ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ອາເຈັນຕີນາ ສະຫລອງ ພະສັນຕະປາປາ ອົງໃໝ່ (ວີດິໂອກັບສະໄລດ໌)


ວັງວາຕິກັນ ເລືອກເອົາພະກາດີນານ Jorge
Bergoglio (ກາງ) ຂອງອາເຈັນຕີນາໃຫ້ເປັນຜູ້ນໍາຂອງສາສະ ໜາໂຣມັນຄາໂຕລິກຄົນໃໝ່
ວັງວາຕິກັນ ເລືອກເອົາພະກາດີນານ Jorge Bergoglio (ກາງ) ຂອງອາເຈັນຕີນາໃຫ້ເປັນຜູ້ນໍາຂອງສາສະ ໜາໂຣມັນຄາໂຕລິກຄົນໃໝ່
ການສະເຫລີມສະຫລອງຢູ່ນະຄອນຫລວງ Buenos Aires
ລຸນຫຼັງທີ່ໄດ້ມີ ການເລືອກເອົາພະກາດີນານ Jorge
Bergoglio ຂອງອາເຈັນຕີນາໃຫ້ເປັນຜູ້ນໍາຂອງສາສະໜາ
ໂຣມັນຄາໂຕລິກຄົນໃໝ່ນັ້ນ ໄດ້ແກ່ຍາວໄປຈົນຮອດກາງຄືນ
ຂອງວັນພຸດວານນີ້.

ປະຊາຊົນໄດ້ພາກັນໄປເຕົ້າໂຮມກັນ ຢູ່ຕາມຖະໜົນຫົນທາງສາຍຕ່າງໆ ນອກພະວິ ຫານນະຄອນ Buenos Aires ໂດຍໄດ້ໂບກທຸງອາເຈັນຕີນາ ແລະທຸງວັງວາຕິກັນ ໃນຂະນະທີ່ ພວກເຂົາ ເຈົ້າພາກັນສະແດງຄວາມຊື່ນຊົມຍິນດີນັ້ນ.


ເບິ່ງວີດິໂອກ່ຽວກັບຂ່າວນີ້:


ປະທານາທິບໍດີ ອາເຈັນຕີນາ ທ່ານນາງ Cristina Fernandez ໄດ້ສັນລະເສີນການ
ເລືອກເອົາ ພະກາດີນານ Bergoglio ໃຫ້ເປັນພະສັນຕະປາປາ ໂດຍໄດ້ກ່າວວ່າ ການ
ຕັດສິນໃຈຂອງພະອົງຮັບເອົາຊື່ Francis ຫຼື Fran-cisco ໃນ​ພາສາ​ສະ​ເປ​ນນັ້ນ ແມ່ນ
ເປັນສັນຍາລັກ ສະແດງ​ໃຫ້​ເຫັນເຖິງທິດທາງທີ່ພະ​ອົງຢາກຈະນໍາພາສາສະໜາໄປສູ່. ທ່ານນາງກ່າວວ່າ:

“ພວກເຮົາຂໍອວຍພອນຈາກສ່ວນເລິກຂອງຫ້ວງຫົວໃຈຂອງພວກເຮົາແກ່ພະສັນຕະ
ປະປາ Francisco ໃຫ້ສາມາດບັນລຸຜົນສໍາເລັດໃນການເຮັດໃຫ້ຄວາມເຂົ້າ ໃຈກັນຂອງຜູ້ຄົນແລະຂອງບັນດາສາສະໜາຕ່າງໆ ໃນລະດັບຫຼວງຫລາຍຂຶ້ນກວ່າ
ເກົ່າ. ການເລືອກເອົາຊື່ Francisco ຊຶ່ງຂ້າພະເຈົ້າເຊື່ອວ່າ ແມ່ນໝາຍເຖິງ ນັກບຸນ
St. Francis ແຫ່ງ Assisi ທີ່ເປັນນັກບຸນຂອງຄົນທຸກນັ້ນ ຈະເປັນທາງເລືອກ
ທີ່ບັນດາຜູ້ນໍາສູງສຸດຂອງສາສະໜາເລືອກເອົາ ເພື່ອວ່າໃນທີ່ສຸດພວກເຮົາ ສາ
ມາດທ້ອນໂຮມເອົາມະນຸດຊາດ ທັງໝົດ, ເອົາມວນມະນຸດທັງໝົດເຂົ້າກັນໂດຍ
ມີຄວາມເທົ່າທຽມກັນ, ມີ ຄວາມເປັນເພື່ອນ ມິດກັນ, ຄວາມຮັກແພງກັນ, ມີຄວາມ
ຍຸດຕິທໍາ ແລະຄວາມສະເໝີພາບກັນ.”


ສະໄລດ໌ພາບການເລືອກຕັ້ງພະສັນຕະປະປາ Francisco:

XS
SM
MD
LG