ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກດັບເພີງ ແອນດຣູ ຣາດສະວົງເສິກ ລະນຶກເຖິງ ເຫດການວັນທີ 11 ກັນຍາ


Andrew ກໍາລັງຂຸດຄຸ້ຍໃນຊາກຫັກພັງຂອງຕຶກສູນກາງຄ້າໂລກ
Andrew ກໍາລັງຂຸດຄຸ້ຍໃນຊາກຫັກພັງຂອງຕຶກສູນກາງຄ້າໂລກ

ໃນ​ບັນດາ​ພວກ​ທໍາ​ອິດ​ທີ່ຟ້າວຟັ່ງ​ໄປ​ຊ່ວຍ​ເຫຼືອ​ພວກ​ໄດ້​ຮັບ​ເຄາະ​ຮ້າຍ​ໃນ​ການໂຈມ​ຕີ​ຕຶກ
ແຝດສູ​ນກາງ​ຄ້າ​ໂລກ​ຫຼື World Trade Center ທີ່ New York ​ນັ້ນ ​ກໍ​ແມ່ນ
ບັນດານັກດັບ​ເພີງ​ ຈໍາ​ນວນ​ຫຼວງ​ຫຼາຍ​ ຊຶ່ງ​ນຶ່ງ​ໃນ​ນັ້ນກໍ​ມີນັກ​ດັບ​ເພີງ​ໜຸ່ມ​ລາວ-ອາ​ເມ​ຣິ​ກັນ
Andrew Rasvongseuk ທີ່ປະກອບ​ອາຊີບ​ນີ້​ມາ​ນານ​ກວ່າ 15 ປີ​ແລ້ວ​ທີ່ New York
ຊຶ່ງ​ລາວໄດ້ເລົ່າ​ສູ່ຟັງກ່ຽວ​ກັບ​ເຫດການ​ໃ​ນວັນ​ທີ 11 ກັນຍາ ​2001 ນັ້ນ ດັ່ງນີ້:



ໄຟກໍລັງເຜົາໄໝ້ຕຶກຕ່າງໆໃນນະຄອນ ນິວຢອກ
ໄຟກໍລັງເຜົາໄໝ້ຕຶກຕ່າງໆໃນນະຄອນ ນິວຢອກ

ເຫດການ​ທັງ​ໝົດ​ນັ້ນ ​ແມ່ນ​ບໍ່​ມີ
ພຽງ​ແຕ່​ເທົ່າ​ນັ້ນ​ ທຸກຄົນ​ສັບສົນ,
ວຸ້ນວາຍ​ ສົນລະວົນ ​ບໍ່ຮູ້ວ່າຈະ
ຮັບ​ມື​ກັນຢ່າງ​ໃດ ເພາະ​ບໍ່​ເຄີຍ​ມີ
ປະສົບ​ການ​ທີ່​ຮ້າຍແຮ​ງ​ເກີດຂຶ້ນ
ໃນ​ອາ​ເມຣິກາ ຢ່າງ​ຮ້າຍ​ແຮງ
ຂະ​ໜາດ​ນີ້​ມາ​ກ່ອນ. Andrew
ຍັງ​ເລົ່າ​ໃຫ້​ຟັງ​ວ່າ ລາວ​ເຮັດ​ວຽກ
ແບບ​ນີ້​ຕັ້ງ​ແຕ່​ວັນ​ເກີດ​ເຫດ 11
ກັນ​ຍາ​ຈົນ​ເຖິງ ​ເດືອນ​ທັນວາ​
2001 ເປັນ​ແບບ​ນີ້​ທຸກໆ​ມື້ ຄື
ເຮັດ​ວຽກ 12-15 ຊົ່ວ​ໂມງ
ຕື່ນ​ແຕ່​ເຊົ້າໄປ​ເຮັດ​ວຽກ​ຕັ້ງ​ແຕ່ 6 ​ໂມງ​ເຊົ້າ​ແລະ​ກັບ​ບ້ານ​ຕອນທ່ຽງ​ຄືນ​ຕະຫຼອດ​ຊຶ່ງລາ​ວ​
ເລົ່າຕໍ່​ໄປ​ວ່າ "ຂ້ອຍ​ຈໍາ​ເຫດການ​ວັນ​ນັ້ນ​ໄດ້​ດີ ກິ່ນ​ເໝັ້ນ​ຟຸ້ງ, ພາບ​ຕິດຕາ ​
ແ​ລະ​ຕອນ​ນັ້ນ ຂ້ອຍ​ຄິດ​ວ່າ ຄົງ​ຈະ​ບໍ່​ພົບ​ຄົນ​ທີ່​ລອດ​ຕາຍ​ມາ​ໄດ້​ອີກ​ແລ້ວ​ ຄືພວກ​
ເຮົາ​ຕ້ອງ​ຊ່ອຍ​ພວກ​ເຄາະ​ຮ້າຍໃນ​ທັນທີ​ທັນ​ໃດ ​ໃນ​ຕອນ​ເກີດ​ເຫດ ​ຖ້​າ 2-3 ມື້​ຕໍ່​
ມາ​ແລ້ວ​ນັ້ນ ຄົງ​ຍາກ.​ ຂ້ອຍ​ໄດ້​ສູນເສຍໝູ່​ເພື່ອນ ຄົນ​ທີ່​ທີ່​ຂ້ອຍ​ຮູ້ຈັກ​ປະມານ 40
ກວ່າ​ຄົນ​ ໃນ​ມື້​ນັ້ນ​ມື້​ດຽວ."

ວັນ​ຄົບຮອບ 10 ປີ ຂອງ​ເຫດການ​ວິນາດ​ສະ​ກໍາ 11 ກັນຍາ 2001 ຈົນ​ເຖິງປີ 2011 ນີ້
ມັນ​ໄດ້​ປ່ຽນ​ມຸມ​ມອງໂລກຂອງ​ຫຼາຍໆ​ຄົນ ​ໃນ​ການ​ດໍາ​ເນີນ​ວິຖີ​ຊີວິດ ຄວາມ​ຄິດ​ຄວາມ​ອ່ານ
ກໍ​ປ່ຽນ​ໄປ ຊຶ່ງ​ມັນ​ໄດ້​ປ່ຽນ​ຄວາມ​ຮູ້​ສຶກຂອງ Andrew ດັ່ງ​ນີ້: "​ໃນ​ທຸກໆ​ວັນທີ 11
ກັນຍາ ມັນ​ພາ​ໃຫ້​ຂ້ອຍ​ລະ​ລຶກ​ເຖິງ... ຂ້ອຍ​ໝາຍ​ຄວາມ​ວ່າ..."


ກ່ອນ​ຈົບ​ການ​ສໍາພາດ Andrew ​ກ່າວ​ສະຫຼຸບ​ວ່າ ດີ​ໃຈ​ທີ່​ໄດ້​ມີ​ໝູ່​ເພື່ອນ, ມີ​ຄອບຄົວ​
ແລະ​ຍັງ​ມີ​ຊີວິດ​ຢູ່ ​ໄດ້​ຊາບ​ຊຶ້ງ​ເຖິງ ຄວາມ​ສັດຈະ​ທໍາ, ຄວາມ​ມີ​ມະນຸດສະ​ທໍາ ​ເຫັນຄຸນຄ່າ​
ຂອງ​ຜູ້​ຄົນ ແລະຊ່ອຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ.

ອາທິດ​ໜ້າ​ທາງ​ລາຍການ​ຊີວິດ​ຊາວ​ລາວ​ໃນ​ຕ່າງ​ແດນ ກໍ​ຈະ​ນໍາ​ເອົາ​ປະສົບ​ການ​ກ່ຽວກັບ
ເລື່ອງອື່ນໆຂອງ​ຄົນ​ລາວ​ອະ​ເມຣິກັນມາ​ສະ​ເໜີ​ທ່ານ​ຜູ້​ຟັງ​ອີກ. ກະລຸນາ​ຄອຍ​ຕິດຕາມ​ຮັບ​ຟັງ.

XS
SM
MD
LG