທີ່​ນະຄອນຫລວງ​ວໍ​ຊິງ​ຕັນ ກ່າວ​ວ່າ:

ຂ້າພະ​ເຈົ້າຄິດ​ວ່າ ຄໍາ​ຖະ​ແຫ​ລງຕ່າງໆ​ນັ້ນ​ແມ່ນ​ໄດ້​ມີ​ການ​ກ່າວອອກ​ມາຢ່າງໄວ
ຫລາຍ ​ແລະ​ການ​ປ່ຽ​ນ​ແປງ​ຕ່າງໆ ຫລາຍໆ ​ຢ່າງ ກໍຈະ​ຕ້ອງໄດ້​ເຮັດ​ໃຫ້​ເປັນຕົວ​
ບົດ​ກົດໝາຍ ແຕ່​ແນ່ນອນ​ວ່າ ພວກ​ເຮົາ​ບໍ່​ເຄີຍ​ເຫັນ​ສິ່ງ​ໃດຄືແນວນີ້​ ມາ​ຕັ້ງ
ແຕ່​ປີ 1962.”

ພວກ​ນັກວິ​ເຄາະ​ມຽນມາ​ ແລະພວກ​ນັກ​ການ​ເມືອງ​ຝ່າຍ​ຄ້ານກ່າວ​ວ່າ ການຕັດສິນ​ໃຈ
ປ່ອຍ​ໃຫ້​ມຽນມາ​ເປັນ​ປະທານ​ສະມາຄົມ​ອາ​ຊ່ຽນ​ໃນ​ປີ 2014 ນັ້ນ ​ແມ່ນ​ຈະ​ຊ່ວຍໃຫ້
ການ​ປະຕິ​ຮູບທາງການ​ເມືອງ ດໍາ​ເນີນ​ສືບ​ຕໍ່​ໄປ.

ທ່າ​ນ ນຽນ ວິນ ​ໂຄ​ສົກ​ພັກ​ສັນ​ນິບາດແຫ່ງ​ຊາດເພື່ອ​ປະຊາທິປະ​ໄຕໃນມຽນມາກ່າວ​ວ່າ:

“ຂ້າພະ​ເຈົ້າຄິດ​ວ່າ​ ກິດຈະ​ກໍາ​ທາງ​ການ​ເມືອງ​ຕ່າງໆ​ຂອງ​ມຽນມາ ຈະ​ຄຶກຄັກຂຶ້ນ
ຫລັງ​ຈາກມຽນມາໄດ້ເປັນ​ປະທານ​ສະມາຄົມ​ອາ​ຊ່ຽນ ​ແລະ​ນອກ​ນີ້​ແລ້ວ​ ມຽນມາ​
ກໍຍັງ​ຈະ​ເປັນ​ສະມາຊິກ​ທີ່​ມີ​ຄຸນ​ນະ​ພາບຂອງອາ​ຊ່ຽນອີກ.”

ສ່ວນສາສະດາຈານ Steinberg ກໍກ່າວ​ວ່າ ມັນ​ເປັນ​ການ​ສໍາຄັນ​ຫລາຍ​ທີ່ສະຫະລັດ​ຈະຕ້ອງ
ກະທໍາຫລາຍ​ໄປ​ກວ່າ​ ພຽງ​ແຕ່ກ່າວຊົມ​ເຊີຍ​ການ​ປ່ຽນ​ແປງໃນ​ມຽນມາ​ເທົ່າ​ນັ້ນ ​ເພາະວ່າ
ການ​ປະຕິ​ຮູບ​ດ້ານ​ຕ່າງໆ​ທີ່​ໄດ້​ລິ​ເລິ່ມຂຶ້ນມາ​ນັ້ນ ຍັງ​ອາດ​ຖືກ​ຍົກ​ເລີກ​ໄດ້ຢູ່. ທ່ານ​ເວົ້າ​ວ່າ:

“ຂ້າພະ​ເຈົ້າຄິດວ່າ ສະຫະລັດ​ຄວນ​ຈະ​ຮັບ​ຮູ້​ການ​ປ່ຽນ​ແປງ​ເຫລົ່າ​ນີ້ ຊຶ່ງ​ພວກ​ເຮົາ​
ກໍ​ໄດ້​ເຮັດ​ມາແລ້ວ ​ໃນ​ທາງຄໍາ​ເວົ້າ ແຕ່​ກໍ​ຄວນ​ເອົາ​ບາດກ້າວ​ແບບ​ພໍ​ປານ​ກາງບາງ​
ຢ່າງ ​ເພື່ອ​ພະຍາຍາມສະ​ແດງ​ໃຫ້​ເຫັນ​ວ່າ ແມ່ນ​ແລ້ວ​ ພວກ​ເຮົາ​ບໍ່​ສະ​ເພາະ​ແຕ່​
ຮັບ​ຮູ້​ການປ່ຽນແປງເຫລົ່ານີ້​ເທົ່າ​ນັ້ນ ​ແຕ່​ພວກ​ເຮົາ​ຍັງ​ພ້ອມ​ທີ່​ຈະສະ​ແດງ​ໃຫ້​ເຫັນ
ນໍາວ່າ ພວກ​ເຮົາ​ເອົາຈິງເອົາຈັງ​ກ່ຽວ​ກັບ​ການ​ສ້າງ​ຄວາມ​ສໍາພັນ​ທີ່​ດີ​ຂຶ້ນ​ກວ່າ​ເກົ່າ​ ກັບ​ມຽນມານັ້ນ​.”

ພວກ​ນັກວິ​ເຄາະ​ກ່າວ​ວ່າ ​ລັດຖະສະພາ​ສະຫະລັດ​ບໍ່​ຊົງ​ທີ່​ຈະ​ຍົກ​ເລີກການ​ລົງ​ໂທດ​ມຽນມາ​
ໃນ​ເວລາ​ອັນ​ໃກ້ໆ​ນີ້ ​ແຕ່​ທ່ານ Steinberg ກ່າວ​ວ່າ ມີ​ວິທີ​ທາງ​ອື່ນໆ​ຢູ່ ​ທີ່ສະຫະລັດ​ສາມາດ
ຊ່ວຍ​ໄດ້.

“ຖ້າ​ຫາກ​ທະນາຄານ​ໂລກ ​ແລະ​ທະນາຄານ​ພັດທະນາ​ເອ​ເຊຍ ​ເຂົ້າ​ໄປ​ໃນ ມຽນມາ​ ເພື່ອ​ສຶກສາ​ເບິ່ງ​ສະຖານະ​ການ. ​ແລະ​ຖ້າ​ຫາກ​ວ່າ​ ລັດຖະບານ​ມຽນມາ​ປະຕິບັດຕາມ​ເງຶ່​ອນ​ໄຂ​ທີ່​ວາງ​ໄວ້ແລ້ວ​ນັ້ນ ກໍ​ຄື​ເງື່ອນ​ໄຂໃໝ່ຂອງ ການ​ທະນາຄານ​ທີ່​ມີ​ຄວາມໂປ່​ງ​ໃສ ​ແລະ​ມີ​ການ​ປົກຄອງ​ທີ່​ດີນັ້ນ ບາດແລ້ວ ຈຶ່ງອະນຸຍາດ​ໃຫ້​ພວກ​ເຂົາ​ເຈົ້າລົງ​ຄະ​ແນນ​ສຽງເຫັນ​ດີ​ນໍາການ​ຊ່ວຍ​ເຫລືອ​ປະ​ເພດ​ໃດນຶ່ງ.”

ພວກ​ນັກ​ວິ​ເຄາະ​ກ່າວ​ວ່າ ການ​ຊ່ວຍ​ເຫລືອ​ແບບ​ນັ້ນ​ຈາກ​ຕ່າງປະ​ເທດ ​ບໍ່ພຽງ​ແຕ່​ຈະ​ຊ່ວຍ​ປັບປຸງ​ສະພາບການ​ດ້ານເສດຖະກິດ​ໃນ​ມຽນມາ​ເທົ່າ​ນັ້ນ ແຕ່​ຍັງ​ຈະ​ສົ່ງ​ເສີມ​ໃຫ້​ມີການ​ປົກ
ຄອງ​ທີ່​ດີ​ແລະຄວາມ​ໂປ່​ງ​ໃສ​ນໍາ​ອີກ ອັນ​ເປັນ​ຄ່າ​ນິຍົມຂອງ​ໂລກ ທີ່ປາກົດ​ວ່າ​ພວກ​ຜູ້​ນໍາ​ຂອງ
ມຽນມາກໍາລັງ​ມີ​ຈິດ​ໃຈ​ເອນ​ອ່ຽງ​ໄປ​ຫາ​ນັ້ນ.

ເບິ່ງວີດີໂອລາຍງານກ່ຽວກັບທ່ານໂອບາມາປະກາດ ສົ່ງ ລມຕ ຄລິນຕັນ ໄປມຽນມາ:

XS
SM
MD
LG