ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

“ມານ​ດາ” - ກິ​ວົງ


ກິວົງແລະຈັນດາຣາ ຊະນະນິກອນ
ກິວົງແລະຈັນດາຣາ ຊະນະນິກອນ

ວັນນະສອນ: ສະບາຍດີແຟນລາຍການ​ທຸກໆທ່ານ ວັນນະ​ສອນ​ຕ້ອງ​ຂໍອະໄພ​ທີ່​ອາທິດ
​ແລ້ວ​ນີ້ ຊຶ່ງ​ກົງ​ກັບ​ວັນ​ແມ່​ໃນ​ສະຫະລັດ ​ແຕ່​ວັນນະ​ສອນ​ກັບ​ມົວ​ແຕ່​ຢາກ​ສະ​ເໜີ​ເພງ​ສາກົນ
ທີ່​ຕິດ​ອັນ​ດັບ Top Ten Chart ​ໃຫ້ຟັງ ກໍ​ເລີຍ​ບໍ່​ໄດ້​ຈັດ​ເພງ​ເພື່ອ​ມອບ​ໃຫ້​ບັນດາ​ແມ່​ທີ່
​ໜ້າ​ຮັກ​ທັງຫຼາຍ​ແລີ​ຍ. ​ແຕ່​ກໍ​ບໍ່​ຕ້ອງ​ນ້ອຍ​ໃຈ ມື້​ນີ້​ຈັດ​ໃຫ້​ເປັນ​ພິ​ເສດໂດຍ​ສະ​ເພາະເລີຍ
ຂໍ​ມອບ​ເພງ “ມານ​ດາ” ທີ່​ປະພັນ​ແລະ​ຂັບ​ຮ້ອງ​ໂກຍ ກິ​ວົງ ສິນລະປິນ​ລາວ​ຈາກ​ຝຣັ່ງ ​
ເພື່ອ​ສະ​ແດງ​ເຖິງ​ຄວາມ​ຮູ້ສຶກ​ດີໆ, ກະຕັນຍູ​ກະ​ຕະ​ເວທີ ​ຮູ້​ບຸນຄຸນ ຕໍ່​ມານ​ດາ​ຜູ້​ບັງ​ເກີດ​
ເກົ້າ ​ແລະ​ຂໍ​ໃຫ້​ເປັນ​ແບບຢ່າງ ​ແລະ​ສິດສອນ​ພວກ​ລູກ​ໆຕໍ່​ໄປ. ຂໍ​ໃຫ້​ບັນດາ​ແມ່​ຈົ່ງ​ມີ
​ແຕ່​ຄວາມ​ສຸກຄວາມ​ຈະ​ເລີ​ນທັງ​ກາຍ​ແລະ​ໃຈ ​ແລະ​ປາດ​ຖະໜາ​ສິ່ງ​ໃດ​ກໍ​ຂໍ​ໃຫ້​ໄດ້​ສົມ​ດັ່ງ
​ໝຸ້ງມາດ​ປາດ​ຖະໜາ​ດ້ວຍເຖີ້ນ.

ເພງ:ມານ​ດາ - ກິ​ວົງ

​ເພງ ບ້ານ​ນາ​ຜາ​ສຸກ ສະບັບ​ດັ່ງ​ເດີມ​ນີ້ ທີ່​ປະ​ພັນ​ໂດຍ ອ. ສ. ​ແສງສິຣິວັນ ​ແລະ​ຂັບ​ຮ້ອງ​
ໂດຍ ມະນີ​ວັນ ວໍຣະວົງ ນີ້ ​ວັນນະ​ສອນ ຈັດ​ມອບ​ໃຫ້​ນ້ອງ​ສົມ​ເໝາະ ທີ່​ເປັນ​ຄູໃນ​ສປປ
ລາວ​ທີ່​ໄດ້​ຂະ​ຍັນ​ເອົາ​ໃຈ​ໃສ່ ​ສິດສອນ ປະຊາ​ຄົມ ບັນດາ​ເຜົ່າ​ຕາມ​ເຂດ​ຊົນນະບົດ​ຕ່າງໆ
​ໃນ​ລາວ ຂໍ​ຊ່ອຍ​ເປັນ​ກໍາລັງ​ໃຈ​ແລະ​ໃຫ້​ນ້ອງ​ສົມ​ເໝາະ ຕັ້ງໜ້າ​ຕັ້ງ​ຕາທໍາ​ງານ​ໃນສິ່ງ
​ທີ່​ຕົນເອງຮັກ ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ຕົວ​ເອງ ​ແລະ​ຄົນ​ອື່ນ​ໄປພ້ອມ​ກັນ ສ່ວນ​ເພງ​
ເພື່ອ​ຄູ ກໍ​ກໍາລັງ​ຫາ​ໃຫ້​ຢູ່ ຖ້າພໍ້​ເມື່ອ​ໃດ​ແລ້ວ​ຈະ​ຈັດ​ໃຫ້​ຟັງ​.

ເພງ:ບ້ານ​ນາ​ຜາ​ສຸກ - ມະນີ​ວັນ ວໍຣະວົງ


ວັນນະສອນ
: ດີ​ໃຈ​ທີ່​ໄດ້​ຮັບ email ຈາກ ລັດຕະນາ ຫຼວງ​ລາດ ຫຼານ​ສາວ​ຄົນ​ງາມ​ຂອງ​ຍາ​ລຸງ​ບົວ​ຫອມ ​ດໍາລົງ ທີ່​ຂຽນ​ເຂົ້າ​ມາທວ​ງ ປະຕິທິນ​ປີ 2012 ທາງ​ເຮົາ​ຈັດ​ສົ່ງ​ໄປ​ໃຫ້​ຮຽບຮ້ອຍ​ແລ້ວ ຕັ້ງ​ຫຼາຍ​ສະບັບ ອີກ​ບໍ່​ດົນ​ຄົງ​ຈະ​ໄດ້​ຮັບ ວັນນະ​ສອນ ຢາກ​ຈະ​ໃຫ້​ຍາ​ລຸງ​ຫັດ​ສົ່ງ email ຈະ​ໄດ້​ຕິດ​ຕໍ່​ກັນ​ສະດວກ ​ແລະ​ລວດເລວ​ທັນ​ໃຈ ​ແລະ​ຂໍ​ມອບ​ເພງ “ຖິ່ນ​ແກ້ວ” ຂອງ​ພູສຸກ​ສະຫວັດ ທາ​ນະ​ດາ​ບຸດ ສິນລະປິນ​ຈາກ​ສະຫະລັດ​ໃຫ້​ຕາມ​ທີ່​ຂໍ​ມາ ​ແລະ​ວ່າ​ຄັ້ງ​ຕໍ່ໄປ​ຄົງ​ຈະ​ເຫັນ email ມາ​ຈາກ​ຍາ​ລຸງ ບົວ​ຫອມ ດໍາລົງ. ຂໍໃຫ້ທຸກໆ​ທ່ານ​ນອນ​ລັບ​ຝັນ​ຫວານ​ແລະ​ພົບ​ກັນ​ໃຫມ່​ໃນ​ສັບ
ປະດາ​ຫນ້າ.

ເພງ:ຖິ່ນ​ແກ້ວ ” - ​ພູສຸກ​ສະຫວັດ ທາ​ນະ​ດາ​ບຸດ

XS
SM
MD
LG