ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະທານາທິບໍດີອີຈິບ ສັ່ງປົດ ​ລມຕ ປ້ອງ​ກັນ​ປະ​ເທດ ​ແລະ​ຫົວໜ້າ​​ກອງທັບ ​(ສະໄລດ໌)


ທ່ານ Mohammed Morsi ໄດ້ແຕ່ງຕັ້ງ ທ່ານ Lt. Gen. Abdel-Fattah el-Sissi ​ເປັນ​ລັດຖະມົນຕີ​ປ້ອງ​ກັນປະ​ເທດ.
ທ່ານ Mohammed Morsi ໄດ້ແຕ່ງຕັ້ງ ທ່ານ Lt. Gen. Abdel-Fattah el-Sissi ​ເປັນ​ລັດຖະມົນຕີ​ປ້ອງ​ກັນປະ​ເທດ.

ປະທານາທິບໍດີ​ອີ​ຈິບ ທ່ານ Mohamed Morsi ​ໄດ້​ສັ່ງ​ໃຫ້​ລັດຖະມົນຕີປ້ອງ​ກັນ​ປະ​ເທດ ​ແລະ​ຫົວໜ້າ​ເສນາ​ທິການ​ກອງທັບ ລາ​ອອກ​ກິນ​ເບ້ຍ​ບໍານານ.

​ໃນ​ວັນ​ອາທິດ​ວານ​ນີ້ ປະທານ​າທິບໍດີ Morsi ​ໄດ້​ແຕ່ງ​ຕັ້ງທ່າ​ນ Abdel Fattah al-Sissi ​ເປັນ​ລັດຖະມົນຕີ​ປ້ອງ​ກັນປະ​ເທດ ແທນ​ທ່ານ Hussein Tantawi ທີ່​ເປັນ​ເຈົ້າ​ໜ້າ​ທີ່​ເກົ່າ​ ທີ່​ຍັງ​ເຫລືອ​ມາ​ຈາກ​ລັດຖະບານ​ຂອງ​ປະທານາທິບໍດີ Hosni Mubarak ທີ່​ຖືກ​ໂຄ່ນ​ລົ້ມ​ໄປ​ນັ້ນ. ນອກ​ນີ້ ທ່ານ Morsi ຍັງ​ໄດ້​ແຕ່ງ​ຕັ້ງ​ຜູ້​ພິພາກສາ​ສານ​ອະ​ວຸ​ໂສ ທ່ານ Mahmoud Mekki ​ເປັນ​ຮອງ​ປະທານາ ທິບໍດີ.

ທ່ານ Tantawi ​ໄດ້​ເປັນ​ຫົວໜ້າ​ສະພາ​ທະຫານ ທີ່​ໄດ້​ປົົກຄອງ​ອີ​ຈິບ​ມາ​ເປັນ​ເວລາ​ເກືອບນຶ່ງ​ປີ​ເຄິ່ງ ຈາກ​ເວລາ​ທີ່​ທ່ານ​ ມູບາຣັກ​ ຖືກ​ໂຄ່ນ​ລົ້ມ ຈົນ​ຮອດ​ເວລາ ທ່ານ​ ມໍ​ຊີ ​ໄດ້​ຖືກ​ເລືອກ​ຕັ້ງ​ຂຶ້ນ​ແທນ ເມື່ອ​ເດືອນ​ມິຖຸນາ​ຜ່ານ​ມາ ​ຊຶ່ງໃນ​ຊ່ວງ​ເວລາດັ່ງກ່າວ​ນັ້ນ ສະພາ​ປົກຄອງ​ທະຫານ​ໄດ້​ຮັບ​ຜ່ານ​ຄໍາ​ປະກາດ​ລັດຖະທໍາ​ມະ ນູນ​ອັນນຶ່ງ ທີ່​ອະນຸມັດ​ອໍານາດ​ຢ່າງ​ກ້ວາງ​ຂວາງ​ໃຫ້​ແກ່​ບັນດາ​ຜູ້​ບັນຊາ​ການ​ທະຫານ​ຂັ້ນ​ສູງ.

​ໃນ​ວັນ​ອາທິດ​ວານ​ນີ້ ປະທານາທິບໍດີ ​ມໍ​ຊີ​ ໄດ້​ສັ່ງ​ລົບ​ລ້​າງຄໍາ​ປະກາດດັ່ງກ່າວ​. ບໍ່​ເປັນ​ທີ່​ແຈ້ງ​ຂາວໃນ​ທັນທີ​ນີ້​ເທື່ອ​ວ່າ ທາງ​ກອງທັບ​ໃຫ້ການ​ສະໜັບສະໜຸນ​ແກ່ການ​ຕັດສິນ​ໃຈຂອງ​ທ່ານ ມໍ​ຊີ ຫລື​ບໍ່ ​ແຕ່ວ່າ ​ທັງ​ທ່ານ Tantawi ​ແລະ​ຫົວໜ້າ​ເສນາ​ທິການ​ກອງທັບ ທ່ານ Sami Enan ທີ່​ຖືກ​ສົ່ງ​ໃຫ້ໄປ​ບໍານານ​ນັ້ນ ຕ່າງ​ກໍ​ໄດ້​ຖືກ​ແຕ່ງ​ຕັ້ງ ​ໃຫ້​ເປັນ​ທີ່​ປຶກສາ​ປະທານາທິບໍດີ.

XS
SM
MD
LG