ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍຮ້ອຍ ທະຫານບົກ ຈາກນະຄອນຫຼວງ ວໍຊິງຕັນ ໄດ້ຊະນະ ການປະກວດ ນາງງາມ ສະຫະລັດ


ນາງ Deshauna Barber (ຊ້າຍ) ຈາກນະຄອນຫຼວງ ວໍຊິງຕັນ ສະແດງປະຕິກິລິຍາໃນຂະນະທີ່ນາງງາມ
ຈັກກະວານປີ 2015 ນາງ Pia Wurtzbachshe ມອບສາຍພາຍ ໃນລະຫວ່າງ ການປະກວດນາງງາມ ສະຫະລັດ ປີ 2016 ທີ່ສະໜາມກິລາ T-Mobile Arena ໃນນະຄອນ Las Vegas, ລັດ Nevada, ສະຫະລັດ. 5 ມິຖຸນາ, 2016.
ນາງ Deshauna Barber (ຊ້າຍ) ຈາກນະຄອນຫຼວງ ວໍຊິງຕັນ ສະແດງປະຕິກິລິຍາໃນຂະນະທີ່ນາງງາມ ຈັກກະວານປີ 2015 ນາງ Pia Wurtzbachshe ມອບສາຍພາຍ ໃນລະຫວ່າງ ການປະກວດນາງງາມ ສະຫະລັດ ປີ 2016 ທີ່ສະໜາມກິລາ T-Mobile Arena ໃນນະຄອນ Las Vegas, ລັດ Nevada, ສະຫະລັດ. 5 ມິຖຸນາ, 2016.

ນາຍຮ້ອຍທະຫານບົກຄົນໜຶ່ງຈາກນະຄອນຫຼວງ ວໍຊິງຕັນ ດີຊີ ໄດ້ຊະນະລາງວັນປະ ກວດນາງງາມ ສະຫະລັດ Miss USA ແລະ ຕອນນີ້ຈະຕ້ອງໄດ້ເປັນຕົວແທນໃຫ້ກັບ ປະເທດ ເຂົ້າປະກວດໃນການແຂ່ງຂັນປະກວດນາງງາມຈັກກະວານ Miss Universe.

ນາງ Deshauna Barber ອາຍຸ 26 ປີ ເປັນຜູ້ບັນຊາການພະລາທິການທະຫານສຳລັບ ກອງທະຫານຝ່າຍພະລາທິການທີ 988 ໃນຄ້າຍ Fort Meade ລັດ Maryland, ຢູ່ນອກ ນະຄອນຫຼວງ ວໍຊິງຕັນ ນີ້ເອງ, ແລະ ນອກນັ້ນຍັງເຮັດວຽກເປັນນັກວິເຄາະດ້ານຂໍ້ມູນເທັກ ໂນໂລຈີ ຫຼື IT ສຳລັບກະຊວງການຄ້າຂອງ ສະຫະລັດ ນຳດ້ວຍ.

ນາງ Barber ໄດ້ກ່າວໃນເວລາທີ່ຖືກຖາມໃນລະຫວ່າງ ການອອກອາກາດໃນລາຍການ ຂອງໂທລະພາບ Fox Network ໃນວັນອາທິດວານນີ້ ກ່ຽວກັບ ແມ່ຍິງທີ່ເຂົ້າຮ່ວມໃນ ການສູ້ຮົບວ່າ “ໃນຖານະທີ່ເປັນແມ່ຍິງຄົນໜຶ່ງທີ່ປະຕິບັດໜ້າທີ່ໃນກອງທັບ ສະຫະລັດ, ຂ້າພະ ເຈົ້າ ຄິດວ່າ ພວກເຮົາແມ່ນມີຄວາມແຂງແກ່ນເທົ່າກັບພວກຜູ້ຊາຍ. ໃນຖານະ ທີ່ເປັນຜູ້ ບັນຊາການໃນກອງທະຫານຂອງຂ້າພະເຈົ້າ, ຂ້າພະເຈົ້າມີອຳນາດ, ຂ້າພະ ເຈົ້າໄດ້ອຸທິດ ຕົນເອງ.” ລາວກ່າວວ່າ “ຄວາມແຕກຕ່າງທາງເພດບໍ່ໄດ້ຈຳກັດຂອບເຂດ ຂອງພວກເຮົາ ຢູ່ໃນປະເທດ ສະຫະລັດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Miss USA
please wait
Embed

No media source currently available

0:00 0:00:30 0:00

XS
SM
MD
LG