ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອິນເດຍ ຈັບ ຄູ​ສອນ​ໂຢຄະ ທີ່ທໍາການປະທ້ວງ ຕໍ່ຕ້ານການຄໍຣັບຊັ່ນ


ນາຍ Baba Ramdev ກໍລັງຖືກຕໍາຫຼວດຈັບຄຸມ
ນາຍ Baba Ramdev ກໍລັງຖືກຕໍາຫຼວດຈັບຄຸມ

ຕໍ​າຫຼວດອິນ​ເດຍ ​ໄດ້​ຈັບ​ກຸມ​ຄູ​ສອນ​ໂຢຄະ​ທີ່​ມີ​ຊື່​ສຽງໂດ່ງດັງຄົນ​ນຶ່ງ ຫຼັງ​ຈາກລາວ​ໄດ້​ພະຍາຍາມ​ທີ່​ຈະ​ນໍາພາການ​ເດີນຂະ​ບວນ​ປະ​ທ້ວງ​ຕໍ່ຕ້ານການ​ສໍ້​ລາດ​ບັງ​ຫຼວງ ​ໄປ​ຍັງສະພາແຫ່ງ​ຊາດ.

ຕຳຫຼວດ​ໄດ້​ຈັບນາຍ Baba Ramdev ​ດ້ວຍ​ຄວາມ​ສະຫງົບໃນ​ວັນ​ຈັນ​ວານ​ນີ້​ ​ໃນ​ຂະນະ​ທີ່​ລາວ​ຮ້ອງ​ຄໍາ​ຂັວນອອກ​ມາ​ ​ໃຫ້​ຍຸບ​ລັດຖະບານ​ພາຍ​ໃຕ້​ການ​ນຳພາ ຂອງ​ພັກ Congress.

ຄູ​ສອນ​ໂຢຄະຄົນ​ນີ້​ໄດ້​ເລີ່​ມທໍາ​ການ​ປະ​ທ້ວງ ​ໃນ​ວັນ​ພະຫັດ​ແລ້ວ​ນີ້ ​ໂດຍ​ຮຽກ ຮ້ອງ​ໃຫ້​ລັດຖະບານ ​ດຳ​ເນີນ​ການ​ຫຼາຍ​ໄປ​ກວ່າ​ນີ້ ​ໃນ​ການຮັບ​ເງິນ​ສິນ​ບົນ​ແລະ ຊອກ​ຫາ​ຊ່ອງ​ທາງ​ນຳເອົາ​ເງິນ​ຜິດ​ກົດໝາຍ ທີ່​ຊາວ​ອິນ​ເດຍ​ໄປ​ຝາກ​ເຊື່ອງ​ໄວ້ຢູ່​ໃນ​ທະ​ນາຄາ​ນຕ່າງປະ​ເທດ​ນັ້ນກັບ​ຄືນ​ປະ​ເທດ.

ນາຍ Ramdev ​ໄດ້​ເປັນ​ຜູ້​ນໍາພາ​ໃນ​ການ​ປະ​ທ້ວງອົດ​ອາຫານ​ທີ່​ຄ້າຍຄື​ກັນ​ນີ້ໃນ​ເດືອນມິຖຸນາ ​ປີ​ກາຍ​ນີ້ ​ແຕ່ບໍ່ຄື​ກັນກັບການ​ປະ​ທ້ວງໃນ​ຄັ້ງນັ້ນ ການປະ​ທ້ວງ​ຂອງ​ທ່ານ​ໃນເທື່ອ​ນີ້ ແມ່ນ​ບໍ່​ໄດ້​ຮັບ​ການສະໜອງ​ຕອບໃດໆຈາກ​ທາງ​ລັດຖະບານເລີຍ.

XS
SM
MD
LG