ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Argentina ສະຫລອງ ຄົບຮອບ ວັນໄດ້ຮັບ ເອກະລາດ ຈາກສະເປນ (ວີດິໂອ)


ປະທານາທິບໍດີ Christina Fernandez ຂອງ Argentina
ປະທານາທິບໍດີ Christina Fernandez ຂອງ Argentina
Argentina ໄດ້ຈັດພິທີຂີດໝາຍເຫດການສໍາຄັນທາງການ
ເມືອງບັ້ນນຶ່ງ ຊຶ່ງ​ມາ​ເຖິງໃນຂະນະທີ່ປະເທດດັ່ງກ່າວພາກັນ
ສະ​ເຫລີ​ມສະຫລອງຄົບຮອບການປະຕິວັດ ປີ 1810 ຊຶ່ງໄດ້
ພາໃຫ້ປະເທດ Argentina ໄດ້ຮັບເອກະລາດຈາກສະເປນ.

ຫລາຍໆພັນຄົນພາກັນໄປອັ່ງອໍຢູ່ຕາມຖະໜົນສາຍຕ່າງໆ
ຂອງນະຄອນຫລວງບວຍ​ໂນ​ສ ​ແອ​ແຣສ (Buenos Aires) ໃນວັນເສົາວານນີ້ ເພື່ອ
ສະເຫລີມ ສະຫລອງວັນຄົບຮອບ 10 ປີ ແຫ່ງການຄອງ​ອໍານາດມາຢ່າງຕໍ່ເນື່ອງຂອງລັດ
ຖະບານຂອງປະທານາທິບໍດີ Christina Fernandez ແລະມື້ລາງສາມີຂອງທ່ານນາງ,
ທ່ານ Nesto Kirchner ຜູ້ທີ່​ໄດ້ຂຶ້ນເປັນປະທານາທິບໍດີ ໃນ ວັນທີ 25 ພຶດສະພາ ປີ
2003. ທ່ານນາງ Fernandez ໄດ້ສືບຕໍ່ຕໍາແໜ່ງຂອງສາມີຂອງທ່ານນາງ ໃນປີ 2007
ສາມປີກ່ອນການເສຍຊີວິດຂອງທ່ານ.

ທ່ານນາງ Christina Fernandez ປະທານາທິບໍດີຂອງ Argentina ເວົ້າວ່າ:

“ນີ້ຄືການສັນລະເສີນທີ່ດີທີ່ສຸດ ທີ່ພວກເຮົາສາມາດເຮັດໄດ້ສໍາລັບບັນດາ
ທ່ານຊາຍ ແລະທ່ານຍິງ ທີ່ໄດ້ປົດປ່ອຍປະຊາຊົນພວກເຮົາ​ 203 ປີກ່ອນ.
ແຕ່ວ່າ ພາລະກິດຂອງພວກເຮົາຍັງບໍ່ທັນສິ້ນສຸດເທື່ອ ເພາະວ່າພວກເຮົາ
ຍັງສືບຕໍ່ທໍາການຕໍ່ສູ້ຢູ່ ບໍ່ແມ່ນເພື່ອອິສລະພາບ ແຕ່ແມ່ນເພື່ອຄວາມສະ
ເໝີພາບ ຊຶ່ງເປັນ ສັນຍາລັກອັນຍິ່ງໃຫຍ່ຂອງທົດສະວັດນີ້ ແລະຫລາຍໆທົດ
ສະວັດຕໍ່ໜ້າ.”


ໃນວັນເສົາວານນີ້ ປະທານາທິບໍດີ Fernandez ໄດ້ກ່າວວ່າ ທ່ານນາງອາດຈະບໍ່ທ້າ
ທາຍຕໍ່ຂໍ້ຈໍາກັດຢູ່ໃນລັດຖະທໍາມະນູນ ກ່ຽວ​ກັບສະໄໝແຫ່ງການດໍາລົງຕໍາແໜ່ງ ຊຶ່ງ
ຫ້າມໃຫ້ທ່ານນາງລົງສະໝັກແຂ່ງຂັນ ເປັນປະທານາທິບໍດີ ອີກສະໄໝນຶ່ງ ພາຍຫລັງ
ປີ 2015 ນັ້ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

Argentina ສະຫລອງ ວັນເອກະລາດ ຈາກສະເປນ
please wait

No media source currently available

0:00 0:01:19 0:00

ARGENTINA ANNIVERSARY

Argentina has marked a political milestone. It comes as the country observes the 1810 revolution, which led to Argentina's independence
from Spain.

Thousands of people packed the streets of Buenos Aires Saturday to celebrate 10 years of successive governments of President Cristina Fernandez and her late husband, Nestor Kirchner.

He became president on May 25, 2003. Ms. Fernandez succeeded her husband in 2007, prior to his death three years later.

President Cristina Fernandez says:

"This is the best tribute that we can give those men and women who liberated our people 203 years ago. But the task had remained unfinished: because we are still fighting- not for freedom- but for equality, which is the great symbol of this decade and decades yet come.

President Fernandez suggested Saturday she may not challenge constitutional term limits that prohibit her for running for another term after 2015.
XS
SM
MD
LG