ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ແມ່ຕູ້ ອາຍຸ 116 ປີ ຈາກລັດ Arkansas ໄດ້ຕຳແໜ່ງ ເປັນຜູ້​ທີ່ມີອາຍຸຍືນ​ທີ່​ສຸດ ຂອງ​ໂລກ


ແມ່ຕູ້ Gertrude Weaver ຢູ່ທີ່ສູນຟື້ນຟູສຸຂະພາບ Silver Oaks ຢູ່ເມືອງ Camden ລັດ Arkansas ນຶ່ງມື້ກ່ອນໜ້າ ວັນຄ້າຍວັນເກີດ ຄົບຮອບ 116 ປີ, ວັນທີ 3 ກໍລະກົດ 2014.
ແມ່ຕູ້ Gertrude Weaver ຢູ່ທີ່ສູນຟື້ນຟູສຸຂະພາບ Silver Oaks ຢູ່ເມືອງ Camden ລັດ Arkansas ນຶ່ງມື້ກ່ອນໜ້າ ວັນຄ້າຍວັນເກີດ ຄົບຮອບ 116 ປີ, ວັນທີ 3 ກໍລະກົດ 2014.

ຜູ້ຍິງ​ຄົນ​ນຶ່ງ ຈາກລັດ Arkansas ​ທາງ​ພາກ​ໃຕ້​ຂອງ​ສະຫະລັດ
ທີ່​ໄດ້​ເຊື້ອ​ເຊີນ ​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ໄປ​ຮ່ວມງານ​
ວັນ​ເກີດ​ຂອງ​ລາວນັ້ນ ​ບັດ​ນີ້ ແມ່ນ​ເປັນ​ຜູ້​ທີ່​ມີອາຍຸຍືນ​ທີ່​ສຸດ
ຂອງ​ໂລກ.

ແມ່ຕູ້ Gertrude Weaver ອາຍຸ​ 116 ປີ ​ໄດ້ຮັບ​ຕຳ​ແໜ່​ງ
ດັ່ງກ່າວ ​ໃນ​ວັນ​ພຸດ​ວານ​ນີ້ ​ຍ້ອນ​ການ​ເສຍ​ຊີວິດຂອງແມ່ຕູ້
Misao Okawa ຢູ່​ນະຄອນ Osaka ປະ​ເທດ​ຍີ່ປຸ່ນ ທີ່ມີ
ອາຍຸ​ໄດ້ 117 ປີ.

ບັນດາ​ເຈົ້າໜ້າ​ທີ່ ບ້ານ​ພັກ​ຄົນ​ຊະລາຂອງນະຄອນ​ Osaka
ກ່າວ​ວ່າ ​ການ​ເສຍຊີວິດ​ຂອງ​ແມ່ຕູ້ ​ແມ່ນ​ເປັນໄປດ້ວຍຄວາມສະ​ຫງົບງຽບຄື​ກັນ​ກັບ​ວ່າ ແມ່ຕູ້​ພຽງໄດ້ນອນ​ຫລັບ​ໄປ.

ແມ່ຕູ້ Weaver ​ທີ່​ຈະ​ມີ​ອາຍຸ​ຄົບ 117 ປີ ​ໃນ​ວັນ​ທີ 4 ກໍລະກົດ​ປີ​ນີ້ ກ່າວ​ວ່າ ​ຢາກ​ໃຫ້​
ປະທານາທິບໍດີ ​ໂອ​ບາ​ມາ ໄປສະ​ເຫຼີມສະຫຼອງ​ຮ່ວມ ກັບແມ່ຕູ້.

ແມ່ຕູ້​ກ່າວ​ອີກ​ວ່າ ​ເຄັດ​ລັບ​ຂອງ​ການ​ມີອາຍຸ​ຍືນ​ຍາວ​ນັ້ນ ​ແມ່ນ​ໃຫ້​ມີ ຄວາມເມດຕາປານີ ​
ແກ່​ທຸກໆ​ຄົນ.

World Oldest Person
please wait
Embed

No media source currently available

0:00 0:00:43 0:00

XS
SM
MD
LG