ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ບັນຊາການ ໝາຍເລກ 2 ຂອງ al Qaida ຢູ່ເຢເມນ ເສຍຊີວິດ


ທ້າວ Said al-Shihri ອະດີດນັກໂທດ ທີ່ຄຸກຄຸມຂັງ Guantanamo ໃນປະເທດຄິວບາ ໄດ້ເສຍຊີວິດແລ້ວ
ທ້າວ Said al-Shihri ອະດີດນັກໂທດ ທີ່ຄຸກຄຸມຂັງ Guantanamo ໃນປະເທດຄິວບາ ໄດ້ເສຍຊີວິດແລ້ວ
ເຢ​ເມນກ່າ​ວວ່າ ຄົນຊາ​ອຸ​ດີ ອາ​ຣາ​ເບຍ ທີ່​ຖືກ​ປ່ອຍໂດຍບັນດາ​
ເຈົ້າ​ໜ້າ​ທີ່ສະຫະລັດ ຈາກ​ບ່ອນຄຸມຂັງຢູ່ອ່າວ Guantonomo ​
ໃນ​ປະ​ເທດຄິວ​ບາ ​ແລະຜູ້​ຊຶ່ງ​ໃນ​ເວລາ​ຕໍ່​ມາ​ໄດ້​ກ້າວ​ຂຶ້ນມາ​ເປັນ
​ຜູ້​ບັນ​ບັນຊາການໝາຍ ​ເລກ​ສອງຂອງກຸ່ມກໍ່​ການ​ຮ້າຍ al-
Qaida ​ໃນ​ແຫລມອາ​ເຣບຽນນັ້ນໄດ້​ເສຍ​ຊີວິດ​ແລ້ວ.

ຖະ​ແຫລ​ງການ​ສະບັບ​ນຶ່ງ ​ຂອງ​ລັດ​ຖະບານ​ເຢ​ເມນ​ ທີ່​ອອກໃນ​ວັນ​ພະຫັດ​ວານ​ນີ້ ເວົ້າວ່າ ທ້າວ Said al-Shihri ​ໄດ້​ເສຍ​ຊີວິດ​ ຍ້ອນໄດ້​ຮັບ​ບາ​ດ​ເຈັບ​ໃນ​ການ​ປະຕິບັດ​ງານ​ຕໍ່ຕ້ານ​ການກໍ່​ການ​ຮ້າຍໃນ​ເດືອນ​ພະ​ຈິກ. ອົງການຂ່າວ​ ຂອງ​ທາງ​ການ​ເຢ​ເມນ​ ແຈ້ງວ່າ ຜູ້ກ່ຽວ​ໄດ້​ຕົກ​ຢູ່​ໃນ​ສະພາບ​ບໍ່​ຮູ້ ສຶກຕົວ ນັບ​ຕັ້ງ​ແຕ່​ນັ້ນມາ. ທັງ​ອົງການ​ຂ່າວລັດຖະບານ ​ແລະ​ຖະ​ແຫລ​ງ ການຂອງຄະນະ​ກໍາມະການ​ຮັກສາ​ຄວາມ​ປອດ​ໄພ​ສູງ​ສຸດຂອງເຢ​ເມນ ທີ່ອອກ​ໃນ​ວັນ​ພະຫັດ​ວານ​ນີ້ ຕ່າງ​ກໍບໍ່​ໄດ້ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບວັນ​ທີ​ຂອງ​ການ​ເສຍ​ຊີວິດ ​ແຕ່​ໜັງສື
ພິມ ທີ່​ມີ​ຊື່​ສຽງ​ຂອງຊາ​ອຸ​ດີ Ukaz ກ່າວ​ວ່າ ​ມັນ​ໄດ້​ເກີດ​ຂື້ນໃນ​ທ້າຍເດືອນທັນວາຜ່ານ​ມາ
ນີ້.

​ເຢ​ເມນ ເຄີຍ​ປະກາດມາ​ກ່ອນ ກ່ຽວ​ກັບການ​ເສຍ​ຊີວິດ​ຂອງທ້າວ al-Shihri ຍ້ອນ​ການ​ໂຈມ​ຕີ​ຂອງເຮືອບິນ​ບໍ່​ມີ​ຄົນ​ຂັບ ​ໃນ​ວັນ​ທີ 10 ກັນ ຍາ​ປີ​ກາຍ ຢູ່ທີ່ແຂວງ Hadramawt. ​ແຕ່ການກວດ DNA ​ໃນ​ເວ ລາ​ຕໍ່​ມາ ພິ​ສູດ​ໃຫ້​ເຫັນ​ວ່າ ຊາກ​ສົບ​ທີ່​ຄົ້ນ​ພົບນັ້ນ ບໍ່ແມ່ນ ທ້າວ al-Shihri. ຫລາຍ​ອາທິດ​ຕໍ່​ມາ ສຽງຂອງ​ຜູ້​ປະກາດ​ຄົນ​ນຶ່ງທີ່​ນຳ​ອອກ​ເຜີຍ​ແຜ່ໂດຍ ເວັບໄຊຂອງພວກ​ກໍ່​ການ​ຮ້າຍ ​ເວົ້າວ່າ ລາວ​ແມ່ນ ທ້າວ al-Shihri ​ແລະ​ປະຕິ​ເສດ​ວ່າ ລາວ​ບໍ່​ໄດ້ເສຍ​ຊີວິດ.

ກ່ຽວຂ້ອງກັນ

XS
SM
MD
LG