ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທິມອາ​ເຈັນ​ຕິ​ນາ ແລະ ເນເທີແລນ ຜ່ານເຂົ້າຮອບ ກ່ອນຮອບຊີງຊະນະເລີດ (ວີດີໂອ)

ນັກເຕະຂອງທິມອາເຈັນຕິນາ ສະແດງຄວາມດີໃຈ ໃກ້ກັບນັກເຕະຂອງທິມແບລຈຽມ ທ້າວ Marouane Fellaini ໃນຮອບ 8 ທິມ ຢູ່ທີ່ ເດີ່ນກິລາແຫ່ງຊາດ Brasilia ເມື່ອວັນທີ 5 ກໍລະກົດ 2014.
ນັກເຕະຂອງທິມອາເຈັນຕິນາ ສະແດງຄວາມດີໃຈ ໃກ້ກັບນັກເຕະຂອງທິມແບລຈຽມ ທ້າວ Marouane Fellaini ໃນຮອບ 8 ທິມ ຢູ່ທີ່ ເດີ່ນກິລາແຫ່ງຊາດ Brasilia ເມື່ອວັນທີ 5 ກໍລະກົດ 2014.

ທິມອາ​ເຈັນ​ຕິ​ນາໄດ້ຜ່ານ​ເຂົ້າ​ໄປ​ ​ຮອບກ່ອນ​ຊີງ​ຊະນະ​ເລີດ ໃນ
ການ​ແຂ່ງ​ຂັນ​ເຕະບານ​ໂລກ​ ເປັນເທື່ອທຳອິດ​ ​ໃນ​ຮອບ​ເກືອບ 25
ປີ ​ເມື່ອ​ວັນ​ເສົາ​ວານ​ນີ້ ​ໃນ​ຂະນະ​ທີ່​ ທິມເນ​ເທີ​ແລນ ​ກໍໄດ້​ເຂົ້າຮອບ
ກ່ອນ​ຊີງຊະນະ​ເລີດ​ເຊັ່ນ​ກັນ ​ເປັນຄັ້ງທີສອງ​ລຽນຕິດ.

ທິມອາ​ເຈັນ​ຕິ​ນາ ໄດ້​ເຂ່ຍ​ທິມ​ແບ​ລຈຽມ ​ໃຫ້ຕົກ​ຮອບ​ໄປ ​ດ້ວຍ
ໄຊຊະ​ນະ 1 ປະຕູ​ຕໍ່ 0 ຢູ່​ທີ່​ເມືອງ Brasilia.

ບັດ​ນີ້ ທິມອາ​ເຈັນ​ຕິ​ນາ ຈະ​ກ້າວ​ເຂົ້າສູ່​ ກ່ອນ​ຊີງ​ຊະນະ​ເລີດ ຂອງ​
ການ​ແຂ່ງຂັນ​ເຕະບານ​ໂລກ ເປັນຄັ້ງທຳອິດ​ຕັ້ງ​ແຕ່​ປີ 1990 ມາ.
ທິມອາ​ເຈັນ​ຕິ​ນາ ​ໄດ້​ຮັບ​ໄຊຊະ​ນະ​ເລີດໃນການ​ແຂ່ງຂັນເຕະບານ
​ໂລກ​ມາ​ແລ້ວ 2 ​ເທື່ອ ​ໃນ​ປີ 1978 ​ແລະ 1986.

​ຢູ່​ທີ່​ເມືອງ Salvador ທິມ​ເນ​ເທີ​ແລນ​ ໄດ້ຊະນະ​ ທິມຄອັສຕາຣິກາ ດ້ວຍການຍິງ​ລູກ​ໂທດ
​4 ປະຕູ​ຕໍ່ 3 ເພື່ອ​ຕັດສິນ​ການ​ແຂ່ງຂັນ​ທີ່​ທັງ​ສອງ​ທິມບໍ່​ສາມາດ​ຍິງເຂົ້າປະຕູ​ໄດ້ ຕະຫລອດ
​ເວລາແຂ່ງ​ຂັນ​ກັນ​ນັ້ນ.

ທິມອາ​ເຈັນ​ຕິ​ນາ ​ແລະ ​ທິມເນ​ເທີ​ແລນ ​ຈະ​ໄດ້​ປະ​ເຊີນ​ໜ້າ​ກັນໃນ​ຮອບ​ ກ່ອນ​ຊີງ​ຊະນະ​ເລີດ
​ໃນ​ວັນ​ພຸດຈະ​ມາ​ເຖິງ​ນີ້ຢູ່​ທີ່​ນະຄອນ Sao Paulo.

ອີກ​ສອງ​ທິມ​ເຕະບານທີ່​ເກ່ງ​ທີ່​ສຸດ​ຂອງ​ໂລກ ຄື ບຣາຊີ​ລກັບເຢຍຣະ​ມັນ ຈະ​ປະ​ທະ​ກັນ​ໃນ​
ຮອບກ່ອນ​ຊີງ​ຊະນະ​ເລີດ ໃນ​ວັນ​ອັງຄານມື້ຮື​ນີ້​ຢູ່ເມືອງ Belo Horizonte.

ບຣາຊີ​ລ ​ເຢຍຣະມັນ ​ແລະ ອາ​ເຈັນ​ຕິ​ນາ ​ເປັນສາມທິມທີ່​ໄດ້ຄອງແຊ້​ມ World Cup
ລວມກັນ​ 10 ​ເທື່ອ​ໃນຈຳນວນ 19 ​ເທື່ອຂອງ​ການ​ແຂ່ງ

ຂັນ​ເຕະບານ​ໂລກ. ສ່ວນ​ທິມ​ເນ​ເທີ​ແລນນັ້ນ​ໄດ້​ເຂົ້າຮອບ​ຊີງ​ຊະນະ​ເລີດ ມາ​ 3 ​ເທຶື່ອແລ້ວ
​ໃນ​ປີ 1974 1978 ​ແລະ 2010 ​ແຕ່​ບໍ່ເຄີຍຊະນະ.

ການ​ແຂ່ງຂັນ​ຮອບ​ຊິງຊະນະ​ເລີດຂອງປີ​ນີ້ ​ແມ່ນຈະ​ມີ​ຂຶ້ນ​ໃນ​ວັນ​ທີ 13 ກໍລະກົດ ຢູ່​ທີ່​
ນະຄອນ Rio de Janeiro.

Science Behind Penalty Kicks Claims 100% Success
please wait

No media source currently available

0:00 0:02:05 0:00

XS
SM
MD
LG