ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຮູບຖ່າຍດາວທຽມ ສະແດງໃຫ້ເຫັນ ຄວາມກ້າວໜ້າ ຂອງເກົາຫລີເໜືອ ໃນການສ້າງເຕົາແຍກນິວເຄຼຍ


ພາບຖ່າຍຈາກດາວທຽມ ທີ່ສະແດງໃຫ້ເຫັນຄວາມກ້າວໜ້າ ຢູ່ສະຖານທີ່ນິວເຄລຍ ຢົງບິອົງ ຂອງເກົາຫລີເໜືອ,
ວັນທີ 5 ມີນາ 2012.
ພາບຖ່າຍຈາກດາວທຽມ ທີ່ສະແດງໃຫ້ເຫັນຄວາມກ້າວໜ້າ ຢູ່ສະຖານທີ່ນິວເຄລຍ ຢົງບິອົງ ຂອງເກົາຫລີເໜືອ, ວັນທີ 5 ມີນາ 2012.

ໃນອີກຂ່າວ​ນຶ່ງ​ກ່ຽວ​ກັບ​ເກົາຫລີ​ເໜືອນັ້ນ ຮູບ​ຖ່າຍ​ຕ່າງໆທາງ​ດາວ​ທຽມ​ທີ່​ນໍາ​ອອກ​ເປີ​ດ
ເຜີ​ຍ​ໂດຍກຸ່ມ​ເອກະ​ຊົນ​ກຸ່ມ​ນຶ່ງ​ທີ່​ມີສໍານັກ​ງານຢູ່​ວໍ​ຊິງ​ຕັນ​ດີ​ຊີ ສະ​ແດງ​ໃຫ້​ເຫັນ​ວ່າ ​ເກົາ​ຫລີ​
ເໜືອ​ໄດ້​ປະສົບຄວາມ​ກ້າວໜ້າ​ໃນ​ການ​ສ້າງ​ເຕົາ​ແຍກ​ປະລະມະ​ນູນໍ້າ​ຈືດ ຢູ່​ທີ່​ສະຖານ​ທີ່ນີວ
ເຄລຍໃຫຍ່ Yongbyon ທາງ​ທິດ​ເໜືອ​ຂອງ​ນະຄອນຫລວງ​ພຽງ​ຢາງ.

ຮູບ​ຖ່າຍສະຖານທີ່​ນີວ​ເຄລຍດັ່ງກ່າວ​ທາງ​ດາວ​ທຽມ​ ເມື່ອ​ວັນ​ທີ່ 3 ​ເດືອນ​ກຸມພາ ທີ່​ນໍາ
ອອກ​ເຜີຍ​ແຜ່​ໂດຍ​ສະ​ຖາ​ບັນວິ​ທະຍາ​ສາດ​ແລະ​ຄວາມ​ໝັ້ນຄົງ​ລະຫວ່າງຊາດ ຫລື ISIS
ສະ​ແດງ​ໃຫ້ເຫັນ​ວ່າ ພາຍ​ນອກຂອງ​ຕຶກກັງ​ຫັນ​ສໍາລັບພັດເຕົາແຍກປະລະມະ​ນູ​ໃຫ້​ເຢັນ
ນັ້ນ ປາກົດ​ວ່າ​ໄດ້​ສ້າງ​ສໍາ​ເລັດ​ແລ້ວ ສົມ​ທຽບ​ກັບ​ຮູ​ບທີ່​ຖ່າຍ​ໄວ້​ເມື່ອ​ເດືອນ​ກັນຍາ​ປີຜ່ານ
ມາ ທີ່​ເຫັນ​ວ່າການ​ກໍ່ສ້າງ​ຍັງ​ດໍາ​ເນີນ​ໄປຢູ່​ໃນ​ເວລາ​ນັ້ນ.

ນັກວິ​ເຄາະ​ຄົນ​ນຶ່ງຈາກ ສະຖາ​ບັນ ISIS ກ່າວ​ວ່າ ພາບ​ຕ່າງໆ​ຊີ້​ແນະ​ວ່າ ຕຶກ​ເຕົາ​ແຍກ
ຍັງ​ບໍ່ທັນ​ມີ​ຫລັງຄາເທື່ອ ຊຶ່ງ​ໝາຍ​ເຖິງ​ວ່າເຕົາ​ແຍກ​ຍັງທໍ​າງານ​ບໍ່​ໄດ້.

ພາບເຫລົ່າ​ນີ້ໄດ້​ຖ່າຍ​ໄວ້ບໍ່​ເຖິງ​ນຶ່ງ​ເດືອນ ​ກ່ອນ​ເກົາຫລີ​ເໜືອ​ຕົກລົງ​ໂຈະ​ການ​ທົດ​ລອງ​
ອາວຸດ​ນີວ​ເຄລຍ ​ແລະ​ລູກ​ສອນ​ໄຟໄລຍະ​ຍາວ ພ້ອມ​ທັງ​ຍຸຕິ​ກິດຈະ​ກໍາ​ນີວ​ເຄລຍອື່ນໆ
ຂອງຕົນ​ ​ໂຮ​ມທັງ​ກິດຈະ​ກໍາ​ການ​ເສີມສະມັດ ຖະພາບ​ທາດຢູ​ເຣນຽມ​ທີ່ Yongbyon
ນັ້ນ​ນໍາ ​ເພື່ອ​ແລກປ່ຽນ​ກັບ​ການ​ຊ່ວຍເຫລືອ​ດ້ານອາຫານ​ນັ້ນ.

ການ​ຕົກລົງ​ດັ່ງກ່າວ​ແມ່ນ​ຕິດຕາມ​ມາ​ຫລັງ​ຈາກ​ການ​ເຈລະຈາ​ເມື່ອ​ເດືອນ​ກຸມພາ ທີ່​ນະ
ຄອນຫລວງ​ປັກ​ກິ່ງຂອງ​ຈີນ ​ລະຫວ່າງເຈົ້າໜ້າ​ທີ່ສະຫະລັດ​ແລະ​ເກົາຫລີ​ເໜືອ ​ໃນເວລາ
ພຽງ​ສອງ​ເດືອນ​ຫລັງ​ຈາກ​ການ​ມໍລະນະ​ກໍາ​ຂອງ​ກິມ ຈົງ​ອິລ ຜູ້​ນໍາສູງ​ສຸດ​ຂອງ​ເກົາຫລີ​
ເໜືອ​.

XS
SM
MD
LG