ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອາເມເນຍ ໄວ້ອາໄລ ໃຫ້ແກ່ຜູ້ເຄາະຮ້າຍ ການສັງຫານໝູ່ ຂອງ Ottaman


ຊາວອາເມເນຍ ພາກັນຈູບຮູບ ພວກເຄາະຮ້າຍ ທີ່ຖືກປະກາດໃຫ້ເປັນນັກບຸນ.
ຊາວອາເມເນຍ ພາກັນຈູບຮູບ ພວກເຄາະຮ້າຍ ທີ່ຖືກປະກາດໃຫ້ເປັນນັກບຸນ.

ປະ​ທານາ​ທິບໍດີ Armenia ທ່ານ Serge Sarkisian ​ໄດ້ກ່າວ
ຂອບ​ໃຈ​ຕໍ່​ບັນດາ​ຜູ້ນຳ​ໂລກ ທີ່​ເຂົ້າ​ຮ່ວມພິທີ​ໄວ້ອາ​ໄລ​ ແກ່​ຜູ້
​ເຄາະ​ຮ້າຍ ຊາວ Armenia ທີ່​ໄດ້ຖືກ​ສັງຫານໝູ່ ​ໂດຍມະຫາ
ອານາຈັກ Ottaman ຂອງເທີກີເມື່ອ 100 ປີ​ກ່ອນ.

ໃນການຖະແຫຼງພາຍ​ໃຕ້ສະພາບ​ດິນ​ຟ້າ​ອາກາດທີ່ມືດ​ມົວ
​ໄປດ້ວຍເມກເຝື້ອ ຢູ່ທີ່ອະນຸສອນສະຖານ ເພື່ອໄວ້ອາໄລ
ຢ່າງເປັນການຖາວອນໃຫ້ແກ່ຜູ້​ເຄາະ​ຮ້າຍ ​ ຊາວ Armenia
ທີ່ຖືກສັງຫານ ໃນ​ລະຫວ່າງສົງຄາມ​ໂລກ​ຄັ້ງ​ທີ່​ນຶ່ງນັ້ນ ທ່ານ
Sarkisian ກ່າວ​ວ່າ ການ​ເຂົ້າຮ່ວມ​ຂອງ​ບັນດາ​ຜູ້ນຳຕ່າງໆ
ເຊັ່ນປະ​ທາ​ນາ​ທິບໍດີຝຣັ່ງ ຣັດ​ເຊຍ ​ເຊີ​ເບຍ ​ແລ​ະ Cyprus ໃນສ່ວນທີ່ປົກຄອງໂດຍກຣີສນັ້ນໄດ້ ຢືນຢັນ​ເຖິງຄວາມ​ໝັ້ນ​ໝາຍ​ຂອງ​ເຂົາ​ເຈົ້າ ​ຕໍ່ຄຸນ
ຄ່າຄວາມເປັນມະນຸດ ​ໂດຍ​ກ່າວ​ວ່າ ບໍ່​ມີຫຍັງ​ທີ່​ຈະ​ລີືມ​ໄດ້.

ປະທານາທິບໍດີຝຣັ່ງ ທ່ານ Francois Hollande ກ່າວ​ວ່າ ຝຣັ່ງ​ເປັນຊຶ່ງບ່ອນຢູ່ ຂອງ​
ປະຊາ​ຄົມ​ຊາວ Armenia ໃຫຍ່​ສົມຄວນນັ້ນ ຈະ​ບໍ່​ຫລົງ​ລືມ​ການ​ເສ​ຍຊີ ວິດ ຂອງ​ຊາວ
Armenia ທີ່​ຖືກ​ຂ້າ​ໂດຍຊາວເທີກີ ທີ່​ເຊື່ອ​ວ່າຊາວ Armenia ອາດ​ຈະ​ເຂົ້າ​ຂ້າງ​ກັບ
ພວກສັດຕູ ຄືຣັດ​ເຊຍ ​ໃນລະຫວ່າງທີ່ເກີດສົງຄາມນັ້ນ.

ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ກ່າວ​ວ່າ ບໍ່​ສາມາດທີ່ຈະຍົກ​ເອົ​າ​ເຫດ
ຜົນ​ໃດໆຂຶ້ນມາເປັນຂໍ້ອ້າງໄດ້ ໃນ​ການສັງຫານໝູ່ດັ່ງກ່າວ.

​ພວກຜູ້ນຳເຫຼົ່ານີ້ ​ແລະ​ບັນດາ​ຜູ້ນຳ​ຄົນ​ອຶ່ນໆ​ ​ແຕ່ລະຄົນ​ໄດ້​ມອບ​ດອກ​ກຸຫລາບ​ສີ​ເຫລື​ອງ
ດອກ​ນຶ່ງໄວ້ ​ຢູ່ໃຈກາງຂອງພວງມາລາທີ່​ຄ້າຍກັບເປັນການເຕືອນ​ວ່າ ຢ່າ​ລືມ​ຂ້ອຍ ຊຶ່ງ
ດອກ​ໄມ້ນີ້​ເປັນ​ສັນຍາ​ລັກ​ເຖິງການ​ໄວ້ອາ​ໄລ.

ຫລາຍ​ຮ້ອຍ​ພັນ​ຄົນ​ໄດ້​ພາກັນ​ໄປທີ່ນະຄອນ Yerevan ​ເພື່ອ​ໄວ້ອາ​ໄລ​ຕໍ່ຜູ້​ທີ່​ຖືກ​ສັງຫານ
ຊຶ່ງ​ພິທີ​ໄດ້​ກໍ່ໃຫ້ເກີດບັນຫາ​ໂຕ້​ແຍ້ງທາງ​ດ້ານ​ການ​ທູດ.

​ເທິ​ກີ​ໄດ້​ປະຕິ​ເສດ​ວ່າ ການສັງຫານຊາວ Armenia ໂດຍມະຫາອານາຈັກ Ottaman
ຂອງເທີກີນັ້ນ ບໍ່ແມ່ນ​ການ​ຂ້າ​ລ້າງເຊື້ອຊາດເຜົ່າພັນ. ເທີກີກ່າວ​ວ່າ ຊາວ Armenia
ເສຍ​ຊີວິດ​ລະຫວ່າງການ​ສູ້​ລົບຢູ່ໃນ​ສົງຄາມ​ກາງ​ເມືອງ ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຊ່ວຍ​
ເຫລືອ​ຈາກຣັດ​ເຊຍ ​ແລະ​ກ່າວ​ວ່າ ​ໂຕ​ເລກ​ຂອງ​ພວກ​ເສຍ​ຊີວິດ​ ແມ່ນມີ​ໜ້ອຍ​ກວ່າ
1 ລ້ານ 5 ​ແສນຄົນ.

Armenia Massacre
please wait
Embed

No media source currently available

0:00 0:02:44 0:00

XS
SM
MD
LG