ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້ຕ້ອງສົງໄສວາງເພີງໃສ່ ວັດສາສະໜາອິສລາມ ບ່ອນທີ່ຜູ້ຍິງສັງຫານໝູ່ໄປກາບໄຫວ້


ຮູບພາບ ສະເໜີໂດຍ ຫ້ອງການຕຳຫລວດເມືອງ St. Lucie ທີ່ເຫັນໜ່ວຍດັບເພີງກຳລັງມອດໄຟ.
ຮູບພາບ ສະເໜີໂດຍ ຫ້ອງການຕຳຫລວດເມືອງ St. Lucie ທີ່ເຫັນໜ່ວຍດັບເພີງກຳລັງມອດໄຟ.

ຕຳຫຼວດ​ໃນລັດ Florida ​ໄດ້ຈັບ​ກຸມ​ຊາຍ​ຜູ້​ນຶ່ງ ທີ່​ພວກ​ເຂົາເຈົ້າສົງ​ໄສ​ວ່າ ​ໄດ້​ຈູດ​ໄຟ​ເຜົາ​ວັດສາສະໜາ​ອິສລາມ ບ່ອນ​ທີ່ ທ້າວ Omar Mateenຜູ້ຍິງ​ປືນ​ກາດ​ໃສ່​ຜູ້​ຄົນ​ໃນ​ສະຖານ​ທີ່​ກິນ​ດື່ມນັ້ນ ໄປ​ກາບ​ໄຫວ້ສັກກາລະ​ບູຊາ.

ທ້າວ Joseph Michael Schreiber ​ໄວ 32​ ປີ ໄດ້ຖືກ​ຈັບ​ກຸມ​ໂດຍ​ບໍ່​ມີ​ການ​ຂັດ​ຂືນ​ໃດໆ ​ໃນ​ວັນ​ພຸດ​ຜ່ານ​ມາ​ນີ້ ທີ່​ພົວພັນ​ກັບການ​ຈູດ​ໄຟໃສ່​ສູນ​ກາງ​ສາສະໜາ​ອິສລາມ ​ທີ່​ເມືອງ​ Fort Pierce.

ຄະດີ​ຄວາມ​ດັ່ງກ່າວ​ນີ້ ຖື​ວ່າ​ເປັນ​ຄະດີ​ຄວາມ​ຂອງ​ການ​ກຽດ​ຊັງ ທີ່​ໝາຍ​ຄວາມ​ວ່າ ທ້າວ
Schreiber ອາດ​ຈະ​ຖືກ​ຕິດ​ຄຸກ​ເຖິງ 30 ປີ ຖ້າ​ຫາກ​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ​ໃນຖາ
ນະທີ່​ເປັນ​ຄົນ​ວາງ​ເພີງ. ທ້າວ Schreiber ​ແມ່ນເຄີຍ​ຖືກຈຳ​ຄຸກ​ ​ໃນ​ຖານ​ທີ່​ເປັນ​ຄົນ​ຂີ້ລັກ
ຂີ້ຂະ​ໂມ​ຍ ​ໃນ 2 ຄະດີ ກ່ອນ​ໜ້າ​ນີ້ມາແລ້ວ.

ທ້າວ Schreiber ​ແມ່ນ​ເປັນ​ຄົນ ຢິວ ​ໄດ້​ຂຽນ​ຂໍ້ຄວາມລົງ​ໃນ​ສື່​ສັງຄົມ ທີ່​ເປັນ​ປໍ​ລະ​ປັກ​ຕໍ່​ສາສະໜາ​ອິສລາມ ຊຶ່ງ​ຂໍ້​ມູນ​ຕ່າງໆ ​ແມ່ນ​ຮວມທັງຂໍ້ຄວາມ​ທີ່​ໄດ້​ນຳ​ເຜີຍ​ແຜ່ ​ໃນເດືອນ​ກໍລະກົດ ທີ່ລະບຸ​ວ່າ “ພວກ​ທີ່​ນັບຖືສາສະໜາ​ອິສລາມ ທັງໝົດ​ແມ່ນ​ເປັນ​ພວກ​ຫົວຮຸນ​ແຮງ” ​ແລະ​ຄວນທີ່​ຈະ​ຈັດ​ວ່າ​ເປັນ​ “ພວກກໍ່​ການ​ຮ້າຍ​ແລະ​ພວກ​ອາ​ຊະ​ຍາກ​ອນ​” ທີ່​ຂຽນ​ເປັນຕົວ​ອັກສອນ​ໃຫຍ່ທັງ​ໝົດ ​ແລະ​ກໍ່​ມີ​ຫຼາຍໆ​ຄຳ​ທີ່ຂຽນ​ຜິດ.

ບໍ່​ມີ​ຜູ້​ໃດ ຢູ່​ໃນ​ວັດ​ແຫ່ງ​ນັ້ນ ​ໃນ​ຕອນ​ທີ່​ໄຟ​ເລີ້ມ​ລຸກໄໝ້​ຂຶ້ນ ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ​ແລະ​ກໍ​ໄດ້​ໄໝ້​ລາມ​ໄປ​ທົ່ວວັດ​ດັ່ງກ່າວ.

ພາບບັນທຶກ ທ້າວ Omar Mateen. (ຈາກຫ້ອງການຕຳຫລວດເມືອງ Orlando)
ພາບບັນທຶກ ທ້າວ Omar Mateen. (ຈາກຫ້ອງການຕຳຫລວດເມືອງ Orlando)


ທ້າວ Omar Mateenຜູ້​ຊຶ່ງ​ອາ​ໄສ​ໃນເມືອງ​ Fort Pierce ທີ່​ສັງຫານ 49 ຄົນ ​ໃນ​ສະຖານທີ່​ກິນ​ດື່ມ ຫຼື ບາຣ໌ ຂອງພວກ​ກະ​ເທີຍ ​ໃນ​ເດືອນ​ມິຖຸນາ ທີ່​ໄດ້​ທຳການ​ຍິງ​ສັງຫານ​ຜູ້​ຄົນ​ເປັນ​ເວລາ ນຶ່ງ​ຊົ່ວ​ໂມງ ກ່ອນ​ທີ່​ພວກ​ຕຳຫຼວດ​ຈະ​ສາມາດເຂົ້າ​ຄຸມ​ສະຖານ​ທີ່​ແລະ​ໄດ້​ສັງຫານ​ລາວ ​ໃນ​ການ​ຍິງ​ປະ​ທະ​ກັນ. ລາວ​ແມ່ນ​ເປັນ​ທີ່ຮູ້ຈັກກັນ​ວ່າເປັນ​ຜູ້​ໄປ​ສັກກາລະ​ບູຊາ​ທີ່​ວັດ​ແຫ່ງ​ນີ້. ການ​ຍິງ​ສັງຫານ​ໃນ​ບາ​ຣ໌ ທີ່​ມີ​ຊື່ວ່າ Pulse ນີ້ ​ແມ່ນ​ການ​ສັງຫານ​ໝູ່​ທີ່​ຮ້າຍແຮງສຸດ ໃນ​ປະຫວັດສາດ​ສະຫະລັດ.


Florida police arrested the man they suspect set fire to a Florida mosque where Orlando nightclub shooter Omar Mateen worshipped.

Joseph Michael Schreiber, 32, was arrested without incident Wednesday in connection with the fire at the Islamic Center of Fort Pierce.

The case is being treated as a hate crime, meaning Schreiber could face 30 years in prison if convicted of the arson attack. Schreiber was previously sentenced to prison for theft on two separate occasions.

Schreiber, who is Jewish, had posted anti-Islamic material on social media. The material included a message posted in July stating that "all Islam is radical" and should be considered "terrorist and crimanals" (sic), written in capital letters with several misspellings.

No one was in the mosque when it was set ablaze Monday. The fire gutted much of the building.

Omar Mateen, who lived in Fort Pierce, killed 49 people at a gay nightclub in June in an hours-long assault before police raided it and killed him in a shootout. He was known to worship at the mosque. The shooting at the Pulse nightclub was the worst mass shooting in modern U.S. history.

XS
SM
MD
LG