ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແມ່ຍິງຫວຽດນາມ​ ຈຸດ​ໄຟ​ເຜົາ​ຕົວ​ເອງ​ ເພື່ອ​ປະ​ທ້ວງ​ຕໍ່​ ການ​ຈໍາ​ຄຸກ​​ລູກ​ສາວ​​ລາວ


ນ. Ta Phong Tan ອະດີດສະມາຊິກພັກຄອມມີວນິສ ແລະຕໍາຫລວດຫວຽດນາມ ທີ່ຖືກຈັບໄປຂັງຍ້ອນຂຽນ​ຂໍ້ ຄວາມລົງໃນ​ internet ແລະແມ່ຜູ້ກ່ຽວເອົາໄຟຈຸດ​ເຜົາ ​ຕົວ​ເອງຕາຍ ເພື່ອເປັນການປະທ້ວງ.
ນ. Ta Phong Tan ອະດີດສະມາຊິກພັກຄອມມີວນິສ ແລະຕໍາຫລວດຫວຽດນາມ ທີ່ຖືກຈັບໄປຂັງຍ້ອນຂຽນ​ຂໍ້ ຄວາມລົງໃນ​ internet ແລະແມ່ຜູ້ກ່ຽວເອົາໄຟຈຸດ​ເຜົາ ​ຕົວ​ເອງຕາຍ ເພື່ອເປັນການປະທ້ວງ.

ກຸ່ມ​ສິດທິ​ມະນຸດ​ໃນ​ຫວຽດນາມ​ກຸ່ມ​ນຶ່ງ​ກ່າວ​
ວ່າ ​ແມ່​ຂອງ​ຜູ້​ທີ່​ຂຽນ​ຂໍ້ຄວາມ​ລົງໃນ​
internet ທີ່​ຕິດ​ຄຸກຢູ່ນັ້ນ​ ໄດ້​ເສຍ​ຊີວິດ​ລົງ
​ຫຼັງຈາກ​ທີ່​ໄດ້​ຈຸດ​ໄຟ​ເຜົາ​ຕົວ​ເອງ​ເພື່ອ​ປະ​ທ້ວງ
​ຕໍ່​ການ​ຈໍາ​ຄຸກ​ລູກ​ສາວ​ຂອງ​ລາວ. ການ​ເອົາ
ໄຟຈຸດ​ເຜົາ​ຕົວ​ເອງນັ້ນ ​ແມ່ນ​ເປັນຮູບ​ແບບ
ສະ​ແດງ​ການ​ຄັດຄ້ານ​ທີ່​ບໍ່​ຄ່ອຍ​ສູ້​ມີ​ຂຶ້ນ​ຢູ່ໃນ
​ຫວຽດນາມ ບ່ອນ​ທີ່​ພັກ​ຄອມ​ມິວນີສຫວຽດ
ນາມຄວບ​ຄຸມສັງຄົມ ຢ່າງ​ເຄັ່ງ​ຄັດນັ້ນ.

ຕາໜ່າງຂ່າວສາສະໜາ​ຄຣີສ ທີ່​ຊື່ວ່າ
Vietnamese Redemptorist News
Networks ກ່າວ​ວ່າ ນາງ Dang Thi Kim
Lieng ​ໄດ້ຈຸດ​ໄຟ​ເຜົາ​ຕົວ​ເອງ​ໃນເຊົ້າວັນ​ຈັນ
​ວານ​ນີ້ ໃກ້ໆ​ກັບໂຮງການ​ລັດຖະບານ​ທ້ອງ
​ຖິ່ນ​ແຫ່ງ​ນຶ່ງ​ໃນ​ເມືອງ Bac Lieu ​ໃນ​ພາກ​ໃຕ້.

ກຸ່ມ​ດັ່ງກ່າວເວົ້າວ່າ ​ແມ່ຍິງຄົນ​ນັ້ນ ຊຶ່ງ​ນັບຖືສາສະໜາ​ກາ​ໂຕ​ລິກ ໄດ້ເສຍຊີວິດ ຍ້ອນ​ທົນ​ຕໍ່​
ບາດ​ແຜ​ຂອງ​ຕົນ​ບໍ່​ໄດ້ ​ໃນ​ຂະນະ​ທີ່​ຖືກ​ພາ​ໄປ​ໂຮງພະຍາບານ​. ລູກ​ສາວ​ຂອງ​ນາງ ກໍ​ຄື
Ta Phong Tan ​ແມ່ນ 1​ ໃນພວກ bloggers ຊາວ​ຫວຽດ ນາມ 3 ຄົນ​ທີ່​ກໍາລັງ​ຖືກ​ດໍາ​ເນີນ
​ຄະດີ​ໃນ​ຂໍ້​ຫາ ທໍາ​ການໂຄສະນາ​ຊວນ​ເຊື່ອຕໍ່ຕ້ານ ພັກຄອມ​ມຸຍນີສ ທີ່​ປົກຄອງ​ປະ​ເທດ​ນັ້ນ.

XS
SM
MD
LG