ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ແຮດຈາວາ ໃນຫວຽດນາມ ໝົດໄປແລ້ວ


ແຮດ ຈາວາ ໂຕນຶ່ງ ທີ່ອຸດທະຍານແຫ່ງຊາດໃນເມືອງ Ujung Kulon, ອິນໂດເນເຊຍ. (AP Photo/WWF - National Park Ujung Kulon)
ແຮດ ຈາວາ ໂຕນຶ່ງ ທີ່ອຸດທະຍານແຫ່ງຊາດໃນເມືອງ Ujung Kulon, ອິນໂດເນເຊຍ. (AP Photo/WWF - National Park Ujung Kulon)

ບັນດາ​ກຸ່ມ​ສະຫງວນ​ສັດປ່າລະຫວ່າງ​ຊາດ​ກ່າວ​ວ່າ ພວກ​ໂຕ​ແຮດ Java ທີ່​ໃກ້​ຈະ​ສູນພັນ​ນັ້ນ
ໄດ້​ຖືກ​ກວດ​ລ້າງ​ໄປ​ໝົດ​ແລ້ວ​ຢູ່ໃນ​ຫວຽດນາມ ຫລັງ​ຈາກແຮດ​ໂຕ​ສຸດ​ທ້າຍ​ໄດ້​ຖືກ​ພົບ​ເຫັນ
ນອນຕາຍ​ຢູ່ ພ້ອມດ້ວຍນໍ​ຂອງ​ມັນ​ໄດ້​ຖື​ກຕັດ​ອອກ​ໄປ.

ໃນ​ລາຍ​ງານ​ສະບັບ​ນຶ່ງ​ທີ່​ເປີດ​ເຜີຍ​ໃຫ້​ຮູ້​ໃນ​ວັນ​ອັງຄານ​ມື້​ນີ້ ກອງ​ທຶນສະຫງວນ​ສັດປ່າ​ຂອງ​
ໂລກ​ ຫລື WWF ​ໄດ້​ຖິ້ມ​ໂທດ​ການ​ສູນພັນ​ຂອງ​ສັດເຫລົ່າ​ນີ້ ໃສ່​ການ​ປົກ​ປ້ອງ​ສັດ​ທີ່​ຂາດ​
ປະສິດທິ​ຜົນ​ໃນ​ເຂດປ່າສະຫງວນແຫ່ງ​ຊາດ Cat Tien ບ່ອນ​ທີ່​ໄດ້ມີການພົບເຫັນແຮດ​
ຈໍານວນ​ນ້ອຍ​ໆຈຸນຶ່ງໃນ​ປີ 1988 ນັ້ນ.

ພວກໂຕແຮດ Java ທີ່​ຍັງ​ເຫລືອ​ແຫ່ງ​ດຽວ​ໃນ​ໂລກ​ກໍ​ແມ່ນ​ຢູ່​ໃນ​ອິນ​ໂດເນ​ເຊຍ​ເທົ່າ​ນັ້ນ
ບ່ອນ​ທີ່​ຍັງ​ມີ​ແຮດ​ປະ​ເພດ​ນີ້​ຈໍານວນ​ລະຫວ່າງ 40 ຫາ 60 ​ໂຕ​ຍັງຢູ່​ໃນ​ເຂດປ່າສະຫງວນ
ແຫ່ງຊາດນ້ອຍໆ​ແຫ່ງ​ນຶ່ງ​.

ບັນດາ​ກຸ້ມ​ປົກ​ປ້ອງ​ສັດປ່າ​ກ່າວ​ວ່າ ​ແຮດ​ໂຕສຸດທ້າຍ​ທີ່ຍັງ​ເຫລືອ​ຢູ່ໃນ​ຫວຽດນາມນັ້ນ
ເບິ່ງ​ຄື​ວ່າ​ໄດ້​ຖືກ​ສັງຫານ​ໂດ​ຍພວກ​ລັກລອບ​ຍິງ​ສັດ​ເອົາ​ນໍ​ມັນ. ມີ​ຄວາມ​ຮຽກຮ້ອງ​ຕ້ອງ
ການ​ນໍ​ແຮດ​ຢ່າງ​ຫລວງຫລາຍ​ໃນ​ຫລາຍ​ປະ​ເທດ​ໃນ​ເອ​ເຊຍ ບ່ອນ​ທີ່ພວກ​ເຂົາ​ເຈົ້າ​ໃຊ້​
ເປັນ​ຢາ​ພື້ນເມືອງນັ້ນ.

ກອງ​ທຶນ​ສະຫງວນ​ສັດ​ປ່າ​ກ່າວ​ວ່າ ພວກ​ສັດ​ອື່ນໆ​ທີ່​ໃກ້​ຈະ​ສູນພັນ​ໄປ​ນັ້ນ ກໍ​ມີ​ຮວມທັງ
ເສືອ ຊ້າງ​ເອ​ເຊຍ​ແລະ​ພວກ​ແຂ້​ສະຫຍາມ.

XS
SM
MD
LG