ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມີການຈັບກຸມ ຜູ້ຕ້ອງສົງໄສ ທີ່ເຊື່ອມໂຍງກັບ ເຫດລະເບີດແຕກ ຢູ່ສະຖານີລົດໄຟ ຣັດເຊຍ


ການຮັກສາຄວາມປອດໄພຍັງຄົງມີຄວາມເຂັ້ມງວດ ຢູ່ສະຖານີລົດໄຟໃຕ້ດິນ Sennaya ໃນນະຄອນ St. Petersburg, ປະເທດ ຣັດເຊຍ, 5 ເມສາ, 2017.
ການຮັກສາຄວາມປອດໄພຍັງຄົງມີຄວາມເຂັ້ມງວດ ຢູ່ສະຖານີລົດໄຟໃຕ້ດິນ Sennaya ໃນນະຄອນ St. Petersburg, ປະເທດ ຣັດເຊຍ, 5 ເມສາ, 2017.

ຄະນະກຳມະການສືບສວນສອບສວນ ຂອງລັດຖະບານ ຣັດເຊຍ ກ່າວວ່າ ພວກເຂົາເຈົ້າ
ໄດ້ຈັບກຸມຜູ້ຊາຍ​ເອເຊຍກາງ 6 ຄົນໃນນະຄອນ St. Pertersburg ທີ່ສົງໄສ​ໃຫ້ການ
ຊ່ວຍເຫຼືອ​ໃນການກໍ່ການຮ້າຍ, ສອງມື້ຫຼັງຈາກການໂຈມຕີທີ່ຮ້າຍແຮງ ຢູ່ສະຖານີລົດໄຟ
ໃຕ້ດິນທີ່​ແອ​ອັດ​ໄປ​ດ້ວຍ​ຜູ້​ຄົນ ໃນນະຄອນດັ່ງກ່າວ.

ກຸ່ມຄົນພວກນັ້ນໄດ້ຖືກກ່າວຫາວ່າ ​ເກັບ​ເກນເອົາຜູ້ຊາຍຄົນອື່ນໆຈາກສະທາລະນະລັດ
ເອເຊຍກາງ ເພື່ອເຂົ້າຮ່ວມກຸ່ມລັດອິສລາມ ແລະ ກຸ່ມຫົວຮຸນແຮງອື່ນໆ ນັບຕັ້ງແຕ່ປີ
2015 ເປັນຕົ້ນມາ. ແຕ່ຄະນະກຳມະການໄດ້ອອກຖະແຫຼງການສະບັບໜຶ່ງກ່າວວ່າ ບໍ່​
ໄດ້​ພົບ​ເຫັນຫຼັກຖານ ທີ່ເຊື່ອມໂຍງລະຫວ່າງກຸ່ມດັ່ງ ກ່າວກັບ ​ເຫດລະເບີດທີ່ໄດ້ສັງຫານ
ປະຊາຊົນ 14 ຄົນ ແລະ ເຮັດໃຫ້ຫຼາຍສິບຄົນໄດ້ຮັບບາດເຈັບນັ້ນ.

ບັນດານັກສືບສວນສອບສວນ ຣັດເຊຍ ໄດ້ລະບຸຕົວທ້າວ Akbarzhon Dzhalilov ອາ
ຍຸ 22 ທີ່​ເກີດ​ຢູ່ Kyrgyzstan ເປັນມືລະເບີດສະຫຼະຊີບ ຜູ້ທີ່ໄດ້ດຳເນີນການໂຈມຕີດັ່ງ
ກ່າວ.

ພວກ​ຜູ້ນຳ​ຂອງ​ໂລກ ນັບ​ແຕ່​ ຈີນ ຢູ​ໂຣບ ຕະຫລອດ​ທັງ​ ບຣາຊີ​ລ ຕ່າງ​ກໍ​ໄດ້​ພາກັນ​ສະ
​ແດງ​ຄວາມ​ເສົ້າສະຫລົດ​ໃຈ ກ່ຽວ​ກັບ ​ການ​ໂຈມ​ຕີ​ດ້ວຍລະ​ເບີດ​ໃນ​ຄັ້ງນີ້. ປະທານາທິບໍ
ດີ ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ກໍ​ໄດ້​ໂທລະ​ສັບ​ໄປ​ຫາ​ປະທານາທິບໍດີ ຣັດ​ເຊຍ ທ່ານ
Vladimir Putin ​ແລະ ໄດ້​ສະ​ເໜີ​ໃຫ້ການ​ຊ່ວຍ​ເຫລືອ​ຢ່າງ​ເຕັມທີ່ ​ເພື່ອ​ຮັບ​ມື​ກັບ​ການ​
ໂຈມ​ຕີ​ດັ່ງກ່າວ​.

ລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ Sergei Lavrov ໄດ້ກ່າວວ່າ ກາ​ນສະ​
ແດງ​ຄວາ​ມ​ເສົ້າສະຫຼົດ​ໃຈທີ່ ຣັດເຊຍໄດ້ຮັບຈາກທົ່ວໂລກ ​ແມ່ນສະທ້ອນໃຫ້ເຫັນເຖິງ
ຄວາມເຂົ້າໃຈຮ່ວມກັນກ່ຽວກັບຄວາມ ຕ້ອງການທີ່ຈະຮ່ວມມືກັນ ເພື່ອຕໍ່ສູ້ກັບລັດທິກໍ່
ການຮ້າຍ ແທນທີ່ຈະພະຍາຍາມໃຊ້ “ພວກ​ຫົວ​ຮຸນ​ແຮງ​ຈັດ ເພື່ອບັນລຸເປົ້າໝາຍພູມ
ສາດການເມືອງທີ່ມີຂໍ້ຈຳກັດນັ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG