ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນະຄອນຫຼວງລີເບຍ ສັ່ນສະເທືອນ ດ້ວຍລະເບີດອີກ


ຄວັນໄຟພຸ່ງຂຶ້ນໃນກຸງຕຣີໂປລີ ຫລັງຈາກການໂຈມຕີທາງອາກາດ
ຂອງກຸ່ມເນໂຕ້ ວັນທີ 24 ພຶດສະພາ, 2011
ຄວັນໄຟພຸ່ງຂຶ້ນໃນກຸງຕຣີໂປລີ ຫລັງຈາກການໂຈມຕີທາງອາກາດ ຂອງກຸ່ມເນໂຕ້ ວັນທີ 24 ພຶດສະພາ, 2011

ເຫດລະ​ເບີດ​ຫຼາຍໆຄັ້ງໄດ້​ສັ່ນ​ສະ​ເທືອ​ນນະຄອນຫລວງ​ຂອງ
ລີ​ເບຍ​ໃນ​ຕອນ​ແລງ​ວັນ​ອັງຄານ​ວານ​ນີ້.

ພວກ​ນັກ​ໜັງສືພິມ​ໃນ​ກຸງ​ຕຣີ​ໂປ​ລີ ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຍິນ​
ສຽງ​ລະ​ເບີດແຕກ​ຂຶ້ນ​ຢ່າງ​ແຮງ​ຢ່າງ​ໜ້ອຍ 6 ຄັ້ງ.

ເຫດລະ​ເບີດ​ເຫລົ່າ​ນີ້​ເກີດ​ຂຶ້ນ​ 1 ມື້ຫລັງ​ຈາກ​ກຸ່ມ​ເນ​ໂຕ້​ໄດ້
ທໍາ​ການ​ໂຈມ​ຕີ​ທາງ​ອາກາດ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ​ແບບບໍ່​ເຄີຍ​
ມີ​ມາ​ກ່ອນ ​ໃສ່​ນະຄອນຫລວງລີເບຍ ຮວມທັງ​ການ​ໂຈມ​ຕີ
ທາງ​ອາກາດ​ໃກ້​ບໍລິ​ເວນ​ບ່ອນຢູ່ຂອງ​ທ່ານກາດ​ດາຟີ ຜູ້​ນໍາ
ລີ​ເບຍ​ນໍາ.

ຣັດ​ເຊຍ​ໄດ້​ສະ​ແດງ​ປະຕິກິລິຍາ​ຕໍ່​ການ​ໂຈມ​ຕີ​ທາງ​ອາກາດ
ຂອງ​ກຸ່ມ​ເນ​ໂຕ້ໃນ​ວັນ​ພຸດ​ມື້​ນີ້ ​ໂດຍ​ເອີ້ນ​ການ​ໂຈມ​ຕີ​ທາງ
​ອາກາດ​ຄັ້ງ​ໃໝ່​ໃນ​ນະຄອນ​ຕຣີໂປ​ລີ​ນີ້​ວ່າ ​ເປັນ​ການລະ​ເມີດມະຕິ​ ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະປະ ຊາຊາດ​ນັ້ນ. ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ກ່າວ​ວ່າ ການ​ໂຈມ​ຕີ​ນີ້​ບໍ່​ໄດ້​ເຮັດ​ໃຫ້ການ​ປະ​ເຊີນ​ໜ້າ​ກັນ​ລະຫວ່າງ​ກໍາລັງ​ທີ່​ນິຍົມ​ກາດ​ດາ​ຟີແລະ​ພວກ​ກະບົດ​ຍຸດຕິ​ລົງ ​ແຕ່​ໄດ້​ສ້າງ​ຄວາມ​ເຈັບ​ປວດ​ຫລາຍ​ຂຶ້ນ​ໃຫ້​ແກ່​ປະຊາຊົນ​ລີ​ເບຍ​ເທົ່າ​ນັ້ນ.

ໃນ​ຂະນະ​ດຽວ​ກັນ ປະທານາທິບໍດີ Jacob Zuma ​ແຫ່ງ​ອະ​ຟຣິກາ​ໃຕ້ປະກາດ​ໃຫ້ຮູ້ ກ່ຽວກັບແຜນການ​ທີ່ທ່ານ​ຈະ​ເດີນທາງ​ໄປ​ຍັງ​ລີ​ເບຍ​ເພື່ອ​ພະຍາ​ຍາມ​ຊອກຫາຊ່ອງທາງຊ່ອຍ​ແກ້​ໄຂ​ວິ​ກິດ​ການ​ດັ່ງກ່າວ. ຖະ​ແຫຼງ​ການ​ສະບັບ​ນຶ່ງ​ທີ່​ທໍານຽບປະທານາທິບໍດີ Zuma ເປີດເຜີຍ​ໃຫ້​ຮູ້​ໃນ​ວັນ​ພຸດ​ມື້​ນີ້​ກ່າວ​ວ່າ ຜູ້​ນໍາ​ອະ​ຟຣິກາ​ໃຕ້​ ຈະ​ທໍາ​ການ​ພົບ​ປະ​ຫາລື​ກັບ​ທ່ານ ກາດ​ດາ​ຟີ​ທີ່​ກຸງ​ຕຣິ​ໂປ​ລີ​ ໃນ​ວັນ​ຈັນ​ໜ້າ. ຖະ​ແຫລ​ງການ​ສະບັບ​ນີ້​ກ່າວ​ຕື່ມ​ວ່າ ປະທານາທິບໍດີ Zuma ຈະ​ທໍາ​ການ​ເຈລະຈາ​ພາຍໃຕ້ສິດອຳນາດ​ຂອງ​ທ່ານ​ ໃນ​ຖານະ​ເປັນ​ສະມາຊິກຂອງ​ຄະນະ​ກໍາ
ມະການ​ລະດັບ​ສູງ​ຄົນ​ນຶ່ງ​ຂອງສະຫະພາບ​ອະ​ຟຣິກາ​ນັ້ນ.

XS
SM
MD
LG