ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວໍຣະເດດ ດິດທະວົງ - ນໍ້າຂອງຍາມແລງ (ຄາຣາໂອເກະ)


ວໍຣະເດດ ດິດທະວົງ
ວໍຣະເດດ ດິດທະວົງ

ວັນນະສອນຈະມາກ່ອມທ່ານຜູ້ຟັງ ດ້ວຍສຽງເພງຫວານຊຶ່ງເພງນີ້ກໍເປັນ ເພງອໍາມະຕະອີກເພງນຶ່ງ ທີ່ທ່ານຜູ້ຟັງຂຽນເຂົ້າມາຜ່ານທາງ Facebook ແລະເຊີນພິສູດເບິ່ງວ່າສຽງເພງນີ້ຈະມ່ວນສົມກັບຄໍາຊົມນີ້ບໍ່ ຂໍເຊີນໄປຟັງ ພ້ອມກັນເລີຍ ໃນລາຍການສຽງເພງຈາກແດນໄກໄດ້ນະບັດນີ້.

ວໍຣະເດດ ດິດທະວົງ
ວໍຣະເດດ ດິດທະວົງ
ສະບາຍດີແລະ​ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​
ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA
ແລະກໍຂໍບອກອີກແລະຈະບອກຕະຫຼອດໄປວ່າ

ວັນນະສອນດີໃຈແລະຕັ້ງໃຈໃນທຸກໆຄັ້ງທີ່ໄດ້
ມາຈັດເພງກ່ອມທ່ານຜູ້ຟັງໃນທຸກໆຄໍ່າຄືນ
ຂອງວັນອາທິດ ວັນນະສອນຕ້ອງຂໍສັນລະເສີນ
ແຟນລາຍການທີ່ມີຄວາມຕັ້ງໃຈແລະກ້າວທັນ
ໂລກ ໂດຍທີ່ໄດ້ຂໍຟັງເພງຈາກລາຍການເຮົາ
ຜ່ານທາງ Facebookຊຶ່ງເມື່ອກ່ອນ​ໄດ້ສົ່ງເປັນ
ຈ.ມ. ແລະຂໍເພງເນື່ອງໃນເທດສະການຕ່າງໆນັ້ນ ແຕ່ກວ່າ ຈ.ມ. ຈະມາຮອດ ເທດສະການ
ກໍຜ່ານໄປແລ້ວ ຂໍ້ຄວາມຈາກ ຄໍາເດີນ ທອງສະຫວັນ​ ທີ່ຂຽນຂໍຟັງເພງ ນໍ້າຂອງຍາມແລງ
ຂອງ ວໍຣະເດດ ດິດທະວົງ ຜ່ານທາງ Facebook ເອົາ ຂໍເຊີນທຸກໆທ່ານໄປຮັບຟັງເພງດັງ ສຸດຍອດອໍາມະຕະເພງນຶ່ງຂອງ ວໍຣະເດດ ດິດທະວົງ

ວັນນະສອນ: ຂໍນໍາສະເໜີເພງ ສຽງແຄນແທນວາຈາ ຂອງ​ແສງ​ມະນີ ຈັນທະ​ວົງ
ສາວ​ສວຍ ສຽງ​ໃສ​ຈາກ ສປປ ລາວ ​ແລະ​ວ່າສຽງ​ແຄນຈາກເພງນີ້ ຄົງຈະພາ
ໃຫ້ທ່ານຜູ້ຟັງທີ່ມີເຊື້ອສາຍລາວນັ້ນ ພູມໃຈແລະຮັກໃນຄວາມເປັນລາວມີ
ວັດທະນະທໍາແລະສິນລະປະ ວັນນະຄດີ ສືບທອດຍາວ ນານມາຈົນເທົ່າເຖິງ
ປະຈຸບັນນີ້

(webmaster: ຂອບໃຈທຸກໆທ່ານທີ່ອັບໂລດວີດີໂອເຫລົ່ານີ້ໃຫ້ເບິ່ງທາງຢູທູບ)


ວັນນະສອນ: ວັນນະສອນຂໍຕາງໜ້າ VOA ຂອບ​ໃຈ​ນໍາ​ທ່ານ​ຜູ້​ຟັງ ທໍາ​ມະນູນ ພັນ​ນຸ​ເດດ
ທີ່​ສົ່ງ​ທັງ​ຂໍ້ຄວາມ​ໄວ້​ໃນ website ​ແລະ​ຂຽນ​ທັງ email ​ເຂົ້າ​ມາ​ຫາ​ທາງ​ເຮົາ ຊຶ່ງ​ແຈ້ງ​ຈຸດ​ປະ
ສົງ​ວ່າ ມັກ​ຮັກ​ໃນ​ການ​ສະ​ສົມ​ເພງ​ລາວ ທີ່​ມີ​ທັງ​ເພງ​ເກົ່າ​ໆກ່ອນ​ປ່ຽນ​ແປງ ປີ 1975 ດ້ວຍ
ຊຶ່ງວັນນະ​ສອນ ຍິນດີ ທີ່​ຈະ​ຂໍ​ເປັນ​ສ່ວນ​ໃນ​ການ​ນໍາ​ສະ​ເໜີ​ເພງ ກະລຸນາ ຖ້າສົ່ງມາ​ໃຫ້​ແລ້ວ
ວັນນະ​ສອນຈະ​ຈັດ​ມອບ​ໃຫ້​ຄົນ​ລາວ​ທົ່ວ​ໂລກ​ໄດ້​ຮັບ​ຟັງ​ກັນ ຂໍ​ຂອບ​ໃຈ​ອີກ​ຄັ້ງ​ນຶ່ງ ​ແລະ​ຫັວງ
ວ່າ ຄົງ​ຈະໄດ້ຮັບຜົນງານ​ເພງ​ດັງ​ໃນ​ອະດີດ​ຈາກ​ ທໍາ​ມະນູນ ​ໃນ​ອີກ​ບໍ່​ຊ້າ​ນີ້ ຂໍ​ມອບ​ເພງ ຂັບ​ລື້
ຂອງ​ ນໍ້າອ້ອຍກອຍ​ໃຈ ເພື່ອ​ເປັນ​ກໍາ​ລັງ​ໃຈ​ໃຫ້​ ທໍາ​ມະນູນ ​ຈົ່ງອົດທົນ ສູ້​ຊົນ ​ເກັບ​ຮັກສາ​ເພງ​
ລາວ​ໄວ້​ໃຫ້​ຄົນ​ຮຸ້ນ​ຫຼັງ​ໄດ້​ຟັງ​ຕໍ່ໆ​ໄປ ​ໃນ​ພາຍ​ພາກ​ໜ້າ​ພຸ້ນ.

ວັນນະ​ສອນ ຂໍ​ຝາກ​ໄວ້​ວ່າ ສໍານຽງ​ຄໍາ​ເວົ້າ ຂັບ​ລໍາ ຂອງ​ລາວ ​ແຕ່ລະ​ຊົນ​ເຜົ່າ​ນັ້ນ ​ໄດ້ສະ​ແດງ​
ເຖິງ​ຄວາມມີ​ອະລິຍະ​ທໍາ​ທີ່​ສູງ​ສົ່ງ ທີ່​ມີ​ຫຼາ​ກຫຼາຍວັດທະນະ​ທໍາ ​ໃນ​ຜືນ​ດິນ​ນ້ອຍໆ​ນີ້​ ອານາຈັກ​
ລ້ານ​ຊ້າງ​ ຫຼື​ປະ​ເທດ​ລາວ​ໃນ​ປະຈຸ​ບັນ.

ຂໍທ່ານ​ໃຫ້​ທຸກໆ​ທ່ານ​ນອນ​ຫຼັບ​ຝັນ​ດີ ​ແລະ​ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ.

ເພງ:ຂັບ​ລື້” - ນໍ້າອ້ອຍ ກອຍ​ໃຈ

XS
SM
MD
LG